Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ສຳເລັດກອງປະຊຸມການເຊື່ອມໂຍງສື່ແບບເກົ່າ-ແບບໃໝ່ໃຫ້ສື່ມວນຊົນລາວທົ່ວປະເທດ

Posted on 13/03/202213/03/2022 By ປະກາດ Pakaad No Comments on ສຳເລັດກອງປະຊຸມການເຊື່ອມໂຍງສື່ແບບເກົ່າ-ແບບໃໝ່ໃຫ້ສື່ມວນຊົນລາວທົ່ວປະເທດ

ກອງປະຊຸມສຳມະນາໃນຫົວຂໍ້: ການເຊື່ອມໂຍງສື່ແບບເກົ່າ-ແບບໃໝ່ ໃຫ້ສື່ມວນຊົນລາວທົ່ວປະເທດຜ່ານອອນລາຍ ໄດ້ປິດລົງດ້ວຍຜົນສຳເລັດໃນວັນທີ 11 ມີນານີ້ ທີ່ໜັງສືພິມພາສາຕ່າງປະເທດ ໂດຍພາຍໃຕ້ການເປັນປະທານຮ່ວມຂອງທ່ານ ສະຫວັນຄອນ ຣາຊມຸນຕຣີ ອະດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ, ມີທ່ານນາງ ແສງແກ້ວ ຫົວໜ້າວິທະຍຸສາກົນແຫ່ງປະເທດຈີນ (CRI) ປະຈຳລາວ, ມີບັນດານັກວິທະຍາກອນ, ສື່ມວນຊົນຈາກທົ່ວປະເທດເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ໄດ້ດຳເນີນມາເປັນເວລາ 2 ວັນ ເພື່ອເປັນການຍົກລະດັບຄວາມຮູ້ ແລະ ພັດທະນາສື່ແບບໃໝ່ໃນຫົວຂໍ້ສໍາຄັນຕ່າງໆທີ່ປິ່ນອ້ອມວຽກງານສື່ມວນຊົນໃນໄລຍະໃໝ່ ເພື່ອດຶງດູດຜູ້ບໍລິໂພກ ໃນນັ້ນບັນດານັກສຳມະກອນຍັງໄດ້ຮຽນຮູ້ຄວາມແຕກຕ່າງກັນລະຫວ່າງສື່ເກົ່າ ແລະ ສື່ໃໝ່ ທາງດ້ານເນື້ອໃນ ແລະ ຮູບການ, ປັດໄຈໃນການຂຽນຂ່າວໃສ່ສື່ເກົ່າ-ສື່ໃໝ່, ຄວາມແຕກຕ່າງລະຫວ່າງຂໍ້ມູນ ແລະ ຂ່າວ, ການນໍາໃຊ້ຂໍ້ມູນມາຂຽນເປັນບົດຄວາມ; ການນໍາໃຊ້ພາສາໃນການຂຽນຂ່າວ; ການອອກແບບ ແລະ ຂຽນໂຄງສ້າງສໍາລັບການຖ່າຍທໍາຂ່າວ ແລະ ສາລະຄະດີ (Video Clip), ມູມມອງ ແລະ ວິທີການຖ່າຍທໍາ, ການສ້າງ ແລະ ໃຊ້ Info graphic ໃນຂ່າວ; ຮູບແບບການນໍາສະເໜີໜ້າຂ່າວຂອງສື່ອອນລາຍ; ກົດໝາຍສື່ມວນຊົນ, ຈັນຍາບັນ, ຈັນຍາທໍາຂອງນັກຂ່າວ; ການຄຸ້ມຄອງ-ປ້ອງກັນ-ແກ້ໄຂຂໍ້ມູນຂ່າວສານ ທີ່ເຂົ້າມາທໍາລາຍສື່ອອນລາຍຂອງອົງການ; ຫັນການນໍາໃຊ້ຂໍ້ມູນຂ່າວສານ-ສື່ສານເປັນທັນສະໄໝ, ມີຄວາມປອດໄພ ແລະ ການຊອກແຫຼ່ງລາຍຮັບຜ່ານສື່ອອນລາຍ, ກອງປະຊຸມຄັ້ງນີ້ຈັດໂດຍ: ສະມາຄົມນັກຂ່າວແຫ່ງ ສປປ ລາວ ຮ່ວມກັບວິທະຍຸສາກົນແຫ່ງປະເທດຈີນປະຈຳລາວ.

ໃນໂອກາດດຽວກັນນີ້, ທ່ານ ສະຫວັນຄອນ ຣາຊມຸນຕຣີ ໄດ້ໃຫ້ກຽດໂອ້ລົມບາງຕອນສຳຄັນວ່າ: ກອງປະຊຸມສຳມະນາທີ່ຈັດຂຶ້ນຄັ້ງນີ້ໄດ້ຮັບຜົນສຳເລັດຕາມຈຸດປະສົງຄາດໝາຍໃນທຸກດ້ານ ຍ້ອນຄວາມເອົາໃຈໃສ່ຂອງພາກສ່ວນຕ່າງໆທີ່ກ່ຽວຂ້ອງ, ກອງປະຊຸມຈັດຂຶ້ນໃນລະບົບທາງໄກ ທັງເປັນການປະຢັດແຕ່ຜົນໄດ້ຮັບສູງ ຜູ້ເຂົ້າຮ່ວມຈາກທົ່ວປະເທດ ໂດຍສະເພາະແມ່ນບັນດາທ່ານຢູ່ຕ່າງແຂວງໄດ້ມີຄວາມສົນໃຈ ແລກປ່ຽນຄວາມຄິດເຫັນ ສົນທະນາຖາມໃນຫົວຂໍ້ທີ່ໜ້າສົນໃຈ ສາມາດຢັ້ງຢືນໄດ້ວ່ານີ້ແມ່ນໝາກຜົນທີ່ໄດ້ຮັບຂອງການຈັດກອງປະຊຸມ ເພື່ອໃຫ້ສື່ມວນຊົນໄດ້ຮັບການພັດທະນາ ເພື່ອຮັບໃຊ້ພາລະກິດຂອງປະເທດຊາດ ຢາກຮັບໃຊ້ໄດ້ສື່ມວນຊົນຕ້ອງໄດ້ເຂັ້ມແຂງ ທັນສະໄໝ ມີຄວາມສາມາດນັບມື້ນັບສູງຂຶ້ນຢ່າງມີຄຸນນະພາບ.

ຂ່າວ-ພາບ: ພູວັນ

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ທົ່ວປະເທດ ປົວດີ 72 ຕິດເພີ່ມ 394
Next Post: ອາກາດຈະຮ້ອນຫາຮ້ອນອົບເອົ້າ

Related Posts

ນະຄອນຫຼວງວຽງຈັນຫ້າມຈັດບຸນອອກພັນສາໃນເຂດບ້ານແດງເດັດຂາດ Featured
ນໍ້າຖ້ວມໜັກຫຼາຍເຂດ ນໍ້າຍູ້ນອງ ທີ່ເມືອງເມີງ Featured
ຜູ້ຕິດເຊື້ອໂຄວິດໃໝ່ 463 ປົວດີອອກໂຮງໝໍ 697 Featured
ອຸບັດຕິເຫດຕໍາກັນກາງເດິກ ເຂດນາໄຊ ເສຍຫາຍໜັກ ຂ່າວສານບ້ານເມືອງ
ເສົ້າໃຈ! ສາວໄວ 23 ປີ ຕິດໂຄວິດ-19 ເສຍຊີວິດທີ່ສະຫວັນນະເຂດ Featured
ຕົວເລກຜູ້ຕິດເຊື້ອເໜັງຕີງຂຶ້ນມາອີກຄັ້ງໃນຫຼາຍແຂວງ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme