Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຊາວໜຸ່ມແຂວງຫລວງພະບາງ 124 ຄົນ ຖືກຄັດເລືອກໄປເປັນທະຫານ

Posted on 05/01/202205/01/2022 By ປະກາດ Pakaad No Comments on ຊາວໜຸ່ມແຂວງຫລວງພະບາງ 124 ຄົນ ຖືກຄັດເລືອກໄປເປັນທະຫານ

ຫຼວງພະບາງ ຄັດເລືອກຊາວໜຸ່ມຮັບໃຊ້ຊາດ ຮອບທີ 2 ປະຈໍາປີ 2021.

ພິທີຄັດເລືອກເອົາຊາວໜຸ່ມເຂົ້າຮັບໃຊ້ຊາດຖັນແຖວກອງທັບປະຊາຊົນລາວ ຮອບທີ 2 ປະຈໍາປີ 2021 ຂອງກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນລະຫ່ວາງວັນທີ 3 – 4 ມັງກອນ ຜ່ານມາ ທີ່ເດີ່ນກິລາ 20 ມັງກອນ

ໂດຍການເປັນປະທານຂອງ ສະຫາຍ ພັນເອກ ບຸນເພັງ ເທບພະພອນ ຮອງຫົວໜ້າກົມກໍາລັງພົນ ກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພັນໂທ ຄໍາສອນ ໂພທິວັນ ຮອງກອງບັນຊາການ ຫົວໜ້າຫ້ອງເສນາທິການທະຫານແຂວງ, ມີຕາງໜ້າກົມກວດກາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການຄັດເລືອກຄັ້ງນີ້, ແມ່ນໄດ້ກວດຫາເຊື້ອພະຍາດໂຄວິດ-19, ກວດນໍ້າມຸດສານເສບຕິດ, ກວດພະຍາດພາຍໃນ – ພາຍນອກ. ຜ່ານການກວດກາເຫັນວ່າຖືກຕ້ອງຕາມມາດຖານເງື່ອນໄຂຄົບຖ້ວນທຸກຢ່າງແລ້ວ, ແມ່ນຈະໄດ້ເຂົ້າປະຕິບັດໜ້າທີ່ຮັບໃຊ້ຊາດຢູ່ໃນຖັນແຖວກອງທັບປະຊາຊົນລາວ.

ສະເພາະປີ 2021 ນີ້, ກົມກໍາລັງພົນ ກົມໃຫຍ່ເສນາທິການກອງທັບໄດ້ກໍານົດໂຕເລກລະດົມພົນໃຫ້ກອງບັນຊາຊາການທະຫານແຂວງຫຼວງພະບາງ ທັງໝົດ 124 ສະຫາຍ. ໃນນີ້, ແມ່ນຈະໄດ້ນໍາສົ່ງໃຫ້ກໍາລັງຫຼວງ 50 ສະຫາຍ, ປະກອບໃຫ້ກອງບັນຊາການທະຫານແຂວງຫຼວງພະບາງ 74 ສະຫາຍ.

ໃນໂອກາດດັ່ງກ່າວ, ສະຫາຍຮອງຫົວໜ້າກົມກໍາລັງພົນ ກົມໃຫຍ່ເສນາທິການກອງທັບກໍໄດ້ຮຽກຮ້ອງ ແລະ ເນັ້ນໃຫ້ພະແນກການກ່ຽວຂ້ອງ, ອະນຸກໍາມະການທີ່ຖືກແຕ່ງຕັ້ງໃນການຄັດເລືອກເອົາຊາວໜຸ່ມເຂົ້າເປັນທະຫານພັນທະຮັບໃຊ້ຊາດຄັ້ງນີ້ ຕ້ອງປະຕິບັດໃຫ້ຖືກຕ້ອງ ແລະ ເຂັ້ມງວດຕາມລະບຽບຫຼັກການເພື່ອຄັດເລືອກໃຫ້ໄດ້ຜູ້ທີ່ຄົບມາດຖານເງື່ອນໄຂຈະເຂົ້າຮັບໃຊ້ຊາດໃນຖັນແຖວກອງທັບປະຊາຊົນລາວ ຕາມເງື່ອນໄຂທີ່ກໍານົດໄວ້.

(ຂ່າວ: ໄຊຍະສອນ ລັດຕະນະວົງ, ພາບ: ສົມພອນ ສຸວັນທອນ).

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ໜາວເຢັນຫາໜາວເຢັນຫລາຍໃນແຂວງພາກເໜືອແລະເຂດພູພຽງບໍລະເວນ
Next Post: ຕິດເຊື້ອໃໝ່ 1083 ຄົນ ເສຍຊີວິດໃໝ່ 2

Related Posts

ອຢ ແຈ້ງໃຫ້ລະວັງສິນຄ້າບໍ່ໄດ້ມາດຕະຖານ Featured
ລາຄາແອັດຊັງລົງ ແຕ່ກາຊວນຂຶ້ນ Featured
ແຂວງຫຼວງພະບາງພົບຜູ້ຕິດເຊື້ອໃໝ່ອີກ40ຄົນ Featured
ລັດຖະບານກູ້ເງິນຈາກເອດີບີຈັດຊື້ລົດສຸກເສີນ50ຄັນແຈກຢາຍໄປທົ່ວປະເທດ Featured
ຝົນຕົກກວມຫຼາຍກວ່າ 40% ຂອງພື້ນທີ່ແຕ່ລະພາກ Featured
ຕົວເລກຕິດເຊື້ອຫຼຸດລົງ ທີ່ +454 (ເສຍຊີວິດ 3) Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme