Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ເຈົ້າແຂວງຈໍາປາສັກ ອອກຄໍາສັ່ງດ່ວນ ຮັບມືໂຄວິດ-19

Posted on 01/04/202201/04/2022 By ປະກາດ Pakaad No Comments on ເຈົ້າແຂວງຈໍາປາສັກ ອອກຄໍາສັ່ງດ່ວນ ຮັບມືໂຄວິດ-19

ເຈົ້າແຂວງຈໍາປາສັກ ອອກຄໍາສັ່ງດ່ວນ ເລກທີ 02/ຈຂ.ຈສ, ວັນທີ 31 ມີນາ 2022 ວ່າດ້ວຍການສືບຕໍ່ເພີ່ມທະວີຄວາມເຂັ້ມງວດ ໃນການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດ ຂອງພະຍາດໂຄວິດ -19 ເລີ່ມແຕ່ວັນທີ 31 ມີນາ 2022 ເປັນຕົ້ນໄປ.

ສືບຕໍ່ປີດກິດຈະການຮ້ານບັນເທິງຮ້ານຄາຣາໂອເກະ, ຮ້ານປີ້ງແກ້ມ, ຮ້ານອິນເຕີເນັດຄາເຟ, ຮ້ານສະນຸກເກີ, ຮ້ານເກມທຸກປະເພດ ແລະ ສັງວຽນຕີໄກ່; ສຳລັບຮ້ານອາຫານ ອະນຸຍາດໃຫ້ເປີດ ແຕ່ຕ້ອງປະຕິບັດມາດຕະການ ປ້ອງກັນ, ຄວບຄຸມ ການລະບາດພະຍາດໂຄວິດ-19 ແລະ ບໍ່ໃຫ້ຂາຍເຄື່ອງດື່ມທີ່ມີທາດເຫຼົ້າ ບໍ່ໃຫ້ເປີດເພງສຽງດັງ ເກີນຂອບເຂດ ແລະ ບໍ່ໃຫ້ເປີດບໍລິການກາຍເວລາທີ່ກຳນົດໄວ້.

ອະນຸຍາດໃຫ້ອອກກຳລັງກາຍຕາມສະຖານທີ່ຕ່າງໆ, ຫຼິ້ນກິລາກາງແຈ້ງ ປະເພດທີ່ຮ່າງກາຍບໍ່ສຳຜັດກັນໃນເຂດທີ່ບໍ່ມີການລະບາດໃນຊຸມຊົນ.

ອະນຸຍາດໃຫ້ຈັດກອງປະຊຸມ, ງານຊຸມນຸມ, ງານ ດອງ, ງານຊາປານະກິດສົບ ແລະ ງານບຸນປະເພນີອື່ນໆ ໂດຍໃຫ້ຈັດແບບກະທັດຮັດ ແລະ ຜູ້ເຂົ້າຮ່ວມຕ້ອງຈຳກັດ ດ້ານຈໍານວນບໍ່ໃຫ້ມີຄວາມແອອັດ, ຜູ້ເຂົ້າຮ່ວມງານຕ້ອງໄດ້ຮັບວັກຊິນໂຄວິດ-19 ຄົບໂດສ ຫຼື ຢ່າງນ້ອຍສອງເຂັມ ຂື້ນໄປ ແຕ່ຕ້ອງໄດ້ປະຕິບັດມາດຕະການທາງສາທາລະນະສຸກວາງອອກ ແລະ ຫຼີກລ້ຽງການຢູ່ໃນຫ້ອງທີ່ບໍ່ມີການ ລະບາຍອາກາດ.

ສຳລັບແຮງງານລາວທີ່ເຂົ້າມາແຕ່ປະເທດໃກ້ຄຽງ ຕ້ອງໄດ້ຮັບຜິດຊອບຄ່າໃຊ້ຈ່າຍຕ່າງໆ ດ້ວຍຕົນເອງ ເຊັ່ນ: ຄ່າກວດພະຍາດໂຄວິດ-19, ຄ່າປິ່ນປົວ, ຄ່າອາຫານ ແລະ ຄ່າເດີນທາງ ແຕ່ດ່ານຊາຍແດນເຂົ້າ ສູນຈຳກັດບໍລິເວນ ຫຼື ຢູ່ໂຮງຫມໍ.

ຮຽກຮ້ອງໃຫ້ທຸກພາກສ່ວນ, ທຸກອົງການຈັດຕັ້ງໃນສັງຄົມ ເປັນເຈົ້າການ ແລະ ເອົາໃຈໃສ່ເພີ່ມທະວີຄວາມເຂັ້ມງວດຕໍ່ມາດຕະການທາງດ້ານສາທາລະນະສຸກ ແບບຕະລຸມບອນ ຢູ່ບ້ານທີ່ມີກໍລະນີຕິດເຊື້ອໃນຊຸມຊົນ ໂດຍໃຫ້ກັກຕົວຄົບຕາມກຳນົດເວລາ 10 ວັນ, ສຳລັບຜູ້ບໍ່ມີອາການ. ສ່ວນຜູ້ມີອາການແມ່ນໃຫ້ຈຳກັດບໍລິເວນຮອດ 13 ວັນ; ສໍາລັບຜູ້ສໍາພັດໃກ້ຊິດ (C1) ແມ່ນໃຫ້ເອົາໃຈໃສ່ແຍກຈຳ ກັດບໍລິເວນໃຫ້ຄົບກຳນົດ 07 ວັນ ຈຶ່ງອະນຸຍາດໃຫ້ອອກເຄື່ອນໄຫວ ຫຼື ໃຊ້ຊີວິດປົກກະຕິໄດ້.

.

.

.

Featured, ລັດຖະບານ, ແຈ້ງການ​, ໂຄວິດ-19

Post navigation

Previous Post: ນະຄອນຫຼວງວຽງຈັນ ອອກຄໍາສັ່ງ ໃນການສະຫຼອງປີໃໝ່ລາວ 2022
Next Post: ມາດຕະການປ້ອງກັນ ສະກັດກັ້ນ ແລະ ແກ້ໄຂ ການລະບາດພະຍາດໂຄວິດ ສະບັບໃໝ່

Related Posts

ຕິດເຊື້ອໃໝ່ +230 ຄົນ ເສຍຊີວິດໃໝ່ 2 ໂຄວິດ-19
ແມ່ຕູ້ບົວຊ້ອຍພົບກັບບໍລິສັດກົດໝາຍພົມສຸພາແອນຊັນແລ້ວ! Featured
ຄໍາມ່ວນລົງທຶນ ສ້າງຊົນລະປະທານ ຮັບໃຊ້ການຜະລິດ Featured
ຜູ້ເສຍຊີວິດທັງສາມແມ່ນມີພະຍາດປະຈໍາຕົວ Featured
ເສຍຊີວິດໃໝ່ 2 ຕິດເຊື້ອເພີ່ມ 194 Featured
ລົດເມຕໍາກັບລົດພ່ວງທີ່ທາງເມືອງພະລານໄຊ (ມີຄລິບ) Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme