Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຖະແຫຼງຂ່າວເຫດຄາດຕະກໍາທີ່ບ້ານໜອງໜ່ຽງ 29 ສິງຫາ 2021

Posted on 31/08/202131/08/2021 By ປະກາດ Pakaad No Comments on ຖະແຫຼງຂ່າວເຫດຄາດຕະກໍາທີ່ບ້ານໜອງໜ່ຽງ 29 ສິງຫາ 2021

ປກສ ນະຄອນຫຼວງວຽງຈັນ: ວັນທີ 31 ສິງຫາ 2021 ນີ້, ທ່ານ ພັນໂທ ອຸບົນ ຈຸນລະມະນີ ຮອງຫົວໜ້າກອງບັນຊາການ ປກສ ນະຄອນຫລວງວຽງຈັນ ຖະແຫລງຂ່າວກ່ຽວກັບສະພາບເຫດການຄາຕະກໍາ ຢູ່ທາງເຂົ້າຮ້ານອາຫານ ຈິ່ມມີ້ ບ້ານ ໜອງໜ່ຽງ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ທີ່ເກີດຂຶ້ນໃນວັນທີ 29 ສິງຫາ 2021 ມານີ້ວ່າ.

ພາຍຫລັງໄດ້ຮັບແຈ້ງເຫດ ເລື່ອງຄາດຕະກໍາ ເຈົ້າໜ້າທີ່ຈຶ່ງໄດ້ລົງກວດກາ ພົບເຫັນລົດເກັ໋ງຢູ່ ຮຸນໄດ ສີດໍາ ໝາຍເລກທະບຽນ ກສ 5577 ກໍາແພງນະຄອນ, ແວ່ນລົດດ້ານໜ້າລົດຄັນດັ່ງກ່າວແຕກ ແລະ ເປັນຮູຈໍານວນຫລາຍຮູ ແລະ ມີຜູ້ເສຍຊີວິດຢູ່ເບາະລົດເບື້ອງຄົນຂັບ. ເຈົ້າໜ້າທີ່ຈຶ່ງໄດ້ນໍາເອົາ ຊາກສົບຜູ້ເສຍຊີວິດອອກຈາກລົດເພື່ອທໍາການຊັນນະສູດ.

ຂໍ້ມູນເບືອງຕົ້ນຂອງຜູ້ເສຍຊີວິດຊື່ທ້າວ ສຸກສາຄອນ ໄຊຍະຈັກ ຫຼື ບ່ອບບີ້ ອາຍຸ 26 ປີ, ວ່າງງານ, ຢູ່ບ້ານໂສກປ່າຫຼວງ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ, ໃນນັ້ນກໍພົບເຫັນວັດຖຸສິ່ງຂອງທີ່ຜິດກົດໝາຍທັງຢູ່ໃນຕົວ ແລະ ລົດຂອງຜູ້ເສຍຊີວິດຫຼາຍຢ່າງ ເຊັ່ນ: ກະເປົາຮັດແອວສີດໍາ 1 ຫນ່ວຍ, ຢູ່ໃນກະເປົ໋າມີ: ລະເບີດໝາາກຂຽບ 01 ຫນ່ວຍ, ຢາບ້າ 1 ຖົງນ້ອຍ, ຖົງໃສຜົງສີຂາວ 2 ຖົງນ້ອຍ, ລູກປືນ 29 ລູກ.

ກະເປົາພາຍສີນ້ໍາຕານ 1 ຫນ່ວຍ, ຢູ່ໃນກະເປົ໋າມີ: ປືນສັ້ນຊະນິດ CF 1 ກະບອກພ້ອມແມັກມີລູກ ປືນ 13 ລູກ, ປືນສັ້ນຊະນິດ FNP9-17 ຈໍານວນ 1 ກະບອກ ພ້ອມແມັກມີລູກປືນ 15 ລູກາ, ຢູ່ໃນຕາໂປຣລົດດ້ານຂວາພົບເຫັນຊອງສີເຫຼືອງ, ຢູ່ໃນຊອງມີ 03 ຖົງໃສບັນຈຸກ້ອນສີຂາວ, ມີຖົງນ້ອຍສີມ່ວງ 1 ຖົງ ແລະ ສີບົວ 1 ຖົງ ຊຶ່ງບັນຈຸເມັດສີບົວ.

ຕໍ່ກັບເຫດການທີ່ ທ້າວ ສຸກສາຄອນ ໄຊຍະຈັກ ຫຼື ບັອບບີ້ ທີ່ຖືກລອບຄາຕະກໍາໃນຄັ້ງນີ້ ອາດຈະເກີດຈາກການຂັດແຍ້ງຜົນປະໂຫຍດທາງດ້ານເສດຖະກິດ ຫລື ເກີດຈາກຄວາມຄຽດແຄ້ນຂອງກຸ່ມຕ່າງໆຊຶ່ງໃນໄລຍະຜ່ານມາຜູ້ກ່ຽວໄດ້ກໍ່ເຫດຄາຕະກໍາ ນາງ ສົມພອນ ວົງຄໍາສານ (ຍິງຊູ້) ຢູ່ເຮືອນຜູ້ກ່ຽວເອງ ບ້ານໂສກປ່າຫຼວງ, ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ ຂອງວັນທີ 16 ເມສາ 2021 ແລ້ວຜູ້ກ່ຽວກໍໄດ້ເອົາຕົວຫລົບໜີ

ຕໍ່ກັບຄະດີດັ່ງກ່າວກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ແມ່ນໄດ້ອອກຄໍາສັ່ງເປີດການສືບສວນ-ສອບສວນຕໍ່ທ້າວ ສຸກສາຄອນ ໄຊຍະຈັກ ບ່ອບບີ້ໃນສະຖານ: ການຕາຕະກໍາ (ຕາມຄໍາສັ່ງເປີດການສືບສວນ-ສອບສວນ ເລກທີ 2800/ປກສ.ນວ, ລົງວັນທີ 7 ພຶດສະພາ 2021) ແລະ ອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນກໍໄດ້ອອກຄໍາສັ່ງຈັບຕົວ ທ້າວ ສຸກສາຄອນ ບ່ອບບີ້ (ຕາມຄໍາສັ່ງຈັບຕົວ ເລກທີ 81/ອຍກ.ນວ, ລົງວັນທີ 26 ພຶດສະພາ 2021) ໃຫ້ເຈົ້າຫນ້າທີ່ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຊອກຈັບຕົວຜູ້ກ່ຽວມາດໍາເນີນຄະດີຕາມກົດໝາຍ.

ນອກຈາກການເຄື່ອນໄຫວກໍ່ການກະທໍາຜິດຂອງ ທ້າວ ສຸກສາຄອນ ໄຊຍະຈັກ ຫຼື ບ່ອບປີ້ (ຜູ້ເສຍຊີວິດ) ຜູ້ກ່ຽວກໍຍັງມີການເຄື່ອນໄຫວພົວພັນເຖິງບັນຫາການຄ້າຂາຍຢາເສບຕິດ ແລະ ຊື້ຂາຍອາວຸດເສິກ ແລະ ເຄື່ອນໄຫວກໍ່ການກະທໍາຜິດອີກຫຼາຍຄັ້ງ, ມີທັງການທໍາຮ້າຍຮ່າງກາຍດ້ວຍຮູບການໃຊ້ອາວຸດປືນຍິງໃສ່ຜູ້ອື່ນ, ການທໍາລາຍຊັບຜູ້ອື່ນດ້ວຍຮູບການໃຊ້ອາວຸດປືນຍິງໃສ່ລົດ, ຍິງໃສ່ເຮືອນຂອງປະຊາຊົນ ຊຶ່ງເປັນການສ້າງຄວາມເສຍ ຫາຍແກ່ຊີວິດ, ສຸຂະພາບ, ຊັບສິນຂອງບຸກຄົນອື່ນ, ເປັນການກະທໍາທີ່ກໍ່ຄວາມບໍ່ສະຫງົບໃນສັງຄົມ.

ປັດຈຸບັນຍັງສືບຕໍ່ຊັນນະສູດ ເພື່ອເກັບກໍາຂໍ້ມູນຫລັກຖານເພີ່ມເຕີມ ເພື່ອລວບລວມບັນດາຂໍ້ມູນຕ່າງໆກ່ຽວກັບບັນດາກຸ່ມເປົ້າໝາຍທີ່ ທ້າວ ສຸກສາຄອນ ໄຊຍະຈັກມີສ່ວນຮ່ວມໃນການຄ້າຂາຍຢາເສບຕິດ, ການຊື້ຂາຍອາວຸດເສິກ ແລະ ບັນຫາຂໍ້ຂັດແຍ້ງ ອື່ນໆໃນໄລຍະຜ່ານມາ, ຊຶ່ງຕໍ່ກັບບັນຫາດັ່ງກ່າວເຈົ້າຫນ້າທີ່ພວກເຮົາຈະດໍາເນີນການພາຍຫລັງຂໍ້ມູນກະຈ່າງແຈ້ງ ແລະ ດໍາເນີນ ການແກ້ໄຂ ຈຶ່ງຈະລາຍງານໃຫ້ສັງຄົມຮັບຊາບຕາມພາຍຫຼັງ.

ປກສ ນະຄອນຫຼວງວຽງຈັນ

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ດ່ວນທີ່ສຸດ! ຄໍາສັ່ງ ປິດການ ເຂົ້າ-ອອກ ແຂວງຄຳມ່ວນ 31 ສິງຫາ ເຖິງ 13 ກັນຍາ 2021
Next Post: ແຈ້ງການຂອງ ສນຍ ຍົກລະດັບຮັບມື ໂຄວິດ-19 ລົງວັນທີ 31/8/2021

Related Posts

ໂຄວິດມື້ນີ້ຫຼວງພະບາງນະຄອນຫຼວງວຽງຈັນແລະຄໍາມ່ວນໜັກຫຼາຍ Featured
ຂົວຫັກແລ້ວ ເຂດບ້ານດອນຮຽງ ເມືອງໝື່ນ (ມີຄລິບ) Featured
ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດ ນາມ ຢ່າງເປັນທາງການ Featured
ຍອດສະສົມຜູ້ຕິດເຊື້ອໂຄວິດເສຍຊີວິດຢູ່ລາວກາຍຮ້ອຍຄົນແລ້ວ Featured
Facebook WhatsApp Instagram Messenger ເຂົ້າບໍ່ໄດ້ໝົດຄືນ Featured
ຕິດເຊື້ອໃໝ່ 1.317 ປົວດີອອກໂຮງໝໍ 34 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme