Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ກຸ່ມບ້ານຊຽງດາວ ເມືອງເມິງ ແຂວງບໍ່ແກ້ວ ເຂັ້ມງວດຕ້ານວຽກງານປ້ອງກັນໂຄວິດ-19

Posted on 03/05/202107/05/2021 By ປະກາດ Pakaad No Comments on ກຸ່ມບ້ານຊຽງດາວ ເມືອງເມິງ ແຂວງບໍ່ແກ້ວ ເຂັ້ມງວດຕ້ານວຽກງານປ້ອງກັນໂຄວິດ-19

ວັນທີ 1 ພຶດສະພາ 2021ນີ້ ສະຫາຍ ຕຸ້ຍ ເພັດສົງຄາມ ເລຂາຄະນະພັກຮາກຖານ, ເລຂາຄະນະບໍລິຫານງານຊາວໜຸ່ມ ປປລາວ ເມືອງເມິງ, ໄດ້ລົງປຸກລະດົມ,ຊຸກຍູ້ ຂະບວນການ ຕ້ານ, ສະກັດກັ້ນ ແລະ ຄວບຄຸມ ການແຜ່ລະບາດຂອງພະຍາດ ໂຄວິດ-19

ທີ່ກຳລັງເປັນໄພຄຸກຄາມໄປທົ່ວສັງຄົມໃນປະຈຸບັນນີ້; ສະຫາຍໄດ້ລົງຢ້ຽມຢາມ ແລະ ໄດ້ມອບເຄື່ອງຊຸກຍູ້ທີ່ຈຳເປັນ ໂດຍສະເພາະແມ່ນນ້ຳດື່ມ ແລະ ອື່ນໆ ຈຳນວນໜຶ່ງ; ພ້ອມທັງໄດ້ໂອ້ລົມ,ໃຫ້ກຳລັງໃຈເຊິ່ງກັນ ແລະ ກັນໃນຍາມທີ່ປະເທດຊາດພວມປະເຊີນກັບວິກິດການສົງຄາມທາງຊີວະວິທະຍາ(ທີ່ເບິ່ງບໍ່ເຫັນດ້ວຍຕາເປົ່າ)ຢູ່ບັນດາບ້ານ-ຈຸດກວດກາຄົນເຂົ້າ-ອອກບ້ານ 04 ບ້ານທົ່ວກຸ່ມຊຽງດາວ ຄື: ຈຸດເຂົ້າ-ອອກ ບ້ານຊຽງດາວ,ບ້ານປຸ່ງຈອມແສງ,ບ້ານຫ້ວຍອໍ ແລະ ບ້ານມອນແຫຼມ.

ກຸ່ມບ້ານພັດທະນາຊຽງດາວມີທັງໜົດ 04 ບ້ານ,ມີພົນລະເມືອງລວມທັງໝົດ 1,525 ຄົນ , ຍິງ 676 ຄົນ , ມີ 02 ຊົນເຜົ່າ ຄື : ເຜົ່າ ລື້ ແລະ ເຜົ່າ ອາຄາ ; ພ້ອມກັນນີ້ກໍ່ມີ 02 ບ້ານທີ່ມີຊາຍແດນຕິດກັບແມ່ນ້ຳຂອງຄື: ບ້ານປຸ່ງຈອມແສງ ແລະ ບ້ານຊຽງດາວ ; ມາຮອດປະຈຸບັນທົ່ວກຸ່ມຊຽງດາວແມ່ນໄດ້ພ້ອມກັນຈັດຕັ້ງປະຕິບັດທຸກມາດຕະການ ແລະ ມະຕິຄຳສັ່ງຕ່າງໆ ທີ່ຄະນະສະເພາະກິດທຸກຂັ້ນວາງອອກຢ່າງເຂັ້ມງວດ.ຂ່າວ ເມືອງເມິງ.

Uncategorized, ຂ່າວສານບ້ານເມືອງ

Post navigation

Previous Post: ຈັບຄູ່ທຸລະກິດ ອອນໄລນ໌ ເຄື່ອງສຳອາງ ໄທ-ລາວ ເຄື່ອງສຳອາງຂອງປະເທດໄທ ເຈາະຕະຫຼາດຜະລິດຕະພັນຄວາມງາມ ຍຸດທະສາດການຂາຍອອນລາຍ
Next Post: ວັນທີ່ 3 ພຶດສະພາ ໄດ້ມີພິທີມອບ-ຮັບ ແລະ ເປີດນໍາໃຊ້ ໂຮງໝໍພາກສະໜາມລ້ານຊ້າງ

Related Posts

ຄົນເຂົ້າ-ອອກເມືອງດ່ານສາກົນບໍ່ເຕ່ນ ຍັງບໍ່ທັນຟົດຟື້ນ Featured
ທົ່ວປະເທດເພີ່ມ 1702 ນະຄອນຫຼວງວຽງຈັນ 914 Featured
ຖະແຫຼງຂ່າວເຫດຄາດຕະກໍາທີ່ບ້ານໜອງໜ່ຽງ 29 ສິງຫາ 2021 Featured
ເປີດທີ່ພັກຫລົບໄພແຫ່ງໃໝ່ ໃຫ້ແມ່ຍິງ ທີ່ຖືກເຄາະຮ້າຍຈາກຄວາມຮຸນແຮງ Featured
ກະຊວງ ສສກ ແລະ ໂຄງການໂອກາດດ້ານການສຶກສາລາວ ຮ່ວມເຊັນບົດບັນທຶກຄວາມເຂົ້າໃຈ ໄລຍະ III Featured
ສປ ຈີນ ມອບວັກຊິນປ້ອງກັນ ໂຄວິດ-19 ໃຫ້ ສປປ ລາວ ອີກ 8 ແສນໂດສ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme