Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ແຜນການສາມໄລຍະປາບຢາເສບຕິດທົ່ວແຂວງບໍ່ແກ້ວຕາມເປົ້າໝາຍວາລະແຫ່ງຊາດ

Posted on 11/10/202111/10/2021 By ປະກາດ Pakaad No Comments on ແຜນການສາມໄລຍະປາບຢາເສບຕິດທົ່ວແຂວງບໍ່ແກ້ວຕາມເປົ້າໝາຍວາລະແຫ່ງຊາດ

ກະຊວງ ປ້ອງກັນຄວາມສະຫງົບ ເຜີຍແຜ່ແຜນການຈັດຕັ້ງ ປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບ ຕິດ ຢູ່ແຂວງບໍ່ແກ້ວ.

ວັນທີ 11 ຕຸລາ ນີ້, ກະຊວງ ປກສ ໄດ້ຈັດຕັ້ງເຜີຍແຜ່ແຜນການຈັດຕັ້ງປະຕິບັດວາລະແຫ່ງ ຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ(2021 – 2023 ) ຢູ່ທີ່ແຂວງບໍ່ແກ້ວ, ເປັນປະທານໂດຍ ພົນຕີ ດ໋ອກເຕີ ທອງເຫຼັກ ມັງໜໍ່ເມກ ຮອງລັດ ຖະມົນຕີ ກະ ຊວງ ປກສ, ມີ ທ່ານ ຈອມສີ ລັດຕະນະປັນ ຮອງເຈົ້າແຂວງບໍ່ແກ້ວ, ພ້ອມດ້ວຍຫົວໜ້າ- ຮອງຫົວ ໜ້າກອງບັນຊາການ ປກສ ແຂວງ, ທະຫານແຂວງ, ອົງການໄອຍະການ, ສານປະຊາ ຊົນ ແລະ ພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ຄະນະຮັບຜິດຊອບ ໄດ້ຜ່ານແຜນການຈັດຕັ້ງປະຕິບັດວາລະແຫ່ງ ຊາດ ວ່າດ້ວຍການແກ້ ໄຂບັນຫາຢາເສບຕິດ ( 2021-2023 ) ໂດຍມີຈຸດ ປະສົງເພື່ອຍົກສູງຄວາມຮັບຮູ້,ເຂົ້າໃຈ, ຄວາມເປັນ ເອກະພາບທາງດ້ານທັດ ສະນະແລະຄວາມຮັບຜິດ ຊອບໃນການນຳ ພາ-ຊີ້ນຳ ຂອງຄະນະພັກ-ຄະນະບັນຊາແຕ່ລະຂັ້ນຂອງກຳລັງປ້ອງກັນຄວາມສະ ຫງົບ ໃນການປະຕິບັດຕົວຈິງ; ເພື່ອເຮັດໃຫ້ຄະນະ ພັກ-ຄະນະບັນຊາແຕ່ລະຂັ້ນ ກໍາແໜ້ນເນື້ອໃນສຳ ຄັນທີ່ເປັນພື້ນຖານ ຮັບປະກັນໃຫ້ແກ່ການແກ້ໄຂບັນຫາຢາເສບຕິດ ດຳເນີນໄປຢ່າງເປັນລະບົບ, ຕໍ່ ເນື່ອງ, ປະຕິບັດຕາມຂັ້ນຕອນຂອງກົດ ໝາຍ,ເດັດຂາດ, ໂປ່ງໃສ, ເຂັ້ມງວດ, ເປັນມືອາຊີບ ແລະ ທັນເວລາ; ເພື່ອແກ້ໄຂສາເຫດ ແລະ ເງື່ອນໄຂພາໃຫ້ເກີດບັນຫາຢາເສບຕິດ ໃຫ້ຖືກກັບສະພາບຈຸດພິ ເສດ ຂອງແຕ່ລະກົມກອງ, ຂະແໜງການ ແລະ ທ້ອງຖິ່ນແຕ່ລະຂັ້ນ, ເສີມຂະຫຍາຍຜົນງານ, ຜົນ ສຳເລັດທີ່ຍາດມາໄດ້. ພ້ອມກັນນັ້ນ,ກໍປັບປຸງແກ້ໄຂດ້ານອອ່ນ, ຂໍ້ຄົງຄ້າງ ໃນໄລຍະທີ່ຜ່ານມາ.

ວິທີຈັດຕັ້ງປະຕິບັດວາລະແຫ່ງຊາດ ໄດ້ແບ່ງ ອອກເປັນ 3 ໄລຍະ ຄື:

– ໄລຍະທີ 1. ເລີ່ມແຕ່ເດືອນ ກັນຍາ-ທັນວາ 2021 ແມ່ນໄລຍະກະກຽມຄວາມພ້ອມ ແລະ ເຊື່ອມຊື່ມເອກະສານ ເຊັ່ນ: ຄຳສັງຂອງກົມການເມືອງສູນ ກາງພັກ ເລກທີ 02/ກມສພ, ລົງວັນທີ 26 ກໍລະ ກົດ 2021 ວ່າດ້ວຍເພີ່ມທະວີການນຳພາ ຊີ້ນຳຂອງຄະນະພັກແຕ່ລະຂັ້ນ ຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາ ຢາເສບຕິດ; ມະຕິຂອງສະພາແຫ່ງ ຊາດ ເລກທີ 04/ສພຊ, ລົງວັນທີ 10 ສິງຫາ 2021 ວ່າດ້ວຍການຮັບຮອງເອົາວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາ ຢາເສບຕິດ ( 2021-2023); ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາ ເສບຕິດ; ກົດໝາຍວ່າດ້ວຍການປັບປຸງ ບາງມາດ ຕາຂອງກົດໝາຍວ່າດ້ວຍຢາເສບຕິດ ເລກທີ02/ສພຊ, ລົງວັນທີ 9 ສິງຫາ 2021; ແຈ້ງການຂອງຫ້ອງວ່າ ການສຳນັກງານນາຍົກລັດຖະມົນຕີ ເຖິງ ບັນດາກະຊວງ, ອົງການທຽບເທົ່າ ແລະ ບັນດາແຂວງ-ນະຄອນຫຼວງ ກ່ຽວກັບການຈັດຕັ້ງຜັນຂະ ຫຍາຍວາລະແຫ່ງຊາດ ແລະ ເອກະສານ, ນິຕິກຳອື່ນໆທີ່ກ່ຽວຂ້ອງ.

– ໄລຍະທີ 2. ແຕ່ເດືອນມັງກອນ 2022 – ເມສາ 2023 ( ໄລຍະເກັບຂໍ້ມູນ-ວິໄຈຂໍ້ມູນ,ຈັດຕັ້ງປະຕິ ບັດແຜນການ ແລະ ແກ້ໄຂບັນຫາຢາເສບຕິດຕາມ 6 ແຜນວຽກຈຸດສຸມ ທີ່ໄດ້ກຳນົດໃນວາລະແຫ່ງ ຊາດ ສ້າງຄວາມຮັບຮູ້ໃນທົ່ວສັງຄົມດ້ວຍການສຶກ ສາອົບຮົມ, ໂຄສະນາເຜີຍແຜ່ລະບຽບກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດ; ສ້າງຂະບວນການ ສະເຫຼີມສະຫຼອງວັນແຫ່ງຊາດ, ວັນສາກົນຕ້ານຢາເສບຕິດ ແລະ ປຸກລະດົມຂົນຂວາຍເງິນເຂົ້າກອງທຶນຄວບຄຸມ, ສະກັດ ກັ້ນ ແລະ ຕ້ານຢາເສບຕິດ; ລົງໂຄສະນາເຜີຍແຜ່ສຶກສາອົບຮົມບັນດາບ້ານເປົ້າ ໝາຍທີ່ກໍານົດໄວ້ ໃຫ້ໄດ້ 80% ຂຶ້ນໄປຂອງຈຳ ນວນບ້ານເປົ້າໝາຍທັງໝົດ.

– ໄລຍະທີ 3. ແຕ່ເດືອນກັນຍາ ຫາ ເດືອນທັນວາ 2023 ( ໄລຍະສະຫຼຸບ, ປະ ເມີນຜົນການຈັດຕັ້ງປະ ຕິບັດວາລະແຫ່ງ ຊາດ ) ມອບໃຫ້ຄະນະ ພັກ- ການນຳຂັ້ນກະຊວງ, ຂະແໜງການທີ່ກ່ຽວຂ້ອງ ແລະ ອຳນາດການປົກຄອງທ້ອງຖິ່ນແຕ່ລະຂັ້ນຈັດຕັ້ງ ການສະຫຼຸບ, ປະເມີນຜົນ, ຕີລາ ຄາຄືນການຈັດຕັ້ງປະຕິບັດ,ຖອນຖອນບົດຮຽນຂອງວາລະແຫ່ງຊາດ ແລະ ຈັດຕັ້ງການຍ້ອງຍໍຊົມ ເຊີຍຕໍ່ກົມກອງ ແລະ ບຸກຄົນຜູ້ທີ່ມີຜົນງານດີເດັ່ນ ໃຫ້ສຳເລັດພາຍໃນ ເດືອນ ທັນວາ 2023.

ພ້ອມນີ້, ຄະນະຮັບຜິດຊອບ ຍັງໄດ້ເຜີຍແຜ່ຄໍາສັງຂອງກົມການເມືອງສູນກາງພັກ ເລກທີ 02/ກມສພ, ລົງວັນທີ 26 ແຫ່ງ ຊາດວ່າດ້ວຍການແກ້ ໄຂບັນຫາຢາ ເສບ ຕິດ; ກົດໝາຍວ່າດ້ວຍການປັບ ປຸງ ບາງມາດຕາຂອງກົດໝາຍວ່າດ້ວຍຢາເສບ ຕິດ ເລກທີ 02/ສພຊ,ລົງວັນທີ 9 ສິງຫາ 2021; ຄຳສັ່ງ ເລກທີ 19/ ນຍ,ລົງວັນທີ 4 ຕຸລາ 2021 ກ່ຽວກັບການຈັດຕັ້ງປະ ຕິບັດວາລະແຫ່ງຊາດ ວ່າດ້ວຍການແຂ້ໄຂບັນຫາຢາເສບຕິດ ( 2021-2023 ); ແຈ້ງ ການຂອງຫ້ອງວ່າ ການສຳນັກງານນາຍົກລັດຖະ ມົນຕີ ເຖິງບັນດາກະຊວງ, ອົງ ການທຽບເທົ່າ ແລະ ບັນດາແຂວງ- ນະ ຄອນຫຼວງ ກ່ຽວກັບການຈັດຕັ້ງຜັນຂະ ຫຍາຍວາລະແຫ່ງຊາດ ແລະ ເອກະສານ, ນິຕິກຳອື່ນໆທີ່ກ່ຽວຂ້ອງ.

ໂອກາດດັ່ງກ່າວ, ຄະນະປະທານ ຍັງໄດ້ເນັ້ນໃຫ້ຜູ້ເຂົ້າຮ່ວມ ກໍຄື ຄະນະຮັບຜິດ ຊອບຕ້ອງກຳແໜ້ນ ບັນດາມະຕິ, ຄຳສັ່ງຂອງຂັ້ນເທິງ ເພື່ອນຳໄປຈັດຕັ້ງຜັນຂະ ຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃຫ້ເກີດດອກອອກຜົນ ແລະ ມີຜົນສຳເລັດຕາມລະດັບຄາດໝາຍທີ່ກໍານົດໄວ້.

ຂ່າວ-ພາບ: ຄຳໂຖ ວັນນະລາດ

Featured, ຂ່າວສານບ້ານເມືອງ, ລັດຖະບານ

Post navigation

Previous Post: ລາຍລະອຽດຜູ້ຕິດເຊື້ອທີ່ເສຍຊີວິດທັງ4ຄົນ
Next Post: ນະຄອນຫຼວງພະບາງສັ່ງການເພີ່ມລັອກດ່າວຢ່າງເຂັ້ມງວດທີ່ສຸດ

Related Posts

ແຂວງສາລະວັນສັ່ງລັອກດ່າວດ່ານສາກົນລະໄລ 3ວັນ Featured
ປົວດີໃໝ່ 219 ຕິດເຊື້ອເພີ່ມ 237 ເສຍຊີວິດ 2 Featured
ພິທີເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື ເຊື່ອມຕໍ່ລະບົບການຊຳລະ ລະຫວ່າງ ທະນາຄານ ບີ ໄອ ຊີ ລາວ ຈຳກັດ ແລະ ບໍລິສັດ ລາວ ໂມບາຍມັນນີ ຈໍາກັດຜູ້ດຽວ Featured
ສະຖານທີ່ແຫ່ງໃໝ່ ຮັບໄດ້ອີກ 10.000 ຄົນ ເພື່ອຮອງຮັບແຮງງານກັບມາ ທີ່ສະຫວັນນະເຂດ Featured
ເສຍຊີວິດໃໝ່ 11 ອຸດົມໄຊຕິດເພີ່ມຫຼາຍກວ່າໝູ່ Featured
ແຂວງຈໍາປາສັກສັ່ງເດັດຂາດ ຕ້ອງປັບໃໝ ແລະ ລົງໂທດ ຜູ້ລະເມີດມາດຕະການ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme