Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ດ່ວນທີ່ສຸດ! ນະຄອນຫຼວງວຽງຈັນ ອອກແຈ້ງການໃໝ່ ເພີ່ມມາດຕະການເດັດຂາດ

Posted on 30/08/202130/08/2021 By ປະກາດ Pakaad No Comments on ດ່ວນທີ່ສຸດ! ນະຄອນຫຼວງວຽງຈັນ ອອກແຈ້ງການໃໝ່ ເພີ່ມມາດຕະການເດັດຂາດ

ດ່ວນທີ່ສຸດ! ນະຄອນຫຼວງວຽງຈັນ ອອກແຈ້ງການໃໝ່ ເພີ່ມມາດຕະການເດັດຂາດ.

ດ່ວນ, ເຈົ້າຄອງນະຄອນຫຼວງວຽງຈັນ ອອກຄໍາສັ່ງ ວັນທີ 30/08/2021 ວ່າດ້ວຍການເພີ່ມທະວີ ປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການລະບາດ ຂອງເຊື້ອໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ ປະກອບມີ 10 ຂໍ້ຫ້າມ ແລະ ມາດຕະການສືບຕໍ່ຕ່າງໆ ດັ່ງລາຍລະອຽດ ຂ້າງລຸ່ມນີ້ !!!

1. ຫ້າມບຸກຄົນທີ່ຢູ່ໃນເຂດ/ບ້ານແດງຂອງນະຄອນຫຼວງວຽງຈັນ ອອກໄປຕ່າງແຂວງ ແລະ ຫ້າມບຸກຄົນຈາກ ເຂດບ້ານແດງຂອງຕ່າງແຂວງ ເດີນທາງເຂົ້າມານະຄອນຫຼວງວຽງຈັນ, ຍົກເວັ້ນ ຜູ້ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ຂັ້ນແຂວງ;

2. . ຫ້າມຈັດງານລ້ຽງສັງສັນ ຫຼື ຊຸມແຊວທຸກຮູບແບບ ຢູ່ທຸກສະຖານທີ່, ຜູ້ທີ່ລະເມີດ ຈະຖືກນຳຕົວໄປຈຳກັດບໍລິເວນ ຢູ່ສູນ ຫຼື ໂຮງແຮມຈໍາກັດບໍລິເວນ ຂອງນະຄອນຫຼວງວຽງຈັນ ຕາມລະບຽບການທາງການແພດ, ພ້ອມທັງຖືກປັບໄໝ ແລະ ຮັບຜິດຊອບຄ່າໃຊ້ຈ່າຍທີ່ເກີດຂຶ້ນ ດ້ວຍຕົນເອງທັງໝົດ;

3. ຫ້າມຈັດກອງປະຊຸມ, ຝຶກອົບຮົມ ແລະ ກິດຈະກຳຕ່າງໆເກີນ 20 ຄົນ ແລະ ຕ້ອງປະຕິບັດມາດຕະການປ້ອງກັນ ການຕິດເຊື້ອ ແລະ ແຜ່ເຊື້ອ ຢ່າງເຂັ້ມງວດ;

4. ຫ້າມເປີດຮ້ານຄາຣາໂອເກະ, ສະຖານບັນເທິງ, ສະຖານທີ່ທ່ອງທ່ຽວ, ຕະຫຼາດກາງຄືນ, ສວນອາຫານ, ຮ້ານກິນ-ດື່ມ (ລວມທັງຮ້ານປະເພດປີ້ງຕ່າງໆ ທີ່ມີການບໍລິການເຄື່ອງດື່ມທີ່ມີທາດເຫຼົ້າ), ໂຮງສາຍຮູບເງົາ, ຮ້ານສະນຸກເກີ, ຮ້ານນວດ, ຮ້ານສະປາ, ຮ້ານເສີມຄວາມງາມ, ຮ້ານອິນເຕີເນັດຄາເຟ ແລະ ຮ້ານເກມທຸກປະເພດ;

5. ຫ້າມເປີດສູນກິລາໃນຮົ່ມ – ກາງແຈ້ງ ເປັນຕົ້ນແມ່ນ: ສູນອອກກໍາລັງກາຍ, ເດີ່ນດອກປີກໄກ່, ເດີ່ນບານເຕະ, ເດີ່ນເປຕັງ, ສະໜາມຕີມວຍ, ສະລອຍນ້ຳ, ສັງວຽນຕີໄກ່ ແລະ ກິລາປະເພດອື່ນໆ ທີ່ຮ່າງກາຍສໍາຜັດກັນ;

6. ຫ້າມພາຫະນະສັນຈອນ ໃນຂອບເຂດທົ່ວນະຄອນຫຼວງວຽງຈັນ ຕັ້ງແຕ່ເວລາ 22:00 ໂມງ – 05:00 ໂມງເຊົ້າ, ຍົກເວັ້ນ ລົດຂົນສົ່ງສິນຄ້າ, ສະບຽງອາຫານ, ອຸປະກອນການແພດ, ລົດຂົນສົ່ງຄົນເຈັບ, ລົດດັບເພີງ, ລົດກູ້ໄພ, ລົດຄະນະສະເພາະກິດ ແລະ ລົດຂອງເຈົ້າໜ້າທີ່ປະຕິບັດງານ;

7. ຫ້າມສວຍໂອກາດກັກຕຸນ ແລະ ຂຶ້ນລາຄາສິນຄ້າອຸປະໂພກ, ບໍລິໂພກ, ອຸປະກອນການແພດ ແລະ ສິນຄ້າອື່ນໆ ທີ່ຈໍາເປັນຕໍ່ຊີວິດປະຈຳວັນ ຢ່າງເດັດຂາດ;

8. ຫ້າມໂຄສະນາເຜີຍແຜ່, ສົ່ງຕໍ່ຂໍ້ມູນຂ່າວສານ ທີ່ບໍ່ມີມູນຄວາມຈິງ ຜ່ານສື່ຕ່າງໆ ທີ່ເຮັດໃຫ້ເກີດຄວາມເຂົ້າໃຈຜິດ, ສ້າງຄວາມແຕກຕື່ນ ແລະ ສົ່ງຜົນກະທົບດ້ານລົບຕໍ່ສັງຄົມ;

9. ປິດດ່ານປະເພນີ ແລະ ດ່ານທ້ອງຖິ່ນ ໃນທົ່ວນະຄອນຫຼວງວຽງຈັນ; ປີດການຂົນສົ່ງໂດຍສານ ຜ່ານດ່ານສາກົນຂົວມິດຕະພາບ ລາວ-ໄທ 1, ຍົກເວັ້ນລົດຂົນສົ່ງສິນຄ້າ ແລະ ບຸກຄົນທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ;

10. ປິດການຮຽນ-ການສອນ ທຸກຊັ້ນ, ທຸກສາຍ ແລະ ການເສັງເຂົ້າຮຽນສາຍອາຊີວະສຶກສາ, ສ້າງຄູ ແລະ ການສຶກສາຊັ້ນສູງ ຢູ່ນະຄອນຫຼວງວຽງຈັນ.

.

.

.

.

Featured, ຂ່າວສານບ້ານເມືອງ, ແຈ້ງການ​

Post navigation

Previous Post: ແມ່ຕູ້ບົວຊ້ອຍພົບກັບບໍລິສັດກົດໝາຍພົມສຸພາແອນຊັນແລ້ວ!
Next Post: ຂ່າວດ່ວນ! ເມືອງຫີນບູນ ກຳນົດ 3 ບ້ານ ເປັນເຂດພື້ນທີ່ສີແດງ! ຫ້າມການເດີນທາງບ້ານຕໍ່ບ້ານ

Related Posts

ຂ່າວດີ! ບ້ານແດງນະຄອນຫຼວງ ບໍ່ມີແລ້ວ! ແຕ່ທົ່ວປະເທດມີຄົນຕິດເຊື້ອນໍາເຂົ້າ 75 ຄົນ Featured
ໄລອອກຣັອກໃກ້ມາແລ້ວຂ່າວດີແມ່ນເລີ່ມອ່ອນກໍາລັງລົງ ແຕ່ໃຫ້ລະມັດລະວັງ Featured
ປ ກ ສ ຈັນທະບູລີ ປາບແກ້ງລັກລົດ ພ້ອມຂອງກາງລົດຈັກຈໍານວນຫຼາຍ Featured
ທະນາຄານແຫ່ງ ສປປ ລາວ ອອກນະໂຍບາຍດ້ານສິນເຊື່ອ ເພື່ອແກ້ໄຂຜົນກະທົບຈາກໂຄວິດ-19 Featured
ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ລົງເຮັດວຽກຢູ່ທະຫານແຂວງບໍ່ແກ້ວ ຂ່າວສານບ້ານເມືອງ
ແຂວງຫຼວງພະບາງອອກມາດຕະການເພີ່ມເຕີມມື້ນີ້ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme