Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ສະຖານທີ່ແຫ່ງໃໝ່ ຮັບໄດ້ອີກ 10.000 ຄົນ ເພື່ອຮອງຮັບແຮງງານກັບມາ ທີ່ສະຫວັນນະເຂດ

Posted on 25/07/202125/07/2021 By ປະກາດ Pakaad No Comments on ສະຖານທີ່ແຫ່ງໃໝ່ ຮັບໄດ້ອີກ 10.000 ຄົນ ເພື່ອຮອງຮັບແຮງງານກັບມາ ທີ່ສະຫວັນນະເຂດ

ແຫລ່ງຂ່າວຈາກແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ໃນວັນທີ 25 ກໍລະກົດ 2021, ແຂວງສະຫວັນນະເຂດ ໄດ້ກະກຽມສະຖານທີ່ກັກກັນສຳລັບແຮງງານລາວທີ່ກັບມາຈາກຕ່າງປະເທດ ເຊິ່ງໄດ້ກຳນົດເອົາອາຄານເກົ່າ ທີ່ຕັ້ງຢູ່ບ້ານໂນນສະຫວາດ ນະຄອນໄກສອນ ພົມວິຫານ ເປັນສູນກັກກັນຊົ່ວຄາວ ໂດຍໄດ້ລະດົມແຮງງານຈາກອົງການຈັດຕັ້ງມະຫາຊົນຂອງພະແນກການ ແລະ ກຳລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ເພື່ອອະນາໄມສະຖາທີ່ໃຫ້ມີຄວາມສະອາດ ແລະ ປອດໄພ ໂດຍການຊີ້ນຳ ນຳພາຂອງ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ແລະ ທ່ານ ນາງ ຫລິງທອງ ແສງຕາວັນ ຮອງເຈົ້າແຂວງ ທັງເປັນຫົວໜ້າຄະນະສະເພາະກິດປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ຂັ້ນແຂວງ.

ທ່ານ ນາງ ຫລິງທອງ ແສງຕາວັນ ໄດ້ໃຫ້ຮູ້ວ່າ: ເພື່ອເປັນການຮອງຮັບດ້ານສະຖານທີ່ຈຳກັດບໍລິເວນ 14 ວັນ ສຳລັບແຮງງານລາວທີ່ກັບມາຈາກປະເທດໄທ ຜ່ານດ່ານສາກົນຂົວມິດຕະພາບ 2 ສະຫວັນນະເຂດ-ມຸກດາຫານ ໃຫ້ພຽງພໍ ແລະ ຫລີກລ່ຽງຄວາມແອອັດທີ່ມີຄວາມສ່ຽງຕໍ່ການຕິດເຊື້ອພະຍາດໂຄວິດ-19 ພາຍໃນສູນ ກໍຄື ການປ້ອງກັນພະຍາດບໍ່ໃຫ້ມີການລະບາດອອກສູ່ຊຸມຊົນ, ເຊິ່ງແຂວງສະຫວັນນະເຂດ ກໍເປັນແຂວງທີ່ ມີແຮງງານເປັນຈຳນວນຫລວງຫລາຍໄປອອກແຮງງານຢູ່ປະເທດໃກ້ຄຽງ ໂດຍສະເພາະແມ່ນປະເທດໄທ ໃນແຕ່ລະວັນໄດ້ມີແຮງງານກັບຄືນປະເທດຈຳນວນ 300 ກວ່າຄົນ ໃນນີ້ໄດ້ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ສູງເຖິງ 30-45%.

ຜ່ານມາແຂວງສະຫວັນນະເຂດ ໄດ້ມີສູນກັກກັນທັງໝົດຈຳນວນ 11 ສູນ, ໃນນັ້ນໄດ້ຂະຫຍາຍລົງເມືອງມີ 3 ສູນຄື: ເມືອງອຸທຸມພອນ, ຈຳພອນ ແລະ ເມືອງສອງຄອນ ເມືອງລະ 1 ສູນ ແຕ່ຖ້າອີງໃສ່ມາດຕະການໃນການປ້ອງກັນ ໂດຍສະເພາະການຮັກສາໄລຍະຫ່າງຂອງແຮງງານພາຍໃນສູນ ເຫັນວ່າຍັງບໍ່ທັນປະຕິບັດໄດ້ດີເທົ່າທີ່ຄວນ.

ດັ່ງນັ້ນ ທາງຄະນະສະເພາະກິດຂັ້ນແຂວງ ຈຶ່ງໄດ້ເລັ່ງໃສ່ສ້າງສູນກັກກັນຕື່ມອີກ ໂດຍກຳນົດເອົາສະຖານທີ່ອາຄານຫລັງເກົ່າທີ່ຕັ້ງຢູ່ບ້ານໂນນສະຫວາດ ນະຄອນໄກສອນ ພົມວິຫານ ເປັນສະຖານທີ່ກັກກັນແຮງງານແຫ່ງໃໝ່ຂອງແຂວງ, ເຊິ່ງສະຖານທີ່ດັ່ງກ່າວ ມີເນື້ອທີ່ກວ້າງ ຂວາງ ສາມາດຮອງຮັບແຮງງານໄດ້ເຖິງ 10.000 ກວ່າຄົນ.

ທ່ານຮອງເຈົ້າແຂວງ ຍັງໄດ້ໃຫ້ຮູ້ອີກວ່າ: ແຮງງານທີ່ເຂົ້າມາແຂວງສະຫວັນນະເຂດ ຈາກຕົວເລກຫລ້າສຸດປະຈຳວັນທີ 24 ກໍລະກົດ 2021 ມີທັງໝົດ 2.907 ຄົນ, ທົ່ວແຂວງມີຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ກຳລັງປິ່ນປົວຢູ່ໂຮງໝໍພາກສະໜາມ ຂອງແຂວງມີທັງໝົດ 1.020 ຄົນ.

ພາບ-ຂ່າວ: ອັກສອນສິນ ພົມມະຈັນ

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ອາຣາມເກົ່າຢູ່ທີ່ ວັດບ້ານພຣະນອນໃຕ້ ໄດ້ຊຸດລົງເພພັງ ແລະ ສຽນຂອງພຣະຂາດ
Next Post: ບອກຕໍ່ໆກັນແດ່! ເສັ້ນທາງແຕ່ຫລັງຄັງ-ບົວລະພາ ຍັງບໍ່ສາມາດສັນຈອນໄປໄດ້

Related Posts

ພະຍາກອນອາກາດ ປະຈໍາວັນທີ 12 ພຶດສະພາ 2022 Featured
ແຂວງວຽງຈັນຍັງມີມາດຕະການເຂັ້ມງວດທີ່ສຸດ Featured
ຝົນຕົກກວມຫຼາຍກວ່າ 40% ຂອງພື້ນທີ່ແຕ່ລະພາກ Featured
ຂ່າວດ່ວນ! ນະຄອນຫຼວງວຽງຈັນ ແຈ້ງ ໂຈະການຮຽນການສອນ Featured
ແຂວງບໍ່ແກ້ວໂຈະການນໍາເຂົ້າໝູແລະຜະລິດຕະພັນໝູ ຊົ່ວຄາວ ຈາກຫຼວງນໍ້າທາແລະໄທ ຂ່າວສານບ້ານເມືອງ
ວັກຊິນກັນພະຍາດໂຄວິດ-19 ຈຳນວນ 1.008.000 ຫຼອກ ຈາກສະຫະລັດອາເມລິກາ ມາຮອດ ສປປ ລາວ ແລ້ວ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme