Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ອຸຕຸແຈ້ງ ພາກເໜືອ ພາກກາງ ລະມັດລະວັງ ຟ້າຝົນລົມແຮງ ໄລຍະນີ້

Posted on 15/08/202115/08/2021 By ປະກາດ Pakaad No Comments on ອຸຕຸແຈ້ງ ພາກເໜືອ ພາກກາງ ລະມັດລະວັງ ຟ້າຝົນລົມແຮງ ໄລຍະນີ້

ພະຍາກອນອາກາດ ປະຈໍາວັນທີ 15 ສິງຫາ 2021 ເວລາ 7:00 ໂມງ.

ລົມມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ມີກໍາລັງແຮງປານກາງພັດປົກຄຸມ ຢູ່ທົ່ວທຸກພາກຂອງປະເທດລາວ ຊຶ່ງຍັງຈະເຮັດໃຫ້ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປໃນແຕ່ລະພາກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນພາກເໜືອ ແລະ ພາກກາງ.

– ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກ ຫຸ້ມຂອງຝົນເທົ່າກັບ 60% ຂອງພາກ, ອຸນຫະພູມໃນລະຫວ່າງ 19-30 ອົງສາ.

– ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 65% ຂອງພາກ, ອຸນຫະພູມ ໃນລະຫວ່າງ 22-34 ອົງສາ.

– ນະຄອນຫລວງວຽງຈັນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບ ຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ການ ປົກຫຸ້ມຂອງຝົນເທົ່າກັບ 60%, ອຸນຫະພູມໃນລະຫວ່າງ 25-31 ອົງສາ.

– ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກ ໃນລະດັບປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ ການປົກຫຸ້ມຂອງຝົນເທົ່າກັບ 65% ຂອງພາກ, ອຸນຫະພູມໃນລະຫວ່າງ 24-33 ອົງສາ.

– ແຂວງໄຊສົມບູນ: ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລືອມໃນລະດັບຄ່ອຍ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50% ຂອງແຂວງ, ອຸນຫະພູມ ໃນລະຫວ່າງ 17-25 ອົງສາ.

– ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມ ພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 55% ຂອງພາກ, ອຸນຫະພູມໃນລະຫວ່າງ 24-33 ອົງສາ.

– ສໍາລັບເຂດພູພຽງບໍລະເວນ: ຈະມີຝົນຕົກໃນລະດັບຄ່ອຍ ຫລື ເນື້ອທີ່ ການປົກຫຸ້ມຂອງຝົນເທົ່າກັບ 50%, ອຸນຫະພູມໃນລະຫວ່າງ 16-26 ອົງສາ.

Featured, ພະຍາກອນອາກາດປະຈໍາວັນ

Post navigation

Previous Post: ຄັກສຸດ! foodpanda ໄດ້ເປີດໂຕ pandamart ສາຂາທຳອິດ ໃນ ສປປ ລາວ ຈັດສົ່ງເຄື່ອງໃຊ້ຂອງສອຍພາຍໃນ 25 ນາທີ
Next Post: ກະລຸນາອ່ານແລະແຊ ຂໍ້ຕົກລົງ ປະເພດໄມ້ ໃນ ສປປ ລາວ

Related Posts

“All-New Isuzu D-Max” ໄດ້ຮັບລາງວັນ ASEAN NCAP ຄວາມປອດໄພລະດັບ 5 ດາວ ຕອກຢໍ້າຄວາມເປັນຜູ້ນຳແຫ່ງໂລກກະບະໂຕຈິງ! Featured
ຄົນຕິດເຊື້ອໃໝ່ ທີ່ ນະຄອນຫຼວງວຽງຈັນ ສັກຢາຄົບ 2 ເຂັມແລ້ວ ຍັງຕິດ ໂຄວິດ-19 Featured
ເຈົ້າແຂວງໆຫົວພັນຢ້ຽມຢາມທະຫານຊາຍແດນ 218 Featured
ນະຄອນຫຼວງ ແຈ້ງການສືບຕໍ່ປິດຮ້ານບັນເທີງ-ຄາຣາໂອເກະ ລະເມີດ ໃຫ້ລົບລ້າງໃບດຳເນີນທຸລະກິດທັນທີ Featured
ລົດຂອງລັດ ຫ້າມເອົາໄປເປັນຂອງບຸກຄົນ Featured
ສຸດຍອດການແຂ່ງຂັນ ເຕັ້ນເຊືອກ 1 ຕໍ່ 5 ໃຫ້ໄດ້ 1.000 ຄັ້ງ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme