Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ພາກເໜືອໜາວສະບັ້ນ ພາກກາງໜາວໆ

Posted on 04/12/202104/12/2021 By ປະກາດ Pakaad No Comments on ພາກເໜືອໜາວສະບັ້ນ ພາກກາງໜາວໆ

ພະຍາກອນອາກາດ ວັນທີ 04 ທັນວາ 2021 ເວລາ 7:00 ໂມງ ເຖິງ 7:00 ໂມງ ວັນທີ 05 ທັນວາ 2021.

ມວນອາກາດໜາວເຢັນ ຍັງປົກຄຸມຢູ່ພາກເໜືອ ລົງຫາ ພາກກາງ ຂອງປະເທດລາວ ດ້ວຍກໍາລັງແຮງ, ສົມທົບກັບກະແສລົມຕາເວັນອອກ ສ່ຽງເໜືອພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດຍັງຈະໜາວເຢັນຢູ່ທົ່ວໄປໃນ ແຕ່ລະພາກ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນ ແລະ ອາກາດຍັງຈະ ໜາວເຢັນຫລາຍຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບໍລະເວນ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ.

ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມໃນ ຕອນເຊົ້າ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 04-18 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດໜາວເຢັນ ຫາ ໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມຢູ່ໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 07-26 ອົງສາ.

ນະຄອນຫລວງວຽງຈັນ: ອາກາດໜາວເຢັນ ພ້ອມມີໝອກບາງປົກຫຸ້ມ ໃນຕອນເຊົ້າ ແລະ ມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 15-27 ອົງສາ.

ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ມີລົມພັດ ແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 12-27 ອົງສາ.

ແຂວງໄຊສົມບູນ: ອາກາດໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມ ຢູ່ໃນຕອນເຊົ້າ ແລະ ມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນ ລະຫວ່າງ 05-20 ອົງສາ.

ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 14-30 ອົງສາ.

ເຂດພູພຽງບໍລະເວນ: ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມ ໃນຕອນເຊົ້າ ແລະ ມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 09-22 ອົງສາ.

Featured, ພະຍາກອນອາກາດປະຈໍາວັນ

Post navigation

Previous Post: ນະຄອນຫຼວງວຽງຈັນຕິດເຊື້ອລຸດລົງແຕ່ແຂວງອື່ນໆເພີ່ມຂຶ້ນ
Next Post: ສະຖິຕິໃໝ່ ເສຍຊີວິດມື້ດຽວ 10 ຄົນ

Related Posts

ການຕິດເຊື້ອສູງຫຼາຍ ໂດຍສະເພາະນະຄອນຫຼວງ Featured
ປົວດີໃໝ່759ຄົນຕິດໃໝ່530ຄົນ Featured
ພະຍາກອນອາກາດ ປະຈໍາວັນທີ 27 ພຶດສະພາ 2022 Featured
ຂ່າວດ່ວນ ປັບລາຄານໍ້າມັນຂຶ້ນທົ່ວປະເທດ ເລີ່ມ 2/4/2022 Featured
ໂຄງການເຈລະຈາທຸລະກິດອອນໄລນ໌ໄທ – ລາວ ເພື່ອສົ່ງເສີມແລະຮ່ວມມືດ້ານທຸລະກິດ Featured
ສຸດຍອດການແຂ່ງຂັນ ເຕັ້ນເຊືອກ 1 ຕໍ່ 5 ໃຫ້ໄດ້ 1.000 ຄັ້ງ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme