Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ອາຣາມເກົ່າຢູ່ທີ່ ວັດບ້ານພຣະນອນໃຕ້ ໄດ້ຊຸດລົງເພພັງ ແລະ ສຽນຂອງພຣະຂາດ

Posted on 25/07/202125/07/2021 By ປະກາດ Pakaad No Comments on ອາຣາມເກົ່າຢູ່ທີ່ ວັດບ້ານພຣະນອນໃຕ້ ໄດ້ຊຸດລົງເພພັງ ແລະ ສຽນຂອງພຣະຂາດ

ລາຍງານຈາກເພຈ Art and Culture of Laos ໃຫ້ຮູ້ວ່າ: ອາຣາມເກົ່າ (ສິມເກົ່າ) ຢູ່ທີ່ວັດບ້ານພຣະນອນໃຕ້ ເມືອງຈໍາປາສັກ ແຂວງຈໍາປາສັກ ໄດ້ຊຸດລົງ ແລະ ເພພັງ, ເຮັດໃຫ້ພຣະພຸດທະຮູບ ທີ່ເກົ່າແກ່ ທັງສອງອົງ ເຮັດໃຫ້ສຽນຂອງພຣະຂາດທັງສອງອົງ.

ໃນຄໍ່າຄືນຂອງ ວັນທີ 24 ກໍລະກົດ 2021 ທີ່ຜ່ານມານີ້ ຢູ່ທີ່ວັດບ້ານພຣະນອນໃຕ້ ເມືອງຈຳປາສັກ ແຂວງຈຳປາສັກ,ໄດ້ເກີດມີຝົນຕົກຣິນຕະຫຼອດທັງກາງເວັ້ນ ແລະ ຄືນ ມາໄດ້ຫຼາຍວັນແລ້ວ ແລະ ກໍ່ໃຫ້ເກີດລົມພັດແຮງ ເຮັດໃຫ້ ອາຣາມເກົ່າ, (ສິມເກົ່າ) ທີ່ມີອາຍຸມາໄດ້ຫຼາຍເຊັ່ນຄົນແລ້ວ, ໄດ້ເພພັງລົງ ແລະ ຫັກລົງກອງລົງກັບດິນ ແລະ ເຮັດໃຫ້ລົ້ມທັບ ພຣະພຸດທະຮູບ 2 ອົງ ເສຍຫາຍ ເຊິ່ງເປັນພຣະພຸດທະຮູບທີ່ເກົ່າແກ່ ແລະ ທັງເປັນບ່ອນສັກກາຣະບູຊາຂອງຊາວບ້ານຊາວເມືອງ ເຫັການນີ້ເປັນທີຕົກໃຈ ໃຫ້ກັບ ພໍ່ແມ່ປະຊາຊົນພາຍໃນບ້ານ ທີ່ເຄີຍມາຂາບໄຫວ້ຢູ່ທີ່ສະຖານທີ່ແຫ່ງນີ້, ແລະສະຖານທີ່ແຫ່ງນີ້ ຍັງເປັນເຂດທີ່ຂຶ້ນກັບການປົກປັກຮັກສາຂອງພື້ນທີ່ມໍລະດົກໂລກ ມໍລະດົກລາວ.

ອີງຕາມການໃຫ້ຂໍ້ມູນຂອງ ພຣະອາຈາຣຍ໌ ທຸງໄຊ ວົງວິໄລ ເຈົ້າອະທີການວັດພຣະນອນໃຕ້ ແລະ ທ່ານ ໄພມະນີ ບັນດິດ ຮອງນາຍບ້ານ ພຣະນອນໃຕ້ ໄດ້ໃຫ້ຂໍ້ມູນວ່າ : ໃນຄໍ່າຄືນ ວັນທີ 24 ກໍລະກົດ 2021ກົງກັບແລງວັນເສົາ ກົງກັບມື້ ບຸນອາສາຫະບູຊາ, ໃນເວລາ 20:30 ໂມງ ບ່ອນເກີດເຫດທີ່ເປັນອາຮາມນັ້ນ ໄດ້ເພພັງລົງກອງຢູ່ກັບດິນ ສຽງດັງສາມເທື່ອ ແລ້ວກະຫັກລົງ ແລະ ທັບພຣະພຸດທະຮູບ ແລະ ອື່ນໆທີ່ຢູ່ໃນອາຮາມເກົ່ານັ້ນເຮັດໃຫ້ເສຍຫາຍຫຼາຍຢ່າງ.

ຂໍຂອບໃຈຂ່າວແລະຮູບພາບຈາກ : ໄຊຍະສິດ ສີຫາວົງ ຖວທ ເມືອງຈຳປາສັກ.

.

.

.

.

.

.

.

.

.

.

.

.

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ສະຫວັນນະເຂດ ແຈ້ງການດ່ວນ ຮັບມື ພາຍຸ ເຈີມປາກາ
Next Post: ສະຖານທີ່ແຫ່ງໃໝ່ ຮັບໄດ້ອີກ 10.000 ຄົນ ເພື່ອຮອງຮັບແຮງງານກັບມາ ທີ່ສະຫວັນນະເຂດ

Related Posts

ງາມແທ້ໂອ້! ສະຖານີລົດໄຟຫຼວງພະບາງໄດ້ສໍາເລັດການກໍ່ສ້າງພາກສ່ວນຫຼັງຄາ ແລະ ໄດ້ເປີດຜ້າຄຸມຮູບໂສມອອກ Featured
ກອງປະຊຸມປຶກສາຫາລື ເຈົ້າໜ້າທີ່ອາວຸໂສ ລາວ-ອົດສະຕຣາລີ ຄັ້ງທີ 15 Featured
ຍີ່ປຸ່ນ ຊ່ວຍສ້າງລະບົບການແຈ້ງເຕືອນໄພນໍ້າຖ້ວມລ່ວງໜ້າ ໃນ 6 ແຂວງຂອງ ສປປ ລາວ Featured
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງບໍ່ແກ້ວຄັ້ງທີ VI ເປີດຂຶ້ນຢ່າງເປັນທາງການ Featured
ບໍລິສັດ ລາວ ໂມບາຍມັນນີ ຈໍາກັດຜູ້ດຽວ ແລະ ສະຖາບັນການເງິນ ຊັບທະວີ ລົງນາມນໍາໃຊ້ ຜະລິດຕະພັນຂອງ M Money Featured
ຊື່ລົດໄຟຢ່າງເປັນທາງການແມ່ນ ຂະບວນລ້ານຊ້າງແລະຂະບວນແຄນລາວ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme