Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ລັດຖະບານຍີ່ປຸ່ນໃຫ້ທຶນການສຶກສາລະດັບປະລິນຍາໂທ ແລະປະລິນຍາເອກ ແກ່ ສປປ ລາວ

Posted on 15/07/202115/07/2021 By ປະກາດ Pakaad No Comments on ລັດຖະບານຍີ່ປຸ່ນໃຫ້ທຶນການສຶກສາລະດັບປະລິນຍາໂທ ແລະປະລິນຍາເອກ ແກ່ ສປປ ລາວ

ຕອນເຊົ້າວັນທີ 15 ກໍລະກົດ 2021, ທີ່ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມເອກະສານແລກປ່ຽນ (Exchange of Notes-E/N) ເພື່ອຮັບເອົາໂຄງການຊ່ວຍເຫຼືອລ້າໃນແຜນຈາກລັດຖະບານຍີ່ປຸ່ນ.

ຕາງໜ້າຝ່າຍລາວ ຮ່ວມລົງນາມ ຄັ້ງນີ້ແມ່ນ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າຝ່າຍຍີ່ປຸ່ນ ແມ່ນ ທ່ານ ທາເກວາກະ ເຄໂຊ(TAKEWAKA Keizo), ເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈໍາ ສປປ ລາວ, ມີບັນດາພະນັກງານກ່ຽວຂ້ອງ ຂອງທັງສອງຝ່າຍ ເຂົ້າຮ່ວມ.

ໂຄງການຊ່ວຍເຫຼືອໃນຄັ້ງນີ້, ແມ່ນໂຄງການທຶນການສຶກສາເພື່ອພັດທະນາຊັບພະຍາກອນມະນຸດ The Project for Human Resource Development Scholarship (JDS),ມູນຄ່າ 313 ລ້ານເຢນ (ປະມານ 3 ລ້ານ ໂດລາສະຫະລັດ),ຊຶ່ງແມ່ນທຶນການສຶກສາລະດັບປະລິນຍາໂທແລະປະລິນຍາເອກທີ່ລັດຖະບານຍີ່ປຸ່ນສະໜອງໃຫ້ແກ່ລັດຖະບານສປປລາວ,ໃນການຍົກລະດັບຂີດຄວາມສາມາດຂອງພະນັກງານລັດຖະກອນລາວນັບແຕ່ສູນກາງລົງຮອດທ້ອງຖິ່ນໃຫ້ນັບມື້ນັບຫລາຍຂຶ້ນ.

ນັບແຕ່ປີ 2000 ມາຮອດປີ 2020, ລັດຖະບານຍີ່ປຸ່ນໄດ້ສະໜອງທຶນການສຶກສາດັ່ງກ່າວໃຫ້ແກ່ ສ ປປ ລາວ ລວມທັງໝົດ 464 ທຶນ (ປະລິນຍາໂທ 454 ທຶນ, ປະລິນຍາເອກ 10 ທຶນ),ໃນຂະແໜງການສຶກສາ, ສາທາລະນະສຸກ, ກະສິກໍາແລະປ່າໄມ້, ພື້ນຖານໂຄງລ່າງແລະອື່ນໆ.

ໃນໂອກາດນີ້, ທ່ານຮອງລັດຖະມົນຕີ ທອງຜ່ານ ສະຫວັນເພັດ ໄດ້ຕີລາຄາສູງ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການສະໜັບສະໜູນແລະ ຊ່ວຍເຫຼືອຂອງລັດຖະບານກໍຄືປະຊາຊົນຍີ່ປຸ່ນຕະຫຼອດໄລຍະທີ່ຜ່ານມາ, ໂດຍສະເພາະການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ຂອງຍີ່ປຸ່ນທີ່ຍັງຢູ່ໃນອັນດັບແຖວໜ້າຂອງການຊ່ວຍເຫຼືອຈາກຕ່າງປະເທດໃຫ້ແກ່ ສປປ ລາວ.

ເຖິງແມ່ນວ່າສະພາບການລະບາດຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ການຈັດຕັ້ງປະຕິບັດແຜນງານ ແລະໂຄງການຮ່ວມມືຂອງສອງລັດຖະບານລາວ ແລະຍີ່ປຸ່ນຈໍານວນໜຶ່ງມີຄວາມຫຼ້າຊ້າ ຫຼືຖືກເລື່ອນອອກໄປກໍຕາມ, ແຕ່ວ່າຂະບວນການພິຈາລະນາບັນດາໂຄງການສະເໜີປະຈໍາປີຂອງລັດຖະບານລາວແມ່ນຍັງສືບຕໍ່ໄດ້ຮັບການຊຸກຍູ້ສົ່ງເສີມ ແລະພິຈາລະນາຢ່າງຕັ້ງໜ້າຈາກພາກສ່ວນກ່ຽວຂ້ອງກໍຄືລັດຖະບານຍີ່ປຸ່ນ.

ພ້ອມດຽວກັນນີ້, ທ່ານ ຮອງລັດຖະມົນຕີ ທອງຜ່ານ ສະຫວັນເພັດ ຍັງໄດ້ສະແດງຄວາມເສຍໃຈ ແລະ ເຫັນໃຈຢ່າງສຸດຊຶ້ງ ຕໍ່ເຫດການດິນຕົມເຈື່ອນຮຸນແຮງຢູ່ ເມືອງອາຕາມິ, ແຂວງຊິຊຸໂອໂກະ, ປະເທດ ຍີ່ປຸ່ນ, ໃນວັນທີ 3 ກໍລະກົດ 2021.

ໃນໂອກາດດຽວກັນນີ້, ທ່ານເອກອັກຄະລັດຖະທູດ ທາເກວາກະ ເຄໂຊ ໄດ້ສະແດງຄວາມຍິນດີທີ່ໄດ້ຕາງໜ້າໃຫ້ລັດຖະບານຍີ່ປຸ່ນ ຮ່ວມລົງນາມເອກະສານແລກປ່ຽນ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໃນຄັ້ງນີ້ ແລະ ເຊື່ອໝັັ້ນວ່າໂຄງການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ ໃນຄັ້ງນີ້ຈະປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ກໍ່ຄື ປະກອບສ່ວນເຂົ້າໃນການສົ່ງເສີມ ການພົວພັນ-ຮ່ວມມື ສອງຝ່າຍ ລາວ-ຍີ່ປຸ່ນ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ.

Featured, ການສຶກສາ

Post navigation

Previous Post: ເສຍຊີວິດເພີ່ມ 1 ຕິດເຊື້ອເພີ່ມ 116 ຄົນ (ຊຸມຊົນ 2)
Next Post: ຕັດສິນແລ້ວ! ກຸ່ມຄົນທີ່ພາໃຫ້ເກີດການລະບາດຂອງ ໂຄວິດ-19 ໃນເດືອນ ເມສາ 2021

Related Posts

ປາຕິໂທຕິດໃໝ່ສູງທີ່ສຸດ 1898 ຄົນ ເສຍຊີວິດ 5 Featured
ພົບປະສອງຝ່າຍ – ລັດຖະມົນຕີກະຊວງຕ່າງປະເທດ ສປປ ລາວ ແລະ ຣັດເຊຍ Featured
ສະພາບໂຄວິດມື້ນີ້ ຕິດເຊື້ອເພີ່ມ 537 ແລະ ປົວດີ 610 Featured
ຝົນຍັງຈະຕົກໃນທົ່ວທຸກພາກ ພະຍາກອນອາກາດ ວັນທີ 9 ກໍລະກົດ 2021 ເວລາ 19:00 Featured
ເສຍຊີວິດໃໝ່ 3 ຕິດເຊື້ອເພີ່ມ 253 Featured
ກອງປະຊຸມສົ່ງເສີມທຸລະກິດກະສິກຳສຳລັບ MSME Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme