Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ລະວັງໄພພາຍຸດີເປຼ່ຊັນມາອີກແລ້ວ

Posted on 25/10/202125/10/2021 By ປະກາດ Pakaad No Comments on ລະວັງໄພພາຍຸດີເປຼ່ຊັນມາອີກແລ້ວ

ກົມອຸຕຸນິຍົມ ແລະອຸທົກກະສາດ ອອກແຈ້ງເຕືອນ ພາຍຸດີເປຼ່ຊັນ ສະບັບທີ 1, ເຊິ່ງສະສົ່ງຜົນກະທົບຕໍ່ປະເທດລາວ ແຕ່ວັນທີ 26 ຫາ 29 ຕຸລາ 2021

ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນ ພາຍຸດີເປລຊັນ (Tropical Depression)

ວັນທີ 25 ຕຸລາ 2021 ນີ້, ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ ແຈ້ງເຕືອນພາຍຸ ພາຍຸດີເປລຊັນ (Tropical Depression) ເລກທີ 1154/ກອຕທ, ສະບັບທີ 1 ວ່າ: ພາຍຸດີເປລຊັນ ໄດ້ກໍ່ຕົວຢູເຂດທະເລຈີນຕອນລຸ່ມ ໃນເວລາ 7:00 ໂມງ ຂອງວັນທີ 25 ຕຸລາ 2021 ມີຈຸດສູນກາງຢູ່ເສັ້ນຂະ ໜານທີ 10.8 ອົງສາເໜືອ ແລະ ເສັ້ນແວງທີ 114.2 ອົງສາຕາເວັນອອກ ພວມເຄື່ອນທີ່ໃນທິດຕາເວັນຕົກສ່ຽງເໜືອ ເຊິ່ງຄວາມໄວສູງສຸດຢູ່ໃກ້ ຈຸດສູນກາງ 45 ກິໂລແມັດຕໍ່ຊົ່ວໂມງ.

ພາຍຸຫົວນີ້ ຈະເຄື່ອນທີ່ຂຶ້ນຝັ່ງ ທາງພາກໃຕ້ຂອງປະເທດຫວຽດນາມ ໃນຕອນເຊົ້າຂອງວັນທີ 27 ຕຸລາ 2021 ແລະ ສືບຕໍ່ເຄື່ອນທີ່ຜ່ານພາກເໜືອຂອງປະເທດກໍາປູເຈຍ ໃກ້ກັບ ພາກໃຕ້ ປະເທດລາວ ຂອງວັນທີ 28 ຕຸລາ 2021 ນີ້. ເຊິ່ງຈະເຮັດໃຫ້ມີ ຝົນຕົກໃນລະດັບປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງ ທ້ອງຖິ່ນແຂວງພາກໃຕ້ ແລະ ພາກກາງ ໃນໄລຍະວັນທີ 26-29 ຕຸລາ 2021.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າ ທີ່ອາໄສຢູ່ບັນດາແຂວງອັດຕະປື, ຈໍາປາສັກ, ເຊກອງ, ສາລະວັນ, ສະຫວັນນະເຂດ ແລະ ຄໍາມ່ວນ ຈົ່ງມີສະຕິລະມັດລະວັງຕໍ່ສະພາບ ຝົນຕົກໜັກ ແລະ ລັມພັດແຮງ ທີ່ຈະເຮັດໃຫ້ມີ ນໍ້າຖ້ວມອັ່ງ, ນໍ້າຖ້ວມຍຶ່ງ, ຕົ້ນໄມ້ຫັກລົ້ມ ແລະ ເຮືອນເປ່ເພ ທີ່ຈະເກີດຂຶ້ນໄດ້ໃນໄລຍະນີ້. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ 1 ຫາ 3 ວັນຕໍ່ໜ້ານີ້.

ພະຍາກອນອາກາດ ປະຈໍາວັນທີ 25 ຕຸລາ 2021: ມວນອາກາດເຢັນທີ່ປະເທດຈີນ ຍັງຈະປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ, ສົມທົບກັບກະແສລົມຕາເວັນອອກ-ຕາ ເວັນອອກສ່ຽງເໜືອພັດປົກຄຸມ, ຊຶ່ງຍັງຈະເຮັດໃຫ້ອາກາດເຢັນ ຫາ ໜາວ ເຢັນຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະ ດັບຄ່ອຍຢູ່ໃນແຕ່ລະພາກ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງ ຖິ່ນແຂວງພາກໃຕ້ຕື່ມອີກ.

ພະຍາກອນອາກາດແຕ່ເວລາ 7:00 ໂມງເຊົ້າຂອງວັນທີ 25 ຕຸລາ 2021 ຫາ ເວລາ 7:00 ໂມງເຊົ້າຂອງວັນທີ 26 ຕຸລາ 2021 ມີດັ່ງນີ້.

ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດເຢັນ ຫາ ໜາວເຢັນ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 20% ຂອງພາກ, ອຸນຫະພູມໃນລະຫວ່າງ 14-20 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດເຢັນ, ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 30% ຂອງພາກ, ອຸນຫະພູມໃນລະຫວ່າງ 18-30 ອົງສາ.

ນະຄອນຫລວງວຽງຈັນ: ອາກາດເຢັນໃນຕອນເຊົ້າ, ຈະມີຝົນຕົກໃນ ລະດັບຄ່ອຍເປັນບາງໂອກາດ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 10%, ອຸນຫະພູມໃນລະຫວ່າງ 22-33 ອົງສາ.

ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນ, ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີ ລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30% ຂອງພາກ, ອຸນຫະພູມໃນລະຫວ່າງ 16-31 ອົງສາ.

ແຂວງໄຊສົມບູນ: ອາກາດໜາວເຢັນ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມ ມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 20%, ອຸນຫະພູມໃນລະຫວ່າງ 14-25 ອົງສາ.

ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກ ຫຸ້ມຂອງຝົນເທົ່າກັບ 40% ຂອງພາກ, ອຸນຫະພູມໃນລະຫວ່າງ 21-29 ອົງສາ.

ສໍາລັບ ເຂດພູພຽງບໍລະເວນ: ອາກາດໜາວເຢັນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງ ໂອກາດຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 20%, ອຸນຫະພູມໃນລະຫວ່າງ 14-27 ອົງສາ.

Featured, ພະຍາກອນອາກາດປະຈໍາວັນ, ເຕືອນໄພ, ໄພທໍາມະຊາດ

Post navigation

Previous Post: ໂຄວິດຕິດໃໝ່615ປົວຫາຍດີ381
Next Post: ຂີ່ລົດຟອດມາພ້ອມຂອງກາງ35ກິໂລກະຣາມ

Related Posts

ເສຍຊີວິດໃໝ່ 3 ຕິດເຊື້ອເພີ່ມ +315 (ນວ +192) Featured
ຜົນກອງປະຊຸມລັດຖະບານ ສະໄໝສາມັນປະຈໍາ ເດືອນກໍລະກົດ ແລະ ແຜນການ ເດືອນສິງຫາ 2021 Featured
ຝົນຍັງຕົກໃນທຸກພາກຂໍໃຫ້ລະມັດລະວັງ Featured
ລະດັບນໍ້າເຊບັ້ງໄຟ ຂຶ້ນສີແດງແລ້ວ! ຂໍໃຫ້ມີສະຕິລະວັງຕົວ Featured
ຈັບຈອງເປັນເຈົ້າຂອງໄດ້ແລ້ວມື້ນີ້! OPPO Reno6 Z 5G Featured
ສະພາບໂຄວິດມື້ນີ້ເພີ່ມຂຶ້ນຫຼາຍໂດຍສະເພາະນະຄອນຫຼວງວຽງຈັນ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme