Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ອາກາດເຢັນລົງທົ່ວທຸກພາກພ້ອມກັບຝົນແລະລົມ

Posted on 28/03/202228/03/2022 By ປະກາດ Pakaad No Comments on ອາກາດເຢັນລົງທົ່ວທຸກພາກພ້ອມກັບຝົນແລະລົມ

ພະຍາກອນອາກາດ ປະຈໍາວັນທີ 28 ມີນາ 2022ເວລາ 7:00 ໂມງ

ບໍລິເວນຄວາມກົດດັນສູງຂອງອາກາດເຢັນຈາກປະເທດຈີນ ໄດ້ແພ່ລົງ ມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສ່ຽງເໜືອພັດປົກຄຸມ ເຊິ່ງລັກສະນະເຊັ່ນນີ້ ຍັງຈະເຮັດໃຫ້ອາກາດເຢັນລົງໃນແຕ່ລະພາກ ແລະ ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ລົມ ພັດແຮງຢູ່ບາງທ້ອງຖິ່ນ.

ພະຍາກອນອາກາດ ແຕ່ເວລາ 7:00 ໂມງຂອງວັນທີ 28/03/2022 ເຖິງ ເວລາ 7:00 ໂມງ ວັນທີ 29/03/2022

-ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດໜາວເຢັນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40% ຂອງພາກ. ອຸນຫະພູມໃນ ລະຫວ່າງ 14-28 ອົງສາ.

-ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດຈະເຢັນລົງເລັກນ້ອຍ ແລະ ຈະມີ ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມ ພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40% ຂອງພາກ. ອຸນຫະພູມໃນລະຫວ່າງ 18-35 ອົງສາ.

-ນະຄອນຫລວງວຽງຈັນ: ອາກາດຈະເຢັນລົງເລັກນ້ອຍ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 24-34 ອົງສາ.

-ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຈະເຢັນລົງເລັກນ້ອຍ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການ ປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ. ອຸນຫະພູມໃນລະຫວ່າງ 22-34 ອົງສາ.

-ແຂວງໄຊສົມບູນ: ອາກາດໜາວເຢັນ ແລະ ມີຝົນຕົກໃນລະດັບຄ່ອຍ. ອຸນຫະພູມໃນລະຫວ່າງ 14-26 ອົງສາ.

-ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດຈະເຢັນລົງເລັກນ້ອຍ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ເກືອບທົ່ວໄປ ຫລື ເນື້ອທີ່ການ ປົກຫຸ້ມຂອງຝົນເທົ່າກັບ 80% ຂອງພາກ. ອຸນຫະພູມໃນລະຫວ່າງ 23-36 ອົງສາ.

-ເຂດພູພຽງບໍລະເວນ: ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ. ອຸນຫະພູມໃນລະຫວ່າງ 16-28 ອົງສາ.

.

Featured, ພະຍາກອນອາກາດປະຈໍາວັນ

Post navigation

Previous Post: ພາຍຸລະດູຮ້ອນພັດເຂົ້າຫຼວງພະບາງ ສ້າງຄວາມເສຍຫາຍໜັກ
Next Post: ຕິດເຊື້ອເພີ່ມ 1.263 ເສຍຊີວິດໃໝ່ 1

Related Posts

ດ່ວນ! ນາຍົກລັດຖະມົນຕີ ແຕ່ງຕັ້ງ ຄະນະ ແກ້ໄຂວິກິດ ນໍ້າມັນເຊື້ອໄຟ, ລາຄາສິນຄ້າ ແລະ ເງິນຕາ Featured
ບໍລິສັດ ລາວ ໂມບາຍມັນນີ ຈໍາກັດຜູ້ດຽວ ແລະ ບໍລິສັດ ຊີ.ພີ.ລາວ ຈໍາກັດ ລົງນາມ ເຊື່ອມຕໍ່ລະບົບການຊຳລະຜ່ານ ເອັມ ມັນນີ Featured
ກະຊວງການເງິນແຈ້ງເຊີນເຂົ້າສະເໜີລົດໄຟຟ້າ Ev Featured
ຕິດເພີ່ມ 1.508 ນະຄອນຫຼວງໜັກທີ່ສຸດ Featured
ລັດຖະບານ ເລັ່ງຂຶ້ນບັນຊີລົດລັດ ສະສາງລົດເກົ່າ ແລະ ຖອນຄືນຈຳນວນໜຶ່ງ Featured
ພົນເອກ ຄົນທີ່ 4 ຂອງ ສປປ ລາວ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme