Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ມຊ ຈະຮັບນັກສຶກສາປີນີ້ ພຽງແຕ່ 7 ພັນຄົນເທົ່ານັ້ນ

Posted on 01/08/202201/08/2022 By ປະກາດ Pakaad No Comments on ມຊ ຈະຮັບນັກສຶກສາປີນີ້ ພຽງແຕ່ 7 ພັນຄົນເທົ່ານັ້ນ

ມະຫາວິທະຍາໄລແຫ່ງຊາດ ຫຼື ມຊ ເປັນຄວາມຫວັງຄັ້ງໃຫຍ່ຂອງນ້ອງໆລູກຫຼານຜູ້ຈົບມັດທະຍົມ ເມື່ອຈົບສາມັນແລ້ວ ສິ່ງໜຶ່ງທີ່ຕ້ອງຄິດຄືເຮັດແນວໃດຈະໄດ້ເຂົ້າຮຽນຢູ່ ມຊ ໂດຍປີນີ້ ມີຕົວເລກຮັບນັກສຶກສາທັງໝົດ 6.990 ຄົນເທົ່ານັ້ນ.

ສຳລັບກຳນົດສອບເສັງກໍ່ຄືວັນທີ 13 ສິງຫາ ທີ່ຈະມາເຖິງນີ້ ແມ່ນມື້ສອບເສັງຄັດເລືອກເອົານັກ ສຶກສາທີ່ຮຽນຈົບ ມ.7 ປີນີ້ ຫຼື ຈົບໃນປີຜ່ານມາເພື່ອເຂົ້າຮຽນ ມ.ຊ ໃນສົກສຶກສາ 2022-2023 ຊຶ່ງ ມ.ຊ ມີແຜນຮັບ 6.990 ຄົນ, ໃນນີ້ປະລິນຍາຕີ 5.150 ຄົນ, ປະລິນຍາຕີຕໍ່ເນື່ອງ 1.480 ຄົນ, ຫຼັກສູດ ນາໆຊາດ+ຫຼັກສູດຄູພາສາຈີນ 210 ຄົນ, ອະນຸປະລິນຍາ 150 ຄົນ.

ທ່ານ ສອນສັກສິດ ບຸນມາ ຫົວໜ້າຫ້ອງການວິຊາການ ມຊ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 26 ກໍລະກົດ ຜ່ານມາວ່າ:ມຊ ໄດ້ເປີດໃຫ້ນັກສອບເສັງລົງທະບຽນອອນລາຍເລີ່ມແຕ່ວັນທີ 18 ກໍລະກົດເຖິງ ວັນທີ 10 ສິງຫາ 2022, ປິດລົງທະບຽນອອນລາຍ ແລະ ປິດແຈກບັດເຂົ້າຫ້ອງສອບເສັງໃນວັນທີ 10 ສິງຫາ ນີ້, ສຳລັບການສອບເສັງແມ່ນໄດ້ແບ່ງອອກເປັນ 2 ກຸ່ມຄື: ກຸ່ມ A ກຸ່ມວິຊາທໍາມະຊາດ STEM ມີ 61 ສາຂາວິຊາ ແລະ ກຸ່ມ B ກຸ່ມວິຊາສັງຄົມສາດ NON STEM ມີ 52 ສາຂາວິຊາ ຊຶ່ງຈະຈັດການສອບເສັງໃນມື້ດຽວກັນ ກໍຄືວັນທີ 13 ສິງຫາ 2022 ທີ່ຈະມາເຖິງນີ້.

ສຳລັບກຸ່ມ A ຈະສອບເສັງວິຊາຄະນິດສາດ A ແລະ ວິຊາຟີຊິກສາດ, ວິຊາພາສາລາວ-ວັນນະຄະດີ, ພາສາອັງກິດ, ເຄມີສາດ, ຊີວະສາດ.

ກຸ່ມ B ຈະສອບເສັງວິຊາຄະນິດສາດ B, ວິຊາພາສາລາວ-ວັນນະຄະດີ, ພາສາອັງກິດ, ພູມີສາດ, ປະຫວັດສາດ ນອກຈາກນັ້ນ ມຊ ຍັງສອບເສັງເຂົ້າຮຽນໃນຫຼັກສູດນາໆຊາດ ຊຶ່ງຈະສອບເສັງໃນວັນທີ 22 ສິງຫາ ນີ້.

ສຳລັບສະຖານທີ່ສອບເສັງແບ່ງອອກເປັນ 4 ເຂດຄື: ວິທະຍາເຂດດົງໂດກ, ວິທະຍາເຂດໂສກປ່າຫຼວງ, ວິທະຍາເຂດດອນນົກຄຸ້ມ ແລະ ໂຮງຮຽນມັດທະຍົມ ທີ່ຂຶ້ນກັບນະຄອນຫຼວງ. ພາຍຫຼັງສອບເສັງແລ້ວ ຄາດວ່າ ຈະປະກາດຜົນສອບເສັງກ່ອນວັນທີ 12 ກັນຍາ 2022 ແລະ ໃນວັນທີ 10 ຕຸລາ 2022 ນັກສຶກສາປີທີ 1 ເລີ່ມຕົ້ນເຂົ້າຮຽນພາກຮຽນທີ 1 ຂອງສົກສຶກສາ 2022-2023.

Featured, ການສຶກສາ, ຂ່າວສານບ້ານເມືອງ

Post navigation

Previous Post: ວັນສາກົນເພື່ອຕ້ານການຄ້າມະນຸດວັນທີ 30 ກໍລະກົດ
Next Post: ພົບປະສອງຝ່າຍ – ລັດຖະມົນຕີກະຊວງຕ່າງປະເທດ ສປປ ລາວ ແລະ ຣັດເຊຍ

Related Posts

ຖະແຫຼງຂ່າວເຫດຄາດຕະກໍາທີ່ບ້ານໜອງໜ່ຽງ 29 ສິງຫາ 2021 Featured
ຈະທົດລອງໃຫ້ຊາວຕ່າງປະເທດທີ່ຈະເຂົ້າມາລາວໃສ່ເຄື່ອງຕິດຕາມ ແລະ ມີປະກັນໄພ ໂຄວິດ-19 Featured
Nissan ALMERA – ຍອດຂາຍກວ່າ 20 ລ້ານຄັນ ນັບຕັ້ງແຕ່ມື້ເປີດໂຕຮອດປັດຈຸບັນ Featured
ແຂວງສະຫວັນນະເຂດ ແຈ້ງການເພີ່ມມາດຕະການຮັບມືໂຄວິດ-19 Featured
ອາກາດຮ້ອນຂຶ້ນຢູ່ໃນແຕ່ລະພາກ ແລະ ອາກາດຍັງຈະເຢັນ ຫາ ໜາວເຢັນ ຢູ່ແຂວງພາກເໜືອ Featured
ເສຍຊີວິດ 6 ຕິດເຊື້ອເພີ່ມ 513 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme