Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ມູນນິທິກອງທຶນ ແບ່ງປັນຊຶ່ງກັນ ແລະ ກັນ ມອບອຸປະກອນການແພດ ໃຫ້ລັດຖະບານລາວ ມູນຄ່າຫຼາຍກວ່າ 1 ລ້ານໂດລາ

Posted on 04/06/202104/06/2021 By ປະກາດ Pakaad No Comments on ມູນນິທິກອງທຶນ ແບ່ງປັນຊຶ່ງກັນ ແລະ ກັນ ມອບອຸປະກອນການແພດ ໃຫ້ລັດຖະບານລາວ ມູນຄ່າຫຼາຍກວ່າ 1 ລ້ານໂດລາ

ມູນນິທິກອງທຶນ ແບ່ງປັນຊຶ່ງກັນ ແລະ ກັນ (GX Foundation) ໄດ້ນຳເອົາອຸປະກອນການແພດ ປະກອບມີ ຊຸດເຄື່ອງຊ່ວຍຫາຍໃຈ, ຜ້າອັດປາກ-ດັງ, ຖົງມື ແລະ ຊຸດເຄື່ອງນຸ່ງປ້ອງກັນ ຂອງແພດໝໍ ມູນຄ່າ 1 ລ້ານກວ່າໂດລາ (ລວມທັງຄ່າຂົນສົ່ງ) ມອບໃຫ້ແກ່ລັດຖະບານ ສປປ ລາວ ເພື່ອໃຊ້ເຂົ້າໃນປ້ອງກັນ ແລະ ຄວບຄຸມການລະບາດພະຍາດ ໂຄວິດ-19 ໃນ ສປປ ລາວ.

ພິທີມອບ-ຮັບ ເຄື່ອງຊ່ວຍເຫຼືອຄັ້ງນີ້, ໄດ້ຈັດຂຶ້ນໃນວັນທີ 4 ມິຖຸນາ 2021 ທີ່ສໍານັກງານນາຍົກລັດຖະມົນຕີ ຕາງໜ້າມອບໂດຍ ທ່ານ ຫຼຽງ ເຈິນ ຢິງ ຮອງປະທານສະພາທີ່ປຶກສາການເມືອງ ແຫ່ງ ສປ ຈີນ, ປະທານ ມູນນິທິ GX Foundation ແລະ ກ່າວຮັບໂດຍ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ມີ ທ່ານ ຈຽງຈ້າຍຕົງ ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ, ພ້ອມດ້ວຍພະນັກງານ ທັງສອງຝ່າຍເຂົ້າຮ່ວມ ເປັນສັກຂີພິຍານ.

ໂອກາດນີ້, ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ກ່າວສະແດງຄວາມຂອບໃຈ ມາຍັງມູນນິທິດັ່ງກ່າວ ທີ່ໄດ້ໃຫ້ການຊ່ວຍເຫຼືອ ດ້ານອຸປະກອນການແພດໃນຄັ້ງນີ້ ແລະ ຂໍສັນຍາວ່າ ຈະນຳໃຊ້ເຄື່ອງຊ່ວຍເຫຼືອດັ່ງກ່າວ ໃຫ້ເກີດປະໂຫຍດສູງສຸດ.

ຂ່າວ-ພາບ: ນາງ ແສງຈັນ

Uncategorized

Post navigation

Previous Post: JDB ມອບເຂົ້າສານໜຽວ ມູນຄ່າ 100 ລ້ານກີບ ຊ່ວຍນັກສຶກສາຕົກຄ້າງຢູ່ຫໍພັກ
Next Post: ຍີ່ປຸ່ນຈະຊ່ວຍ ສະໜອງວັກຊິນ ແກ່ປະເທດທີ່ກໍາລັງພັດທະນາ ມູນຄ່າ 1 ຕື້ ໂດລາ

Related Posts

ຂໍ້ມູນປະຫວັດການເຄື່ອນໄຫວຂອງຜູ້ຕິດເຊື້ອໂຄວິດ ທັງສອງ ຂອງວັນທີ 20 ເມສາ 2021 Uncategorized
ຄະນະແພດ ແລະ ຊ່ຽວຊານຈາກ ສປ ຈີນ ເດີນທາງມາຊ່ວຍແກ້ໄຂການລະບາດພະຍາດໂຄວິດ-19 ຢູ່ແຂວງບໍ່ແກ້ວ Uncategorized
ຫຼາຍພາກສ່ວນລົງກວດກາໂຄງການກໍ່ສ້າງສະໜາມບິນສາກົນ ເຂດຖະກິດພິເສດສາມຫຼ່ຽມຄຳ ແຂວງບໍ່ແກ້ວ Uncategorized
ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ ສຸດຍອດອາຊຽນ-ອາເມລິກາ ສະໄໝພິເສດ Uncategorized
ປະທານປະເທດ ຮ່ວມປູກຕົ້ນໄມ້ ສະຫລອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ Uncategorized
ສອງ ນາຍົກລັດຖະມົນຕີ ລາວ ແລະ ຈີນ ປະຊຸມທາງໄກ ຫາລືຫຼາຍປະເດັນສໍາຄັນ Uncategorized

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme