Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ອາກາດຈະເຢັນລົງທຸກພາກຂອງປະເທດເຮົາຂໍໃຫ້ຮັກສາສຸຂະພາບ

Posted on 24/10/202124/10/2021 By ປະກາດ Pakaad No Comments on ອາກາດຈະເຢັນລົງທຸກພາກຂອງປະເທດເຮົາຂໍໃຫ້ຮັກສາສຸຂະພາບ

ພະຍາກອນອາກາດ ປະຈໍາວັນທີ 24 ຕຸລາ 2021. ກະລຸນາອ່ານແລະແຊ

ມວນອາກາດເຢັນຈາກປະເທດຈີນ ຍັງສືບຕໍ່ແພ່ລົງມາປົກຄຸມຢູ່ທຸກ ພາກຂອງປະເທດລາວ ດ້ວຍກໍາລັງປານກາງ, ສົມທົບກັບກະແສລົມຕາ ເວັນອອກ-ຕາເວັນອອກສ່ຽງເໜືອພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດເຢັນ ໃນຕອນເຊົ້າຢູ່ແຕ່ລະພາກ ແລະ ໜາວ ໂດຍສະເພາະຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີໝອກບາງປົກຫຸ້ມຢູ່ ທົ່ວໄປ ແລະ ຍັງມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງ ຖິ່ນໃນແຕ່ລະພາກ.

ພະຍາກອນອາກາດແຕ່ເວລາ 7:00 ໂມງເຊົ້າຂອງວັນທີ 24 ຕຸລາ 2021 ຫາ ເວລາ 7:00 ໂມງເຊົ້າຂອງວັນທີ 25 ຕຸລາ 2021

ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນ ຕອນເຊົ້າ ແລະ ຈະມີຝົນຕົກຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 20% ຂອງພາກ, ອຸນຫະພູມໃນ ລະຫວ່າງ 11-24 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດເຢັນໃນຕອນເຊົ້າ ພ້ອມມີໝອກ ບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 20% ຂອງພາກ, ອຸນຫະພູມໃນ ລະຫວ່າງ 17-31 ອົງສາ.

ນະຄອນຫລວງວຽງຈັນ: ອາກາດເຢັນພ້ອມມີໝອກບາງປົກຫຸ້ມໃນ ຕອນເຊົ້າ ອຸນຫະພູມໃນລະຫວ່າງ 21-29 ອົງສາ.

ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນໃນຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ຈະມີຝົນຕົກ ໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການ ປົກຫຸ້ມຂອງຝົນເທົ່າກັບ 20% ຂອງພາກ, ອຸນຫະພູມໃນລະຫວ່າງ 20-32 ອົງສາ.

ແຂວງໄຊສົມບູນ: ອາກາດໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວ ໄປໃນຕອນເຊົ້າ, ອຸນຫະພູມໃນລະຫວ່າງ 13-25 ອົງສາ.

ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດເຢັນໃນຕອນເຊົ້າ, ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບ ຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມ ຂອງຝົນເທົ່າກັບ 30% ຂອງພາກ, ອຸນຫະພູມໃນລະຫວ່າງ 23-28 ອົງສາ.

ສໍາລັບ ເຂດພູພຽງບໍລະເວນ: ອາກາດໜາວເຢັນ ພ້ອມມີໝອກ ບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 25%, ອຸນຫະພູມໃນລະຫວ່າງ 13-26 ອົງສາ.

Featured, ພະຍາກອນອາກາດປະຈໍາວັນ

Post navigation

Previous Post: ເພີ່ມ 165ຄົນທີ່ແຂວງຫຼວງພະບາງ
Next Post: ແຂວງວຽງຈັນຕົວເລກສູງທີ່ສຸດມື້ນີ້ທົ່ວປະເທດ648ຄົນ

Related Posts

ຖໍ້າກອງລໍ ສາຍນໍ້າຫີນບູນ ໄຫຼຜ່ານອຸໂມງທີ່ງົດງາມ Featured
ພິທີອະຣາດທະນາພຣະເຈົ້າສິງຫ໌ຄຳ ລົງຫົດສົງ ປີໃໝ່ລາວ Featured
ມີ 52 ປໍ້າ ເປີດບໍລິການມື້ນີ້ ນະຄອນຫຼວງວຽງຈັນ Featured
ແຂວງຄໍາມ່ວນເຄັ່ງຄັດມາດຕະການອີກສອງອາທິດ Featured
ຕິດເພີ່ມ 1209 ເສຍຊີວິດ 5 ປົວດີ 488 Featured
ເດັກນ້ອຍອາຍຸ4ປີຕິດໂຄວິດເສຍຊີວິດ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme