Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ແຈ້ງການຂອງ ສນຍ ຍົກລະດັບຮັບມື ໂຄວິດ-19 ລົງວັນທີ 31/8/2021

Posted on 31/08/202131/08/2021 By ປະກາດ Pakaad No Comments on ແຈ້ງການຂອງ ສນຍ ຍົກລະດັບຮັບມື ໂຄວິດ-19 ລົງວັນທີ 31/8/2021

ໃໝ່ຫຼ້າສຸດ! ແຈ້ງການຂອງ ສນຍ ຍົກລະດັບຮັບມື ໂຄວິດ-19.

ກະລຸນາອ່ານແລະແຊບອກຕໍ່ໆ

ວັນທີ 31 ສິງຫາ 2021 ນີ້, ທ່ານນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຮອງຫົວໜ້າຄະນະສະເພາະກິດ, ຜູ້ປະຈຳການ, ຫົວໜ້າກອງເລຂາ ກ່ຽວກັບ ການສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດ ໂຄວິດ-19 ໄລຍະ15 ວັນຕໍ່ໜ້າ ໂດຍເລີ່ມແຕ່ເວລາ 00:00 ໂມງ ຂອງວັນທີ 1-15 ກັນຍາ 2021 ໂດຍໄດ້ກຳນົດມາດຕະການຕ້ອງເພີ່ມທະວີການປະຕິບັດ, ການຫ້າມ ແລະ ການຈໍາກັດ 13 ມາດຕະການ ແລະ 12 ມາດຕະການຜ່ອນຜັນ.

ຕາມການປະເມີນສະພາບການລະບາດ ແລະ ການຈັດຕັ້ງປະຕິບັດມາດຕະການຕ່າງໆ ໃນຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021, ແຈ້ງການ ສະບັບເລກທີ 1036/ຫສນຍ, ລົງວັນທີ 19 ສິງຫາ 2021 ແລະ ມາດຕະການຕ່າງໆ ທີ່ໄດ້ວາງອອກ ຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19 ຂັ້ນສູນກາງ ເຫັນວ່າ: ສະພາບການລະ ບາດພະຍາດຢູ່ ສປປ ລາວ ໃນປັດຈຸບັນຂອບເຂດທົ່ວປະເທດ ແມ່ນຈັດຢູ່ໃນລະດັບຄວາມຮ້າຍແຮງ ການລະບາດ ລະດັບ 1, ແຕ່ບາງແຂວງແມ່ນຈັດຢູ່ໃນລະດັບ 2 ເຊັ່ນ: ບໍ່ແກ້ວ, ສະຫວັນນະເຂດ ແລະ ນະຄອນຫລວງວຽງຈັນ ເຊິ່ງມີຄວາມສ່ຽງສູງທີ່ຈະລະບາດໃນຊຸມຊົນເປັນວົງກວ້າງ, ຍ້ອນມີກໍລະນີແຮງງານລາວກັບຄືນປະເທດ ເປັນຈໍານວນຫລວງຫລາຍ, ສະຖານທີ່ຈໍາກັດບໍລິເວນບໍ່ພຽງພໍ, ມີຄວາມແອອັດ, ການພົບສາຍພັນເດວຕາ ເຊິ່ງເຮັດໃຫ້ມີຄວາມສ່ຽງໃນການຕິດເຊື້ອພາຍໃນສູນ ແລະ ແຜ່ລະບາດໄປໃນຊຸມຊົນ, ປັດຈຸບັນນີ້ ພົບການຕິດເຊື້ອໃນຖັນແຖວພະນັກງານແພດ ແລະ ພະນັກງານເຮັດວຽກດ່ານໜ້າຈຳນວນໜຶ່ງ ລວມທັງຢູ່ບາງສຳນັກງານ, ອົງການ, ລັດວິສາຫະກິດ, ບໍລິສັດເອກະຊົນ ແລະ ຄອບຄົວ ໃນນະຄອນຫລວງວຽງຈັນ.

ສະນັ້ນ, ຢູ່ ສປປ ລາວ ພວກເຮົາ ແມ່ນມີທ່າອ່ຽງຂອງການແຜ່ລະບາດໃນຊຸມຊົນເປັນວົງກວ້າງຂຶ້ນ ຖ້າສັງຄົມຫາກບໍ່ປະຕິບັດມາດຕະການຕ່າງໆທີ່ການຈັດຕັ້ງແຕ່ລະຂັ້ນ ວາງອອກຢ່າງ ດ້ວຍຄວາມຕື່ນຕົວ ແລະ ເຂັ້ມງວດ, ເຊິ່ງມີລາຍລະອຽດດັ່ງນີ້:

.

.

.

.

.

Featured, ຂ່າວສານບ້ານເມືອງ, ລັດຖະບານ, ແຈ້ງການ​

Post navigation

Previous Post: ຖະແຫຼງຂ່າວເຫດຄາດຕະກໍາທີ່ບ້ານໜອງໜ່ຽງ 29 ສິງຫາ 2021
Next Post: ພາກໃຕ້ ຝົນຈະຕົກກວມ 70%ຂອງພື້ນທີ່ ສ່ວນພາກອື່ນໆ 30-60%

Related Posts

ຫາລືໂຄງການສົ່ງເສີມໂພສະນາການໃຫ້ແກ່ນັກຮຽນໃນໂຮງຮຽນ ແລະ ຊຸມຊຸມ ຮ່ວມກັບເມືອງຈອມເພັດ Featured
ພະຍາກອນອາກາດມື້ນີ້ ອາກາດເຢັນຢູ່ໃນແຕ່ລະພາກ ພ້ອມມີ ໝອກບາງປົກຫຸ້ມຢູ່ທົ່ວໄປ Featured
Lao Telecom Market ຕະຫຼາດນັດຂອງຄົນຍຸກໃໝ່ ຄັ້ງທີ 6 ວັນທີ 12.12.2020 ນີ້ເດີ Featured
ຂ່າວດ່ວນໄຟໄໝ້ເຮືອນເຂດບ້ານໜອງບົວທອງ Featured
ໜັກກວ່າເກົ່າສະຖິຕິໃໝ່ 1401 ຄົນ Featured
ສະເຫລີມສະຫລອງວັນສ້າງຕັ້ງວິທະຍຸກະຈາຍສຽງແຫ່ງຊາດລາວ ຄົບຮອບ 60 ປີ ຂ່າວສານບ້ານເມືອງ

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme