Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຄວາມຄືບໜ້າການກໍ່ສ້າງຂົວນໍ້າພະນາຍ ບ້ານເກີນ

Posted on 09/09/202109/09/2021 By ປະກາດ Pakaad No Comments on ຄວາມຄືບໜ້າການກໍ່ສ້າງຂົວນໍ້າພະນາຍ ບ້ານເກີນ

ເມືອງທຸລະຄົມ ແຂວງວຽງຈັນ ໃຫ້ຮູ້ວ່າ: ວັນທີ 8 ກັນຍາ ນີ້, ທ່ານ ນາງ ວົງເດືອນ ວັດຕະໂສ ເຈົ້າເມືອງທຸລະຄົມ ໄດ້ລົງຕິດຕາມການກໍ່ສ້າງຂົວນໍ້າພະນາຍ (ທາງເລກທີ 10 ກມ 63+400) ບ້ານເກິນກາງ ເມືອງທຸລະຄົມ ເພື່ອເຮັດໃຫ້ການກໍ່ສ້າງຂົວ ເປັນໄປຕາມແບບ, ຕາມເຕັກນິກ ແລະ ໃຫ້ການກໍ່ສ້າງສໍາເລັດໃນເວລາທີ່ກໍານົດໄວ້.

ທ່ານ ທອງປະເສີດ ເພັດລາສີ ຮອງຫົວໜ້າຄະນະຮັບຜິດຊອບ ໂຄງການສ້ອມແປງທາງຫລວງແຫ່ງ ຊາດເລກທີ 13, ທັງເປັນຄະນະຮັບຜິດຊອບການກໍ່ສ້າງຂົວນໍ້າພະນາຍ ໄດ້ໃຫ້ຮູ້ວ່າ: ພາຍຫລັງມີໜັງສືສັນຍາກໍ່ສ້າງຂົວນໍ້າພະນາຍ ວັນທີ 28 ມິຖຸນາ 2021, ຄະນະຮັບຜິດຊອບການກໍ່ສ້າງໄດ້ສົມທົບກັບ ບໍລິສັດຮັບເໝົາ ຄື: ບໍລິສັດມາລີນີ ຈໍາກັດ ແລະ ຂະແໜງການກ່ຽວຂ້ອງ ວາງແຜນຮີບຮ້ອນຈັດຕັ້ງປະຕິບັດການກໍ່ສ້າງ ໂດຍລຽງລໍາດັບແຕ່ລະໜ້າວຽກທີ່ຮີບດ່ວນ ແລະ ວຽກໃດທີ່ຕ້ອງເຮັດຕາມຫລັງ ຕາມແບບເຕັກນິກຂອງການອອກແບບທີ່ກົມຂົວທາງ ກະຊວງໂຍທາທິການ ແລະ ຂົນສົ່ງຮັບຮອງ, ແຕ່ເນື່ອງການລົງມືຈັດຕັ້ງປະຕິບັດຕົວຈິງນັ້ນ ຍັງມີບາງເງື່ອນໄຂ ແລະ ປັດໄຈບາງດ້ານທີ່ບໍ່ທັນເອື້ອອໍານວຍ ຈຶ່ງມີຄວາມຈໍາເປັນຕ້ອງໄດ້ແກ້ໄຂໄປນໍາ, ລວມທັງຄວາມຫຍຸ້ງຍາກໃນການຕອກເສົາເຂັມ, ຮາກຖານຂອງສົ້ນຂົວ ແລະ ອື່ນໆເຊື່ອມຕໍ່ລະດູຝົນ, ຄວາມຫຍຸ້ງຍາກການເພີ່ມຂຶ້ນລະດັບນໍ້າງື່ມຍູ້ໃສ່ນໍ້າພະນາຍ ແລະ ຜົນກະທົບຂອງພະຍາດໂຄວິດ-19 ຈຶ່ງແກ່ດຶງເວລາການກໍ່ສ້າງອອກໄປອີກ.

ໂອກາດນີ້, ທ່ານເຈົ້າເມືອງທຸລະຄົມ ໄດ້ຮຽກຮ້ອງມາຍັງຄະນະຮັບຜິດຊອບໂຄງການກໍ່ສ້າງ ເອົາໃຈໃສ່ສົມທົບກັບບໍລິສັດຮັບເໝົາ, ກົມຂົວທາງ ແລະ ພາກສ່ວນກ່ຽວຂ້ອງຕື່ມ ເພື່ອໃຫ້ຮີບຮ້ອນເລັ່ງມືຈັດຕັ້ງປະຕິບັດທຸກໜ້າວຽກທີ່ວາງໄວ້ ໃຫ້ໄປຕາມລະບົບຢ່າງຖືກ ຕ້ອງ, ທັງໃຫ້ມີຄວາມຮັບປະກັນດ້ານຄຸນນະພາບ ຫລື ຖ້າຫາກມີບັນຫາໃດຫຍຸ້ງຍາກ ທີ່ຕິດພັນກ່ຽວຂ້ອງກັບເບື້ອງອົງການປົກຄອງເມືອງ ທາງເມືອງ ກໍຍິນດີໃຫ້ຄວາມຮ່ວມມື ແລະ ອໍານວຍຄວາມສະດວກໃຫ້ຢ່າງສຸດຄວາມສາມາດ.

ຂ່າວ: ຫ້ອງການ ຖວທ ເມືອງທຸລະຄົມ.

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ດ່ວນທີ່ສຸດ! ສາລະວັນ ແຈ້ງການກຽມລັອກດາວຂັ້ນສູງ
Next Post: ອຸຕຸເຕືອນ! ທຸກພາກກຽມຮັບມື ພາຍຸ ໂກນເຊີນ!

Related Posts

ເສົ້າໃຈ! ສາວໄວ 23 ປີ ຕິດໂຄວິດ-19 ເສຍຊີວິດທີ່ສະຫວັນນະເຂດ Featured
ແຂວງສະຫວັນນະເຂດ ແຈ້ງການເພີ່ມມາດຕະການຮັບມືໂຄວິດ-19 Featured
ພະຍາກອນອາກາດ ປະຈໍາວັນທີ 14 ພຶດສະພາ 2022 Featured
ນະຄອນຫຼວງວຽງຈັນສູງທີ່ສຸດແລະທົ່ວປະເທດພັນກວ່າຄົນ Featured
ໂຮງຮຽນຫລາຍແຫ່ງທົ່ວເມືອງປາກລາຍຈັດຕັ້ງພິທີສະເຫລີມສະຫລອງວັນຄູ່ແຫ່ງຊາດຄົບຮອບ 26 ປີ Featured
ສ້າງຂົວເບຕົງເສີມເຫຼັກຂ້າມນໍ້າພະນາຍ ໂດຍໃຊ້ງົບປະມານ 5 ຕື້ກີບໃນການສ້າງຂົວໃຫມ່ ໃຫ້ໄດ້ມາດຕະຖານຂຶ້ນ Uncategorized

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme