Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ມວນອາກາດເຢັນຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາ ລັງປານກາງ ຫາ ແຮງ

Posted on 24/02/202224/02/2022 By ປະກາດ Pakaad No Comments on ມວນອາກາດເຢັນຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາ ລັງປານກາງ ຫາ ແຮງ

ພະຍາກອນອາກາດ ປະຈໍາວັນທີ 24/02/2022 ເວລາ 7:00 ໂມງ

ມວນອາກາດເຢັນຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາ ລັງປານກາງ ຫາ ແຮງ ສົມທົບກັບລົມຕາເວັນອອກສ່ຽງເໜືອພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດຍັງຈະເຢັນ ຫາ ໜາວເຢັນຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າຢູ່ໃນແຕ່ລະພາກ ພ້ອມມີໝອກບາງປົກຫຸ້ມ ແລະ ອາກາດ ຍັງຈະໜາວເຢັນ ຫາ ໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບໍລະເວນ.

ພະຍາກອນອາກາດ ແຕ່ເວລາ 7:00 ໂມງຂອງວັນທີ 24/2/2022 ຫາເວລາ 7:00 ໂມງ ວັນທີ 25/2/2022

-ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດໜາວເຢັນ ຫາ ໜາວເຢັນຫລາຍ ພ້ອມມີໝອກໜາ ປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 06-24 ອົງສາ.

-ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດໜາວເຢັນ ພ້ອມມີໝອກໜາ ປົກຫຸ້ມຢູ່ບາງທ້ອງຖິ່ນໃນຕອນເຊົ້າ ແລະ ຍັງຈະມີຝົນຕົກໃນລະດັບຄ່ອຍ ຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 20% ຂອງພາກ. ອຸນຫະພູມໃນລະຫວ່າງ 10-27 ອົງສາ.

-ນະຄອນຫລວງວຽງຈັນ: ອາກາດຍັງຈະເຢັນ ຫາ ໜາວເຢັນໃນຕອນ ກາງຄືນ ຫາ ຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມໃນ ລະຫວ່າງ 14-27 ອົງສາ.

-ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 14-29 ອົງສາ.

-ແຂວງໄຊສົມບູນ: ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມຢູ່ໃນ ຕອນເຊົ້າ. ອຸນຫະພູມໃນລະຫວ່າງ 08-23 ອົງສາ.

-ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 16-33 ອົງສາ.

-ເຂດພູພຽງບໍລະເວນ: ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມ ຢູ່ໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 13-26 ອົງສາ.

.

Featured, ພະຍາກອນອາກາດປະຈໍາວັນ

Post navigation

Previous Post: ເສຍຊີວິດໃໝ່ 3 ຕິດເຊື້ອເພີ່ມ 253
Next Post: ເສຍຊີວິດໃໝ່ 1 ຕິດເຊື້ອເພີ່ມ 239

Related Posts

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ Featured
ແຜ່ນດິນໄຫວ 4.1 ຣີກເຕີ ໃນບໍລິເວນເມືອງຫົງສາ Featured
ມວນອາກາດເຢັນຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງປານກາງ Featured
ກອງປະຊຸມລັດຖະບານສະໄໝວິສາມັນປະຈໍາເດືອນກັນຍາ ໄດ້ຮັບຮອງທາງດ້ານຫຼັກການ ເອົາແຜນການສ້າງ ແລະ ປັບປຸງກົດໝາຍ 10 ສະບັບ Featured
ການຄຸ້ມຄອງໃບຂັບຂີ່ຍານພະຫະນະຂົນສົ່ງທາງບົກ Featured
ເຕືອນໄພນໍ້າຖ້ວມນໍ້ານອງ ພາກເໜືອ ແລະ ພາກໃຕ້ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme