Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

178ບ້ານແລ້ວທີ່ເປັນບ້ານແດງໃນນະຄອນຫຼວງວຽຽງຈັນ

Posted on 06/10/202106/10/2021 By ປະກາດ Pakaad No Comments on 178ບ້ານແລ້ວທີ່ເປັນບ້ານແດງໃນນະຄອນຫຼວງວຽຽງຈັນ

ຄະນະສະເພາະກິດ ໄດ້ສະຫຼຸບຂໍ້ມູນ ບ້ານແດງ ນະຄອນຫຼວງວຽງຈັນ ຮອດວັນທີ 5 ຕຸລາ 2021 ຕົວເລກ ບ້ານແດງ ແມ່ນເພີ່ມມາເປັນ 178 ບ້ານແລ້ວ. ນະຄອນຫຼວງມີຄົນຕິດເຊື້ອໃນຊຸມຊົນໃໝ່ເຖິງ 206 ຄົນປະກອບມີ ເມືອງຈັນທະບູລີ ມີ 08 ບ້ານ, ເມືອງສີໂຄດຕະບອງ ມີ 12 ບ້ານ, ເມືອງໄຊເສດຖາ ມີ 06 ບ້ານ, ເມືອງສີສັດຕະນາກມີ 08 ບ້ານ, ເມືອງນາຊາທອງ ມີ 08 ບ້ານ, ເມືອງໄຊທານີ ມີ 14 ບ້ານ ແລະ ເມືອງຫາດຊາຍຟອງ ມີ 07 ບ້ານ .

ບ້ານແດງທັງ 178 ບ້ານແມ່ນນອນຢູ່ໃນ 7 ເມືອງ, ເຊິ່ງເມືອງທີ່ມີບ້ານແດງຫຼາຍກວ່າໝູ່ແມ່ນເມືອງສີໂຄດຕະບອງ 35 ບ້ານ, ເມືອງນາຊາຍທອງ 31 ບ້ານ, ເມືອງໄຊທານີ 29 ບ້ານ, ເມືອງໄຊເສດຖາ 28 ບ້ານ, ເມືອງຈັນທະບູລີ 21 ບ້ານ, ເມືອງຫາດຊາຍຟອງ 18 ບ້ານ ແລະ ເມືອງສີສັດຕະນາກ 16 ບ້ານ.

ຄະນະສະເພາະກິດລາຍງານ ສະພາບການການຕິດເຊືື້ອພະຍາດໂຄວິດ19 ໃນມືື້ວານນີ້້ ວັນທີ 5 ຕຸລາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 4,874 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 484 ຄົນ ( ຊຸມຊົນ = 468 ຄົນ ແລະ ຕິດເຊື້ອນໍາເຂົ້າ 16 ຄົນ ). ການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 16 ຄົນ ຄື: 07 ຄົນ ຈາກສະຫວັນນະເຂດ, ນະຄອນຫຼວງວຽງຈັນ 07 ຄົນ ແລະ ຈາກ ແຂວງບໍ່ແກ້ວ 02 ຄົນ, ເຊິ່ງທັງໝົດນັ້ນແມ່ນໄດ້ມີການເກັບຕົວຢ່າງແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ ແລະ ເມື່ອຜົນກວດຕົວຢ່າງເປັນບວກພວກກ່ຽວໄດ້ ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.

ຂໍ້ມູນໂດຍຫຍໍ້ກ່ຽວກັບຜູ້ຕິດເຊືື້ອໃໝ່ໃນຊຸມຊົນ ທັງໝົດມີ 468 ຊຶ່ງມີລາຍລະອຽດດັ່ງນີ້:

ນະຄອນຫຼວງ 206 ຄົນ: ເມືອງຈັນທະບູລີ ມີ 08 ບ້ານ, ເມືອງສີໂຄດຕະບອງ ມີ 12 ບ້ານ, ເມືອງໄຊເສດຖາ ມີ 06 ບ້ານ, ເມືອງສີສັດຕະນາກມີ 08 ບ້ານ, ເມືອງນາຊາທອງ ມີ 08 ບ້ານ, ເມືອງໄຊທານີ ມີ 14 ບ້ານ ແລະ ເມືອງຫາດຊາຍຟອງ ມີ 07 ບ້ານ

ຫຼວງພະບາງ 96 ຄົນ: ເມືອງນໍ້າບາກ ມີ 30 ຄົນ (ທັງໝົດເຮັດວຽກຢູ່ສວນກ້ວຍຈີນ ບ້ານນະຄອນ), ບ້ານໂພນສະອາດ ມີ 22 ຄົນ (ພະນັກງານສາທາທັງໝົດ), ບ້ານນໍ້າຖ້ວມ ມີ 01 ຄົນ, ບ້ານຟ້າ ມີ 04 ຄົນ, ບ້ານນໍ້າລາ ມີ 02 ຄົນ, ບ້ານໂພນໄຊ ມີ 01 ຄົນ, ເມືອງງອຍ ມີ 57 ຄົນ, ບ້ານເຄື່ອນນໍ້າອູ່ 23 ຄົນ (ກຳມະກອນ ເຮັດວຽກຢູ່ເຂື່ອນນ້ຳອູ 3), ບ້ານໜອງຂຽວ ມີ 17 ຄົນ, ບ້ານປາກບາກ ມີ 17 ຄົນ, ນະຄອນຫລວງພະບາງ ມີ 04 ຄົນ (ບ້ານພູຊ້າງ, ບ້ານເມືອງງາ, ບ້ານສັງກະໂລກ ແລະ ບ້ານ ວັດທາດ ມີ ບ້ານລະ 01 ຄົນ), ເມືອງຊຽງເງີນ ມີ 04 ຄົນ (ບ້ານຊຽງເງີນ), ເມືອງນານ ມີ 01 ຄົນ (ບ້ານໂພນໄຊ)

ບໍ່ແກ້ວ 78 ຄົນ: ຈາກ ເມືອງ ຫ້ວາຍຊາຍ, ບ້ານ ໂພນງາມ 7 ຄົນ ແລະ ບ້ານ ໂພນໂຮມ 01 ຄົນ ແລະ ກຳມະກອນກໍ່ສ້າງສະໜາມບິນ ເຂດເສດຖະກິດພິເສດ 70 ຄົນ ຊື່ງແມ່ນຄົນພະມ້າທັງ
ໝົດ

ສະຫວັນນະເຂດ 58 ຄົນ:ນະຄອນໄກສອນ ມີ 46 ຄົນ ປະກອບມີ ເມືອງອຸທຸມພອນ ມີ 10 ຄົນ, ເມືອງອາດສະພັງທອງ ມີ 01 ຄົນ

ແຂວງວຽງຈັນ 17 ຄົນ: ເມືອງວັງວຽງ ມີ 11 ຄົນ (ບ້ານຫ້ວຍແຍ້ ມີ 06 ຄົນ; ບ້ານໂພນຊູ ມີ 04 ຄົນ ແລະ ບ້ານວັງວຽງ ມີ 01 ຄົນ), ເມືອງວຽງຄໍາ ມີ 03 ຄົນ (ບ້ານໂພນໝີໃຕ້), ເມືອງແກ້ວອຸດົມ ມີ 03 ຄົນ (ບ້ານແສງສະຫວ່າງ)

ຈໍາປາສັກ 7 ຄົນ: ປະກອບມີ ນະຄອນປາກເຊ ມີ 03 ຄົນ (ບ້ານຊົ້ງໃຫ່ຍ, ບ້ານສະພານໄຊ ແລະ ບ້ານໂນນສະຫວ່າງ ມີບ້ານລະ 01 ຄົນ), ເມືອງບາຈຽງຈະເລີນສຸກ ມີ 02 ຄົນ (ບ້ານລົ່ມສັກເໜຶອ ແລະ ບ້ານຫ້ວຍລຶສີ ມີບ້ານລະ 01 ຄົນ), ເມືອງໂພນທອງ ມີ 01 ຄົນ (ບ້ານໃໝ່ສີວິໄລ) ແລະ ເມືອງປະທຸມພອນ ມີ 01 ຄົນ (ບ້ານນາສາຍຄໍາ)

ຄໍາມ່ວນ 4 ຄົນ: ບ້ານ ໂພນສູງ: 2 ຄົນ ແລະ ບ້ານ ລໍາມະລາດ: 2 ຄົນ (ໃນນີ້ ມີຜູ້ຍິງຖືພາສາມເດືອນໜຶ່ງຄົນ)

ຊຽງຂວາງ 2 ຄົນ: ຊື່ງໄດ້ສໍາຜັດໃກ້ຊິດກັບຄົນຕິດເຊື້ອທີ່ໄປຮ່ວມງານເຮືອນດີຢູ່ບ້ານຫໍສິມ

ສໍາລັບຜູ້ຕິດເຊືື້ອໃນຊຸມຊົນເຫຼົ່ານີີ້ ແມ່ນທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະ ມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.

ມາຮອດວັນທີ 5 ຕຸລານີ້ ຕົວເລກຜູ້ຕິດເຊື້ອ ພະຍາດໂຄວິດ-19 ສະສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 26,462 ຄົນ, ເສຍຊີວິດສະສົມ 23 (01 ໃໝ່), ປິ່ນປົວດີ ແລະ ກັບບ້ານ ມີ 284 ຄົນ ແລະ ຍັງສືບຕໍ່ປິ່ນປົວ 6,558 ຄົນ. ສຳລັບ ຄົນເຈັບ 1 ຄົນ ເສຍຊີວີດ, ລາຍລະອຽດ ດັ່ງນີ້: ເພດຊາຍ, ອາຍຸ 74 ປີ, ບ້ານໜອງຈັນ, ເມືອງສີສັດຕະນາກ, ນະຄອນຫລວງວຽງຈັນ, ມີປະຫວັດພະຍາດປະຈຳໂຕ ແລະ ຜ່ານມາ ບໍ່ໄດ້ສັກວັກຊີນປ້ອງກັນພະຍາດໂຄວິດ-19. ຜູ້ກ່ຽວເຂົ້າມານອນປິ່ນປົວຢູ່ໂຮງເສດຖາທິຣາດ ໃນວັນທີ 20 ກັນຍາ 2021 (ຄອບຄົວຕິດເຊື້ອໝົດທຸກຄົນ). ວັນທີ 21 ກັນຍາ 2021 ມີອາການໄອ ຈຶ່ງໄດ້ເກັບຕົວຢ່າງກວດຫາເຊື້ອ ແລະ ຜົນກວດພົບເຊື້ອໂຄວິດ-19. ຜູ້ກ່ຽວນອນປິ່ນປົວຢູ່ໂຮງໝໍດັ່ງກ່າວ 15 ມື້, ຈົນມາຮອດວັນທີ 5 ຕຸລາ 2021 ເວລາ 15:00 ໂມງ ຜູ້ກ່ຽວໄດ້ເສຍຊີວີດ.

Featured, ໂຄວິດ-19

Post navigation

Previous Post: ຄະນະສະເພາະກິດເຕືອນ ເຄື່ອງກວດໂຄວິດແບບໄວຍັງບໍ່ຮັບປະກັນຄວາມຖືກຕ້ອງ
Next Post: ນາຍົກລັດຖະມົນຕີ ພົບປະສື່ມວນຊົນພາຍໃຕ້ຫົວຂໍ້ ການແກ້ໄຂພະຍາດໂຄວິດ-19

Related Posts

ປະທານບໍລິສັດ ຊຳຊຸງ ອີເລັກໂທຣນິກສ໌ ເຂົ້າຢ້ຽມຢາມ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ Featured
ອາກາດຍັງຈະສືບຕໍ່ເຢັນຫາໜາວ ເຢັນພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ Featured
ບໍ່ແກ້ວ ອອກແຈ້ງການສະບັບໃໝ່ຮັບມືໂຄວິດ Featured
ເສຍຊີວິດໃໝ່ 7 ຄົນ ຕິດໃໝ່ 929 ຄົນ Featured
ຂ່າວດ່ວນ! ນະຄອນຫຼວງວຽງຈັນ ແຈ້ງ ໂຈະການຮຽນການສອນ Featured
ລາຍງານມື້ນີ້1170ຄົນສະຖິຕິໃໝ່ສູງທີ່ສຸດ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme