Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຂ່າວດ່ວນ! ເມືອງພູຄູນ ປະກາດລັອກດ່າວ ເລີ່ມ 3 ສິງຫາ ເປັນຕົ້ນໄປ

Posted on 03/08/202103/08/2021 By ປະກາດ Pakaad No Comments on ຂ່າວດ່ວນ! ເມືອງພູຄູນ ປະກາດລັອກດ່າວ ເລີ່ມ 3 ສິງຫາ ເປັນຕົ້ນໄປ

ອີງຕາມ ຂ່າວສານເມືອງພູຄູນ ແຂວງຫຼວງພະບາງ ແຈ້ງໃຫ້ຮູ້ວ່າ: ດ່ວນ!!! ເພື່ອປະຕິບັດຕາມຄໍາສັ່ງເລກທີ 15 / ນຍ ແລະ ຄໍາສັ່ງເລກທີ 01 / ຂອງເຈົ້າແຂວງຫຼວງພະບາງ ໃນການຍົກລະດັບ ແລະ ເພີ່ມທະວີມາດຕະການສະກັດກັ້ນ ຄວບຄຸມ ແລະ ກຽມພ້ອມຮອບດ້ານເພື່ອຕ້ານພະຍາດcovid-19 ໃຫ້ເຂັ້ມງວດ ໃນວັນທີ 3 ສິງຫາ 2021 ນີ້ ຄະນະສະເພາະກິດ ຄວບຄຸມແກ້ໄຂຕ້ານການລະບາດຂອງພະຍາດໂຄວິດ-19 ເມືອງພູຄູນ ໄດ້ອອກຄຳສັ່ງເພີ່ມເຕີມ ກ່ຽວກັບການປິດຄົນເຂົ້າ-ອອກເມືອງພູຄູນຊົ່ວຄາວ ຕັ້ງແຕ່ ເວລາ 10 ໂມງ ຂອງວັນທີ 3 ສິງຫາ 2021 ເປັນຕົ້ນໄປ ດັ່ງນັ້ນຈຶ່ງແຈ້ງ ໃຫ້ແຕ່ລະບ້ານຕັ້ງດ່ານຈຸດກວດກາຫ້າມຄົນເຂົ້າ-ອອກຢ່າງເດັດຂາດ, ຫ້າມແຕ່ລະຄອບຄົວ ຫ້າມໄປມາຫາສູ່ ຫຼືເດີນທາງເຂົ້າ-ອອກເມືອງ, ບ້ານຫາບ້ານ. ຂ່າວ: ຂ່າວສານເມືອງພູຄູນ.

ໃນມື້ດຽວກັນ ກໍ່ມີຂ່າວເສົ້າສະຫຼົດ ໃຈການເສຍຊີວິດຂອງ ສະຫາຍ ທອງຈັນ ແພງຈັນທີ (ຮັກສາການເລຂາພັກເມືອງພູຄູນ, ເຈົ້າເມືອງພູຄູນ)

ຄະນະພັກ, ອົງການປົກຄອງເມືອງພູຄູນ, ຄອບຄົວນາງໝ້າຍ ວິໄລ ອົງມີໄຊ ພ້ອມດ້ວຍຍາດຕິພີ່ນ້ອງລູກຫຼານ ຂໍແຈ້ງຂ່າວເສົ້າສະະຫຼົດໃຈມາຍັງການຈັດຕັ້ງພັກ-ລັດ, ເພື່ອນມິດສະຫາຍທີຢູ່ໃກ້ຫຼືໄກ ຊາບທົ່ວເຖິງກັນວ່າ: ສະຫາຍ ທອງຈັນ ແພງຈັນທີ ອະດີດຮັກສາການເລຂາພັກເມືອງ ອະດີດຄະນະບໍລິຫານງານພັກເມືອງພູຄູນ ສະໄໝທີIV ອະດີດເຈົ້າເມືອງພູຄູນ ໄດ້ເຖິງແກ່ມໍລະນະກຳແລ້ວ ເວລາປະມານ 5 ເຊົ້າຂອງວັນທີ 3 ສິງຫາ2021.

ຂ່າວສານບ້ານເມືອງ

Post navigation

Previous Post: ແຜນການລົງທະບຽນແລະສັກຢາ J&J ທີ່ ນະຄອນ ຫລວງພຣະບາງ
Next Post: ຂ່າວດ່ວນ! ສືບຕໍ່ມາດຕະການອີກ 15 ມື້! ຮອດ 18 ສິງຫາ 2021

Related Posts

ຄະນະບໍລິຫານງານພັກ ແຂວງໄຊສົມບູນ ດຳເນີນຊີວິດການເມືອງທ້າຍສະໄໝ Featured
ແຜ່ນດິນໄຫວທີ່ເມືອງຄອບແຮງ 1,9ຣິດເຕີ Featured
ປາຕິໂທມື້ນີ້ຊຸມຊົນ 610 ນໍາເຂົ້າ 12 Featured
ລາວແລະລັດເຊຍປຶກສາຫາລືດ້ານການແພດ ໂດຍສະເພາະ ໂຄວິດ-19 Featured
ການນໍາ ປກສ ເຂົ້າອວຍພອນ ການນໍາ ປ້ອງກັນປະເທດ Featured
ໄປໃສ່ມອງເຈຍຢູ່ຖໍ້າ ພົບພຣະພຸດທະຮູບ ເກົ່າແກ່ຈໍານວນຫຼາຍ ຂ່າວສານບ້ານເມືອງ

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme