Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຄະນະສະເພາະກິດເຕືອນ ເຄື່ອງກວດໂຄວິດແບບໄວຍັງບໍ່ຮັບປະກັນຄວາມຖືກຕ້ອງ

Posted on 06/10/202106/10/2021 By ປະກາດ Pakaad No Comments on ຄະນະສະເພາະກິດເຕືອນ ເຄື່ອງກວດໂຄວິດແບບໄວຍັງບໍ່ຮັບປະກັນຄວາມຖືກຕ້ອງ

ໃນໄລຍະອາທິດທີ່ຜ່ານມານີ້ ເຫັນວ່າ ຈໍານວນຄົນທີ່ມາກວດຫາເຊື້ອ ບາງມື້ມີຕົວເລກຄົງທີ່ ຫຼື ບາງມື້ກໍ່ຫຼຸດລົງ ແຕ່ອັດຕາການກວດພົບເຊື້ອ ແມ່ນເພີ່ມສູງຂື້ນກວ່າເກົ່າ. ຕໍ່ກັບບັນຫາດັ່ງກ່າວ, ສະແດງໃຫ້ເຫັນວ່າ (1) ຍັງມີຜູ້ສຳຜັດໃກ້ຊິດອີກຫຼາຍຄົນ ທີ່ຍັງບໍ່ທັນຕື່ນຕົວ ຫຼື ຮີບຮ້ອນມາກວດຫາເຊື້ອ; (2) ກວດພົບການຕິດເຊື້ອຫຼາຍຂື້ນ ໝາຍວ່າ ແຫຼ່ງຕິດເຊື້ອໃນຊຸມຊົນຍັງມີທ່າອ່ຽງສູງ ໂດຍສະເພາະໃນສະຖານທີ່ທີ່ມີຄົນແອອັດ ເຊັ່ນ: ຕະຫຼາດ, ໂຮງຈັກໂຮງງານທີ່ຍັງດໍາເນີນການຜະລິດຢູ່ ຫຼື ໃນໂຮງໝໍ, ສໍານັກງານອົງການ ແລະ ສະຖານທີ່ຄຸມຂັງ.

ຂໍແຈ້ງໃຫ້ທ່ານຊາບວ່າ ການກວດດ້ວຍຊຸດເຄື່ອງກວດແບບໄວນັ້ນ ເປັນວິທີໜຶ່ງ ທີ່ຄະນະສະເພາະກິດໄດ້ກໍານົດໃຫ້ໃຊ້ໃນສະຖານບໍລິການ ຫຼື ການກວດແບບທ່າບຸກຢູ່ໃນຊຸມຊົນທີ່ມີການຕິດເຊື້ອ. ເຖິງຈະກວດດ້ວຍເຄື່ອງກວດແບບໄວແລ້ວກໍ່ຕາມ ແຕ່ວິທີການກວດທີ່ເປັນມາດຕະຖານທີ່ສຸດ ຍັງແມ່ນການກວດໃນຫ້ອງວິເຄາະ. ຄະນະສະເພາະກິດ ບໍ່ອະນຸຍາດໃຫ້ບຸກຄົນໄປຊື້ມາກວດດ້ວຍຕົນເອງ ຍ້ອນເຫດຜົນດັ່ງນີ້:

  • ເຄື່ອງກວດທີ່ມີຂາຍແບບຊະຊາຍມີຫຼາຍຊະນິດ ໂດຍບໍ່ຮູ້ວ່າຊະນິດໃດໄດ້ມາດຕະຖານສາກົນ
  • ເຄື່ອງກວດທີ່ເຫັນໂຄສະນາຂາຍນີ້ ບໍ່ໄດ້ຜ່ານການກວດກາຂອງ ອາຫານ ແລະ ຢາ, ກະຊວງສາທາລະນະສຸກ
  • ບັນດາເຄື່ອງກວດແບບໄວທັງໝົດທີ່ມີໃນປະຈຸບັນ ບໍ່ມີເຄື່ອງຊະນິດໃດທີ່ໃຫ້ຜົນຖືກຕ້ອງ 100% ໝາຍຄວາມວ່າ ສາມາດຜິດພາດໄດ້ສູງ
  • ບຸກຄົນທີ່ຊື້ມາກວດເອງ ຍັງບໍ່ມີຄວາມຊໍານານ ຊຶ່ງອາດເກັບຕົວຢ່າງບໍ່ຖືກຕ້ອງ ຫຼື ບໍ່ຖືກຈຸດ ເຮັດໃຫ້ຜົນກວດບໍ່ຖືກຕ້ອງ
  • ການຖີ້ມເຄື່ອງກວດນັ້ນລົງຖັງຂີ້ເຫຍື້ອຢູ່ເຮືອນຕົນເອງ ໂດຍບໍ່ໄດ້ຂ້າເຊື້ອກ່ອນ ແມ່ນເປັນການຖີ້ມທີ່ອັນຕະລາຍທີ່ສຸດ ເພາະເຄື່ອງກວດທີ່ມີເຊື້ອນັ້ນ ອາດຈະກາຍເປັນແຫລ່ງແຜ່ເຊື້ອ ແລະ ເຮັດໃຫ້ເກີດການຕິດເຊື້ອໄວ ແລະ ລາມເປັນວົງກວ້າງໄດ້ ເຊິ່ງໃນນັ້ນ ອາດແມ່ນຄົນໃນຄອບຄົວຂອງທ່ານ.

ສໍາລັບທ່ານທີ່ໄດ້ໄປເກັບຕົວຢ່າງກວດໃນຈຸດບໍລິການ ກໍ່ຂໍໃຫ້ຂຽນເບີໂທຕິດຕໍ່ຂອງທ່ານໃຫ້ຖືກຕ້ອງ ແລະ ຕ້ອງເປັນເບີໂທທີ່ທ່ານກໍາລັງໃຊ້ຢູ່ ເພາະເມື່ອທ່ານມີຜົນບວກ ທິມແພດບໍ່ສາມາດແຈ້ງບອກທ່ານໄດ້ ຍິ່ງເຮັດໃຫ້ທ່ານເອງ ແລະ ຄົນອ້ອມຂ້າງເພີ່ມຄວາມສ່ຽງຕິດເຊື້ອເປັນຫຼາຍເທົ່າ.

ຂໍໃຫ້ທຸກທ່ານສືບຕໍ່ປະຕິບັດ ປະຕິບັດມາດຕະການ ປ້ອງກັນຕົນເອງ ຢ່າງເຂັ້ມງວດ ເພື່ອຄວາມປອດໄພຂອງໂຕເຮົາເອງ ແລະທຸກຄົນໃນສັງຄົມ. ປັດຈຸບັນ ທົ່ວປະເທດ ສັກຢາເຂັມທີ 1 ໄດ້ 41,13% ຂອງປະຊາກອນເປົ້າໝາຍທັງໝົດ ແລະ ເຂັມຄົບໂດສ ກວມເອົາ 28,98 %.

ຮຽກຮ້ອງໃຫ້ ສໍານັກງານ ອົງການ ໂຮງຈັກໂຮງງານ ຕະຫຼາດ ໄດ້ຈັດສັນພະນັກງານ ກໍາມະກອນ ຊາວຄ້າຂາຍ ທຸກທ່ານຮັກສາໄລຍະຫ່າງ, ສະຖານທີ່ເຮັດວຽກມີອາກາດຖ່າຍເທ ແລະ ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ. ສິ່ງສຳຄັນ ບໍ່ຄວນກິນເຂົ້າຮ່ວມກັນ ເພື່ອຄວາມປອດໄພຂອງໂຕທ່ານເອງ ແລະ ໝູ່ເພື່ອນ.

  • ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂ ການລະບາດ ພະຍາດໂຄວິດ-19 ກໍຄື www.covid19.gov.la ແລະ ກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ cdc.gov.la
  • ເຟດບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ, ກະຊວງສາທາລະນະສຸກ
  • ແລະ ສາມາດໂທສອບຖາມ ສາຍດ່ວນ 165 ຫຼື 166 ສໍາລັບສູນກາງ ແລະ ສາຍດ່ວນແຂວງ (ລະຫັດແຂວງ ຕາມດ້ວຍ 165 ຫຼື 166).
Uncategorized

Post navigation

Previous Post: ແຈ້ງເຕືອນ ພະຍຸເຂດຮ້ອນ 6-10 ຕຸລາ 2021
Next Post: 178ບ້ານແລ້ວທີ່ເປັນບ້ານແດງໃນນະຄອນຫຼວງວຽຽງຈັນ

Related Posts

ຫຼາຍພາກສ່ວນລົງກວດກາໂຄງການກໍ່ສ້າງສະໜາມບິນສາກົນ ເຂດຖະກິດພິເສດສາມຫຼ່ຽມຄຳ ແຂວງບໍ່ແກ້ວ Uncategorized
ນາຍົກລັດຖະມົນຕີ ຕ້ອນຮັບປະທານສະພາແຫ່ງຊາດ ສສ ຫວຽດນາມ Uncategorized
ແຈ້ງການ ຊີ້ແຈ້ງ ເລື້ອງຄົນໂດດຕຶກຕາຍ ຢູ່ແຂວງບໍ່ແກ້ວເປັນຂ່າວປອມ!!!! Uncategorized
Facebook ຈາກ Meta ສົ່ງເສີມທຸລະກິດຂະໜາດນ້ອຍແລະກາງໃນປະເທດລາວຜ່ານແຄມເປນ Uncategorized
ຮູບ X Ray ປອດທີ່ຖືກທຳລາຍຈາກເຊື້ອໂຄວິດ-19 Uncategorized
ໂພຊະນາການລູກເກີດໃໝ່ຫາ 1 ປີ Uncategorized

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme