ຕອນເຊົ້າວັນທີ 25 ກັນຍາ 2020 ທີ່ໂຮງແຮມດອນຈັນພາເລດ ນະຄອນຫລວງວຽງຈັນ ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ, ອົງການຢູນີເຊັບ ແລະສະຖານທູດຍີ່ປຸ່ນປະຈໍາລາວ ໄດ້ຈັດພິທີເປີດໂຕ ລາຍການ ໂທລະພາບ ສຳລັບເດັກກ່ອນໄວຮຽນ ເຮືອນຂອງຂ້ອຍ ເພື່ອໃຫ້ຄວາມ ຮູ້ກ່ຽວກັບການປ້ອງການ ແລະ ຄວບຄຸມ ພະຍາດໂຄວິດ-19.
ເຂົ້າຮ່ວມໃນພິທີມີ ທ່ານນາງ ຂັນທະລີ ສິຣິພົງພັນ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ວັນສີ ກົວມົວ, ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ນາງ ເພຍ ບຣິດໂຕ, ຜູ້ຕາງຫນ້າ ອົງການ ຢູນີເຊັບ ປະຈໍາ ສປປ ລາວ, ທ່ານ keizo TAKEWAKA ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ.

ລາຍການໂທລະພາບ ສຳລັບການພັດທະນາເດັກກ່ອນໄວຮຽນ ຊຸດໃຫມ່ ມີທັງໝົດ 10 ຕອນ ເລີ່ມອອກອາກາດ ແຕ່ວັນທີ 26 ກັນຍານີ້ ເປັນຕົ້ນໄປ, ທາງໂທລະພາບແຫ່ງຊາດ, ໂທລະພາບລາວສະຕາ ແລະ ສະຖານີໂທລະພາບ ຂອງກະຊວງສຶກສາທິການ ແລະ ກິລາ ຊ່ອງ 8 ຂອງສັນຍານດາວທຽມ ລາວເແຊັດ (LaoSat Channel 8) ແລະ ໂທລະພາບແຂວງຕ່າງໆ.
ລາຍການໂທລະພາບ ສໍາລັບເດັກກ່ອນໄວຮຽນ ຊຸດນີ້ ໄດ້ຮັບການສະຫນັບສະຫນູນ ຈາກລັດຖະບານຍີ່ປຸ່ນ ເພື່ອຕອບໂຕ້ການລະບາດພະຍາດໂຄວິດ-19. ໂດຍຈະເຜີຍແຜ່ໃນ ສື່ສັງຄົມອອນລາຍ ແລະ ຢູທູບ ອີກດ້ວຍ.
ທ່ານ ນາງ ຂັນທະລີ ສິຣິພົງພັນ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ມີຄໍາເຫັນໃນພິທີວ່າ: “ເດັກທີ່ ໄດ້ຜ່ານການສຶກສາກ່ອນໄວຮຽນ ໃນລະບົບ ຫລື ນອກລະບົບ, ໄດ້ຮັບໂອກາດຮໍ່າຮຽນ ແລະ ການພັດທະນາ ແມ່ນສາມາດເຂົ້າໂຮງຮຽນປະຖົມ ໄດ້ທັນເວລາ ແລະ ມີຄວາມພ້ອມດີກວ່າ ເດັກທີ່ບໍ່ໄດ້ເຂົ້າຫ້ອງກຽມປະຖົມ. ພວກເຮົາຫວັງວ່າ ລາຍການໂທລະພາບ ສຳລັບເດັກກ່ອນໄວຮຽນ ເຮືອນຂອງຂ້ອຍ ສຳລັບເດັກ ອາຍຸຕໍ່າກວ່າ 6 ປີ, ຈະປະກອບສ່ວນໃນການສ້າງຄວາມພ້ອມ ໃນການເຂົ້າໂຮງຮຽນປະຖົມ ຂອງເດັກນ້ອຍລາວ.”
ຕົວລະຄອນເອກ ຂອງລາຍການໂທລະພາບ ສຳລັບເດັກກ່ອນໄວຮຽນ ທີ່ຜະລິດ ດ້ວຍຄົນລາວ ໃນ ສປປ ລາວ, ແມ່ນປະກອບດ້ວຍ ທ້າວຄໍາຮູ້ ອາຍຸ 6 ປີ (ອ້າຍ) ທີ່ຮຽນ ຊັ້ນປະຖົມ, ແລະ ນາງຄໍາຫລ້າ ອາຍຸ 5 ປີ (ນ້ອງ) ທີ່ຮຽນຢູ່ ຫ້ອງກຽມປະຖົມ. ນອກຈາກນີ້ ຍັງມີຕົວລະຄອນອື່ນໆ ເຊ່ນ: ພໍ່, ແມ່ ແລະ ແມ່ເຖົ້າ. ເພງ ແລະເນື້ອໃນເລື້ອງ ແມ່ນແບບລາວພື້ນບ້ານ. ໂຄງການນີ້ ແມ່ນ ລວມເອົາບັນດາ ນັກສິນລະປິນລາວ ທີ່ມີພອນສະຫວັນ ແລະ ມີແນວຄິດສ້າງສັນ ລວມທັງໄວຫນຸ່ມ ແລະ ຍັງສ້າງຄວາມສາມາດໃຫ້ເຂົາເຈົ້າດ້ວຍ.

ໂອກາດດຽວກັນນີ້ ທ່ານ ວັນສີ ກົວມົວ, ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ກ່າວວ່າ: “ພວກເຮົາ ມີຄວາມເພິງພໍໃຈທີ່ສຸດ ຕໍ່ຜົນງານການຜະລິດ ລາຍການໂທລະພາບສຳລັບເດັກກ່ອນໄວຮຽນຊຶ່ງເປັນຫມາກຜົນ ຂອງການຮ່ວມມືອັນແຫນ້ນແຟ້ນ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ, ກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ, ໂທລະພາບລາວສະຕາ, ທີມງານຜະລິດກາຕູນ ແລະ ອົງການຢູນີເຊັບ. ລາຍການກາຕູນທັງໝົດ 10 ຕອນນີ້ ຈະເຮັດໃຫ້ເດັກໄດ້ຮຽນຮູ້ ທັກສະໃນການຢູຢ່າງປອດໄພ ແລະ ມີສຸຂະພາບແຂງແຮງ ໃນໄລຍະທີ່ມີການລະບາດຂອງພະຍາດ, ພ້ອມດຽວກັນນັ້ນ ເດັກກໍຍັງຈະໄດ້ສືບຕໍ່ຮຽນຮູ້ ພື້ນຖານຕ່າງໆ ເຊັ່ນ ພະຍັນຊະນະ, ການນັບເລກ, ສີ, ຮູບຊົງຕ່າງໆ, ຊື່ຂອງດອກໄມ້, ສັດ, ແລະ ສິ່ງອື່ນໆ.”
ລາຍການໂທລະພາບ ສຳລັບເດັກກ່ອນໄວຮຽນ ເຮືອນຂອງຂ້ອຍ, ຍັງໄດ້ປະກອບສ່ວນເຂົ້າໃນການພັດທະນາ ດ້ານຮ່າງກາຍ, ຄວາມຮູ້ຄວາມເຂົ້າໃຈດ້ານສັງຄົມ ແລະ ອາລົມຂອງເດັກ, ລວມທັງວິທີແກ້ໄຂບັນຫາ, ການຮັບມືກັບສະຖານະການຫຍຸ້ງຍາກ, ຄວາມສາມາດ ໃນການເຮັດວຽກຮ່ວມກັບຄົນອື່ນ, ຈິນຕະນາການ, ຄວາມຮັບຜິດຊອບ ແລະ ການຄວບຄຸມອາລົມ. ສິ່ງທີ່ສຳຄັນທີ່ສຸດແມ່ນ ເດັກຈະຮຽນຮູ້ທັກສະທຸກຢ່າງ ໃນເວລາເຂົາເຈົ້າມ່ວນຊື່ນໄປກັບການຫລິ້ນ.
ທ່ານ ນາງ ເພຍ ບຣິດໂຕ, ຜູ້ຕາງຫນ້າ ອົງການ ຢູນີເຊັບ ປະຈໍາ ສປປ ລາວ, ກ່າວເຖິງຄວາມສຳຄັນ ໃນການພັດທະນາເດັກ ຂອງລັດຖະບານ ແລະ ໄດ້ເຫນັ້ນຫນັກວ່າ: “ໃນໄລຍະຕົ້ນຂອງຊີວິດ, ສະໝອງຂອງເດັກນ້ອຍ ຈະສ້າງການເຊື່ອມຕໍ່ ໃນອັດຕາທີ່ໜ້າຕົກໃຈ. ໃນຂະບວນການເສີມສ້າງສະໝອງ, ການເຊື່ອມຕໍ່ລະບົບປະສາດໄດ້ຖືກສ້າງຂື້ນ ໂດຍພັນທຸກຳ ແລະ ຜ່ານປະສົບການໃນຊີວິດ, ຄືການໄດ້ຮັບໂພຊະນາການທີ່ດີ ແລະ ການກະຕຸ້ນສະໝອງ ແມ່ນຈາກການປາກເວົ້າ, ຫຼິ້ນ ແລະ ຄວາມເອົາໃຈໃສ່ຈາກຜູ້ດູແລ. ການປະສົມປະສານຂອງພັດທະນາການທາງທຳມະຊາດ ແລະ ການລ້ຽງດູ ແມ່ນການສ້າງຮາກຖານ ໃຫ້ກັບອະນາຄົດຂອງເດັກ. ດ້ວຍເຫດນີ້, ລາຍການກາຕູນ ເຮືອນຂອງຂ້ອຍ ຈຶ່ງມີຄວາມສຳຄັນຫຼາຍ, ເພາະວ່າການກະຕຸ້ນສະໝອງ ຂອງເດັກນ້ອຍຜ່ານການຫຼີ້ນ ແມ່ນຈະຊ່ວຍໃຫ້ພວກເຂົາເລີ່ມຕົ້ນຊີວິດທີ່ດີທີ່ສຸດ.”

ການກະຕຸ້ນທີ່ຖືກຕ້ອງ ໃນເວລາທີ່ເໝາະສົມ ຈະຊ່ວຍເສີມສ້າງພັດທະນາການ, ທຳລາຍວົງຈອນຂອງຄວາມບໍ່ສະເໝີພາບລະຫວ່າງໄວອາຍຸ ແລະ ໃຫ້ຕົ້ນທຶນຊີວິດທີ່ເທົ່າທຽມກັນແກ່ເດັກທຸກຄົນ. ສຳລັບເດັກນ້ອຍທີ່ເກີດໃນຄອບຄົວທີ່ຂາດເຂີນ, ຖ້າມີການກະຕຸ້ນຕັ້ງແຕ່ເລີ່ມຕົ້ນ, ໃນຂະນະທີ່ສະໝອງມີການຂະຫຍາຍໂຕຢ່າງວ່ອງໄວນັ້ນ, ຈະຊ່ວຍປ້ອງກັນຈາກອັນຕະລາຍ ແລະ ຊ່ວຍເສີມສ້າງຄວາມເຂັ້ມແຂງ.
ການລົງທືນໃນການພັດທະນາເດັກກ່ອນໄວຮຽນ ແມ່ນວິທີການທີ່ຄຸ້ມຄ່າໃນການເສີມຂະຫຍາຍຄວາມຈະເລີນກ້າວໜ້າຮ່ວມກັນ, ສົ່ງເສີມການເຕີບໂຕຂອງເສດຖະກິດແບບສ່ວນຮ່ວມ, ຂະຫຍາຍໂອກາດທີ່ເທົ່າທຽມກັນ ແລະ ລົບລ້າງຄວາມທຸກຍາກ. ສຳລັບທຸກໆ 1 ໂດລາສະຫະລັດ ໃນການລົງທຶນເພື່ອການພັດທະນາເດັກກ່ອນໄວຮຽນ ຈະໄດ້ຮັບຜົນຕອບແທນສູງເຖິງ 13 ໂດລາສະຫະລັດ.
ໃນໄລຍະຜ່ານມາ ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫລືອທາງດ້ານວິຊາການ ແລະ ອຸປະກອນທາງດ້ານການແພດ ມູນຄ່າ ປະມານ 4 ລ້ານໂດລາສະຫະລັດ ໂດຍຜ່ານອົງການ ຈັດຕັ້ງສາກົນໃຫ້ແກ່ລັດຖະບານລາວ. ພ້ອມນີ້ ຍັງໄດ້ໃຫ້ການ ຊ່ວຍເຫຼືອທາງດ້ານອຸປະກອນການແພດ ມູນຄ່າປະມານ 13,6 ລ້ານໂດລາສະຫະລັດ ເພື່ອສະຫນັບສະຫນູນ ການສະກັດກັ້ນ ການລະບາດ ຂອງ COVID-19.
ປີນີ້ແມ່ນ ຄົບຮອບ 65 ປີ ຂອງສາຍພົວພັນ ດ້ານການທູດຍີ່ປຸ່ນ – ລາວ ແລະ ຄົບຮອບ 5 ປີ ຂອງ ການພົວພັນຄູ່ຮ່ວມມືສອງຝ່າຍ ດ້ານຍຸດທະສາດ. ຍີ່ປຸ່ນເປັນຄູ່ຮ່ວມມືຍຸດທະສາດ ຂອງ ສປປ ລາວ. ໃນນາມທີ່ເປັນຄູ່ຮ່ວມມືດ້ານຍຸດທະສາດຂອງ ສປປ ລາວ, ປະເທດຍີ່ປຸ່ນ ຈະສືບຕໍ່ສະໜັບ ສະໜູນ ຄວາມພະຍາຍາມຂອງລັດຖະບານລາວ ໃນການແກ້ໄຂສະຖານະການທີ່ຫຍຸ້ງຍາກນີ້.
ສ່ວນອົງການສະຫະປະຊາຊາດສຳລັບເດັກ ຫລື UNICEF ໄດເຮັດວຽກໃນບາງສະຖານທີ່ ທຸລະກັນດານທີ່ສຸດໃນໂລກ, ເພື່ອເຂົ້າເຖິງເດັກນ້ອຍທີ່ດ້ອຍໂອກາດທີ່ສຸດໃນໂລກ. ໃນ 190 ປະເທດ ແລະ ເຂດພື້ນທີ່ປົກຄອງພິເສດ, ໂດຍໄດ້ເຮັດວຽກເພື່ອເດັກນ້ອຍທຸກໆຄົນ, ຢູ່ໃນທຸກແຫ່ງຫົນ, ເພື່ອສ້າງໂລກທີ່ດີໃຫ້ແກ່ເດັກທຸກຄົນ.