Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຄົນຕິດໂຄວິດຜູ້ເຄາະຮ້າຍທັງສາມ

Posted on 26/10/202126/10/2021 By ປະກາດ Pakaad No Comments on ຄົນຕິດໂຄວິດຜູ້ເຄາະຮ້າຍທັງສາມ

ລາຍງານຈາກຄະນະສະເພາະກິດ ໃຫ້ຮູ້ໃນຖະແຫຼງຂ່າວ ວັນທີ 26 ຕຸລາ 2021 ນີ້ວ່າ ມາຮອດວັນທີ 25 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 37,018 ຄົນ, ເສຍຊີວິດສະສົມ 56 ຄົນ (ໃໝ່ 3), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 497 ຄົນ, ກໍາລັງປິ່ນປົວ 6,909 ຄົນ. ລາຍລະອຽດຜູ້ເສຍຊີວິດໃໝ່ 3 ຄົນ ມີດັ່ງນີ້

ຜູ້ທີ1ແມ່ນ ເພດຊາຍ, ອາຍຸ 77 ປີ, ບ້ານໜອງໃສ, ເມືອງສາລະວັນ, ແຂວງສາລະວັນ, ຜູ້ກ່ຽວມີພະຍາດປະຈໍາຕົວ: ເປັນເບົາຫວານ, ວັນນະໂລກປອດ ແລະ ຄວາມດັນເລືອດສູງ. ຜ່ານມາໄດ້ສັກວັກຊີນກັນໂຄວິດ J&J ຄົບ, ວັນທີ 25 ກັນຍາ 2021 ໄດ້ມາກວດຢູ່ໂຮງໝໍແຂວງສາລະວັນ ດ້ວຍອາການ ອິດເມື່ອຍ, ອ່ອນເພຍ. ຜູ້ກ່ຽວປິ່ນປົວຢູ່ໂຮງໝໍດັ່ງກ່າວ 2 ອາທິດ ແຕ່ອາການບໍ່ດີຂຶ້ນ. ວັນທີ 9 ຕຸລາ 2021 ໄດ້ນຳສົ່ງຄົນເຈັບໄປປິ່ນປົວ ຢູ່ໂຮງໝໍ 106 ກອງທັບ, ຫລັງຈາກນັ້ນ ຈິ່ງສົ່ງຕໍ່ເຂົ້າປິ່ນປົວຢູ່ໂຮງໝໍແຂວງຈໍາປາສັກ ຍ້ອນອາການທາງລະບົບຫາຍໃຈຮຸນແຮງກະທັນຫັນ ແລະ ເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19.

ວັນທີ 10 ຕຸລາ 2021 ຜົນກວດພົບເຊື້ອໂຄວິດ-19 ແລະ ໄດ້ນໍາສົ່ງໄປປິ່ນປົວໂຄວິດຢູ່ໂຮງໝໍໂພນທອງ ເປັນເວລາ 10 ວັນ. ວັນທີ 19 ຕຸລາ 2021 ອາການຜູ້ກ່ຽວບໍ່ດີຂື້ນ ຈຶ່ງໄດ້ຍ້າຍມາປີ່ນປົວຢູ່ສູນປີ່ນປົວໂຮງໝໍແຂວງສາລະວັນ. ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍດັ່ງກ່າວ ນັບແຕ່ວັນທີ 19-25 ຕຸລາ 2021. ວັນທີ 25 ຕຸລາ 2021 ເວລາ 02:00 ໂມງເຊົ້າ ຜູ້ກ່ຽວອາການບໍ່ດີຂື້ນ, ຫາຍໃຈຝືດ, ແໜ້ນໜ້າເອີກ ເເລະ ເສຍຊີວິດໃນເວລາຕໍ່ມາ.

ຜູ້ທີ 2 ແມ່ນເພດຊາຍ, ອາຍຸ 57 ປີ, ອາຊີບ: ກຳມະກອນ, ບ້ານ ໂນນແກ້ວ, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ. ຜູ້ກ່ຽວເປັນກໍລະນີຢັ້ງຢືນຕິດເຊື້ອທີ່ໄດ້ນອນປີ່ນປົວຢູ່ ໂຮງໝໍມິດຕະພາບ ໃນວັນທີ 21/10/2021. ພະຍາດປະຈຳຕົວ: ເບົາຫວານ, ຄວາມດັນເລືອດສູງ, ເລືອດຈາງ, ໄຂ່ຫຼັງຊຸດໂຊມໄລຍະສຸດທ້າຍ.

ຜ່ານມາບໍ່ໄດ້ຮັບການສັກຢາວັກຊິນກັນໂຄວິດ. ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍ ນັບແຕ່ວັນທີ 21-25/10/2021. ວັນທີ 25/10/2021 ເວລາ ~19:30 ໂມງ ຜູ້ກ່ຽວໄດ້ເສຍຊີວິດ.

ຜູ້ທີ 3ແມ່ນ ເດັກອາຍຸ 4 ປີ, ບ້ານໂພສີ, ເມືອງນາຊາຍທອງ, ນະຄອນຫລວງວຽງຈັນຄົນໃນຄອບຄົວ (ແມ່ ແລະ ອ້າຍ) ກວດພົບເຊື້ອພະຍາດໂຄວິດ-19. ບໍ່ມີພະຍາດປະຈໍາຕົວ ແລະ ຜູ້ກ່ຽວມີສຸຂະພາບແຂງແຮງ. ວັນທີ 24 ຕຸລາ 2021 ເວລາ 18:00 ໂມງ ໄດ້ເຂົ້າມາກວດຢູ່ສຸກເສີນຂອງໂຮງໝໍແຂວງວຽງຈັນ ຍ້ອນຖືກອຸບັດຕິເຫດໃບໜ້າ ແລະ ຫົວໄຂ່ບວມ, ບໍ່ໄດ້ສະຕິ.

ມາຮອດເວລາ 24:00 ໂມງ ເດັກມີອາການຫາຍໃຈຊ້າ, ຢຸດຫາຍໃຈ ເເລະ ຕໍ່ມາໄດ້ເສຍຊີວິດ. ໄດ້ເກັບຕົວຢ່າງເພື່ອມາກວດຊອກຫາພະຍາດໂຄວິດ-19, ແຕ່ວ່າຜູ້ກ່ຽວເສຍຊີວິດກ່ອນທີ່ຜົນກວດຈະອອກມາວ່າພົບເຊື້ອພະຍາດໂຄວິດ-19.

Featured, ໂຄວິດ-19

Post navigation

Previous Post: ສະພາບໂຄວິດມື້ນີ້ເພີ່ມຂຶ້ນຫຼາຍໂດຍສະເພາະນະຄອນຫຼວງວຽງຈັນ
Next Post: ແຂວງຄໍາມ່ວນເຄັ່ງຄັດມາດຕະການອີກສອງອາທິດ

Related Posts

ແຂວງໄຊຍະບູລີ ອອກແຈ້ງການສະບັບໃໝ່ ເພື່ອຄວບຄຸມການລະບາດຂອງໂຄວິດ-19 Featured
ມາເລເຊຍມອບວັກຊິນໃຫ້ສປປລາວ 283.400 ໂດສ Featured
ແຂວງຫົວພັນ ສືບຕໍ່ປະຕິບັດມາດຕະການປ້ອງກັນ ແລະ ສະກັດກັ້ນເຊື້ອພະຍາດໂຄວິດ-19 Featured
ຮອດລາວແລ້ວ! Pfizer 100.620 ໂດສ ຈາກໂຄງການ COVAX Featured
ພະຍາກອນອາກາດ ວັນທີ 12 ກໍລະກົດ 2022 Featured
ຂ່າວໂຄວິດປະຈໍາວັນສະຖານະການໜ້າເປັນຫ່ວງ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme