ວັນທີ 8 ກໍລະກົດ 2022 ນີ້, ຄະນະກຳມະການແຮງງານແຫ່ງຊາດ, ກະ ຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ອອກແຈ້ງແນະນຳກ່ຽວກັບການປັບປຸງຄ່າແຮງງານຂັ້ນຕໍ່າສຸດ ສຳລັບຜູ້ອອກແຮງງານຢູ່ ສປປ ລາວ ຄັ້ງທີ I ປັບຂຶ້ນຈາກ 1.100.000 ກີບ ມາເປັນ 1.200.000 ກີບ ຕໍ່ຄົນຕໍ່ເດືອນ ຫລື ເທົ່າກັບ 46.154 ກີບຕໍ່ຄົນຕໍ່ວັນ ຫລື ເທົ່າກັບ 5.769 ກີບ ຕໍ່ຄົນຕໍ່ຊົ່ວໂມງ ໂດຍມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ສິງຫາ 2022 ຫາ 30 ເມສາ 2023 ເປັນຕົ້ນໄປ, ທັງນີ້ ກໍເພື່ອເປັນການປັບປຸງຊີວິດການເປັນຢູ່ຂອງຊາວຜູ້ອອກແຮງງານທີ່ເຮັດວຽກ ໃນຫົວໜ່ວຍການຜະລິດ, ທຸລະກິດ ແລະ ການບໍລິການ ທັງໃນ ແລະ ນອກລະບົບ ແລະ ຜູ້ເຮັດວຽກໃນຄົວເຮືອນ ໃຫ້ດີຂຶ້ນກວ່າເກົ່າ ພ້ອມທັງໄດ້ຮັບຄ່າຕອບແທນຈາກການເຮັດວຽກຢ່າງເໝາະສົມ, ຍຸຕິທໍາ ກັບລາຍໄດ້ທີ່ຕົນຄວນຈະໄດ້ຮັບ ແລະ ເປັນການເພີ່ມປະສິດທິພາບໃນການຜະລິດໃຫ້ສູງຂຶ້ນ.
ສ່ວນການປັບປຸງຄ່າແຮງງານຂັ້ນຕໍ່າສຸດ ຄັ້ງທີ 2 ຈາກ 1.200.000 ກີບ ມາເປັນ 1.300.000 ກີບ ຕໍ່ຄົນຕໍ່ເດືອນ ຫລື ເທົ່າກັບ 50.000 ກີບຕໍ່ຄົນຕໍ່ວັນ ຫລື ເທົ່າກັບ 6.250 ກີບ ຕໍ່ຄົນຕໍ່ຊົ່ວໂມງ ແມ່ນມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ພຶດສະພາ 2023 ເປັນຕົ້ນໄປ, ເຊິ່ງເປົ້າໝາຍຜູ້ທີ່ຈະໄດ້ຮັບຄ່າແຮງງານຂັ້ນຕໍ່າສຸດແມ່ນ ຜູ້ອອກແຮງງານ ທີ່ເຮັດວຽກໃນຫົວໜ່ວຍການຜະລິດ, ທຸລະກິດ ແລະ ການບໍລິ ການຂອງທຸກພາກສ່ວນເສດຖະກິດ-ສັງຄົມ, ຜູ້ເຮັດວຽກນອກລະບົບ ແລະ ໃນຄົວເຮືອນ ທີ່ບໍ່ມີວຸດທິທາງວິຊາຊີບ, ບໍ່ມີສີມື, ບໍ່ມີຄວາມຊຳນານງານ ແລະ ບໍ່ມີໃບຢັ້ງຢືນຜ່ານງານ ເຊິ່ງເຮັດວຽກບໍ່ເກີນ 26 ວັນຕໍ່ເດືອນ, 6 ວັນຕໍ່ອາທິດ ແລະ 8 ຊົ່ວໂມງຕໍ່ວັນ ໂດຍບໍ່ລວມເອົາເງິນເຮັດວຽກເພີ່ມໂມງ, ເງິນບຳເນັດ, ເງິນອຸດໜູນປີການ, ເງິນຊຸກຍູ້ມາເຮັດວຽກ, ເງິນຄ່າອາ ຫານ, ຄ່າທີ່ພັກ, ຄ່າຮັບສົ່ງ ແລະ ເງິນນະໂຍ ບາຍອື່ນ ທີ່ເປັນສະຫວັດດີການຂອງຫົວໜ່ວຍແຮງ ງານ.
ສຳລັບຜູ້ອອກແຮງງານທີ່ມີປະສົບການ, ມີວິຊາຊີບ, ວິຊາສະເພາະ ແລະ ຜູ້ທີ່ເຮັດວຽກຄົບ 9 ເດືອນ ຜູ້ໃຊ້ແຮງງານຕ້ອງຈ່າຍເງິນເດືອນ ຫລື ຄ່າແຮງງານ ສູງກວ່າຄ່າແຮງງານຂັ້ນຕໍ່າສຸດ. ຖ້ານໍາໃຊ້ຜູ້ອອກແຮງງານເຮັດວຽກທີ່ເປັນອັນຕະລາຍຕໍ່ສຸຂະພາບ ຕາມທີ່ກຳນົດໄວ້ໃນກົດໝາຍ ແລະ ລະບຽບການດ້ານແຮງງານ ຜູ້ໃຊ້ແຮງງານຕ້ອງຈ່າຍເພີ່ມບໍ່ໃຫ້ຫລຸດ 15% ຂອງຄ່າແຮງງານຂັ້ນຕໍ່າສຸດ ທີ່ກໍານົດໄວ້ໃນແຈ້ງການແນະນຳສະບັບນີ້; ໃຫ້ທຸກຫົວໜ່ວຍການຜະລິດ, ທຸລະກິດ ແລະ ການບໍລິການ ໃນຂອບເຂດທົ່ວປະເທດ ຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ຖ້າຫາກຫົວໜ່ວຍແຮງງານ ຫລື ຜູ້ໃຊ້ແຮງງານໃດຫາກເບີກຈ່າຍຕໍ່າກວ່າ ຕ້ອງດໍາເນີນການປັບປຸງໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມແຈ້ງການແນະນໍາສະບັບນີ້; ໃຫ້ຄະນະກຳມະການແຮງງານແຫ່ງຊາດ, ຄະນະກຳມະການແຮງງານຂັ້ນແຂວງ, ກອງເລຂາຂອງຄະນະກຳມະການແຮງງານແຫ່ງຊາດ ແລະ ກອງເລຂາຂອງຄະນະກຳມະການແຮງງານຂັ້ນແຂວງ ນຳໄປເຜີຍແຜ່, ແນະນຳ ແລະ ຊຸກຍູ້ໃຫ້ຫົວໜ່ວຍແຮງງານ ປະຕິບັດແຈ້ງການແນະນຳສະບັບນີ້ຢ່າງທົ່ວເຖິງ; ໃຫ້ກົມຄຸ້ມຄອງແຮງງານ, ພະແນກແຮງງານ ແລະ ສະຫວັດດີການສັງຄົມຂັ້ນແຂວງ ແລະ ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມຂັ້ນເມືອງ ໃນຂອບເຂດທົ່ວປະເທດ ຊຸກຍູ້ເຈົ້າໜ້າທີ່ກວດກາແຮງງານ ລົງຕິດຕາມ, ກວດກາການຈັດຕັ້ງປະຕິບັດແຈ້ງການແນະນຳສະບັບນີ້ ຢ່າງເຂັ້ມງວດ ແລະ ໃຫ້ໄດ້ຮັບຜົນດີ; ໃຫ້ສະຫະພັນກຳມະບານທຸກຂັ້ນ ສົມທົບກັບພາກ ສ່ວນທີ່ກ່ຽວຂ້ອງຊຸກຍູ້ຜູ້ອອກແຮງງານ, ຜູ້ຕາງໜ້າຜູ້ອອກແຮງງານ ຫລື ໜ່ວຍກຳມະບານ ປະຈຳຢູ່ຫົວໜ່ວຍແຮງງານ ໃນການເຈລະຈາຕໍ່ລອງການເຮັດສັນຍາແຮງງານບຸກຄົນ ຫລື ລວມໝູ່ ເພື່ອກຳນົດຄ່າແຮງງານ, ນະໂຍບາຍ ແລະ ສະຫວັດດີການອື່ນທີ່ເໝາະສົມຕາມເງື່ອນໄຂຕົວຈິງຂອງການດຳເນີນທຸລະກິດ ທີ່ສາມາດໃຫ້ຜົນປະໂຫຍດທີ່ສູງກວ່າ; ໃຫ້ສະ ພາການຄ້າ ແລະ ອຸດສາຫະກຳທຸກຂັ້ນ ປຸກລະດົມ ແລະ ຊຸກຍູ້ຜູ້ໃຊ້ແຮງງານປັບປຸງການເບີກຈ່າຍຄ່າແຮງງານຂັ້ນຕໍ່າສຸດ ໃຫ້ທັນກັບກຳນົດເວລາ ຕາມແຈ້ງການແນະນຳສະ ບັບນີ້; ໃຫ້ທຸກຫົວໜ່ວຍແຮງງານ ປະຕິບັດຕາມກົດໝາຍ ແລະ ລະບຽບການດ້ານປະກັນສັງ ຄົມ, ດ້ານຄວາມປອດໄພ ແລະ ສຸຂະພາບແຮງງານຢ່າງເຂັ້ມງວດ ໂດຍຮັບປະກັນໃຫ້ຜູ້ອອກ ແຮງງານທຸກຄົນ ໄດ້ເຂົ້າເປັນສະມາຊິກອົງການປະກັນສັງຄົມ ແລະ ໃຫ້ໄດ້ກວດສຸຂະພາບປະຈຳປີ ຢູ່ສະຖານທີ່ກວດສຸຂະພາບແຮງງານ ທີ່ເຄື່ອນໄຫວຖືກຕ້ອງຕາມກົດໝາຍ.
ຂ່າວ: ມະນີທອນ
ຂໍ້ມູນ: ກະຊວງ ຮສສ

.

.
