Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຂ່າວດີ! ບ້ານແດງນະຄອນຫຼວງ ບໍ່ມີແລ້ວ! ແຕ່ທົ່ວປະເທດມີຄົນຕິດເຊື້ອນໍາເຂົ້າ 75 ຄົນ

Posted on 14/07/202114/07/2021 By ປະກາດ Pakaad No Comments on ຂ່າວດີ! ບ້ານແດງນະຄອນຫຼວງ ບໍ່ມີແລ້ວ! ແຕ່ທົ່ວປະເທດມີຄົນຕິດເຊື້ອນໍາເຂົ້າ 75 ຄົນ

ເຊົ້າວັນທີ 14 ກໍລະກົດ 2021 ນີ້, ຄະນະສະເພາະກິດ ລາຍງານ ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 13 ກໍລະກົດ 2021 ໄດ້ກວດວິເຄາະທັງໝົດ 1,888 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 75 ຄົນ, ຈາກ ຈາກ ນະຄອນຫຼວງ 06 ກໍລະນີ, ຈໍາປາສັກ 61 ກໍລະນີ, ສະຫວັນນະເຂດ 07 ກໍລະນີ ແລະ ຄໍາມ່ວນ 01 ກໍລະນີ ເຊິ່ງທັງໝົດ ແມ່ນກໍລະນີນຳເຂົ້າ ກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ໂດຍຖືກຕ້ອງຕາມກົດໝາຍ.

ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 2,976 ຄົນ, ເສຍຊີວິດສະສົມ 3 ຄົນ (ບໍ່ມີກໍລະນີເສຍຊີວິດໃໝ່) ແລະ ກໍາລັງປິ່ນປົວ ທັງໝົດ 726 ຄົນ.

 ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ: ວັນທີ 13 ກໍລະກົດ ມີຜູ້ເດີນທາງເຂົ້າມາ ຕາມຈຸດຜ່ານດ່ານຕ່າງໆ ໃນສປປ ລາວ ທັງໝົດ 2,773 ຄົນ ເຊິ່ງທັງໝົດ ແມ່ນຖືກເກັບຕົວຢ່າງກວດຊອກຫາເຊື້ອ ແລະ ເຂ້ົ້າໄປຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ 14 ວັນ;

ປັດຈຸບັນ ທົ່ວປະເທດ ມີສູນຈຳກັດບໍລິເວນ ທີ່ຍັງເປີດຢູ່ 48 ສູນ ແລະ ມີຜູ້ຈຳກັດບໍລິເວນ 6,337 ຄົນ.

ປະຈຸບັນ ຈຳນວນບ້ານແດງ ໃນນະຄອນຫຼວງວຽງຈັນ ແມ່ນບໍ່ມີ: ບໍ່ມີ ບ້ານໃໝ່ທີ່ຖືກກຳນົດເປັນເຂດແດງ, ບໍ່ມີ ບ້ານທີ່ສິ້ນສຸດການເປັນເຂດແດງ ມາເປັນເຂດເຫຼືອງ

Featured, ຂ່າວສານບ້ານເມືອງ, ສຸຂະພາບ

Post navigation

Previous Post: ຂ່າວດີ! ລູກຄ້າທະນາຄານລາວກໍ່ສ້າງ ຈະໄດ້ຮັບເງິນຄືນ ພາຍໃນເດືອນສິງຫາ 2021
Next Post: ແຮງງານລາວທີ່ຕົກຄ້າງຢູ່ໄທ ຢາກກັບປະເທດ ໃຫ້ພົວພັນເຈົ້າໜ້າທີ່ດ່ວນ!

Related Posts

ນໍາເຂົ້າ 20 ຊຸມຊຸນ 427 ຖະແຫຼງຂ່າວ 25 ກັນຍາ 2021 Featured
Meta ເປີດໂຕແຄມເປນ ເຮືອນຂອງຂ້ອຍ (Your Profile, Your Home’) ທີ່ໃຫ້ຄວາມຮູ້ກ່ຽວກັບຄວາມເປັນສ່ວນຕົວ Featured
ເສຍຊີວິດ 5 ຕິດເຊື່ອເພີ່ມ 282 ປົວດີ 592 Featured
ທຳລາຍເຄື່ອງມືທີ່ນຳໃຊ້ເຂົ້າໃນການທຳລາຍຊັບພະຍາກອນປ່າໄມ້ ແລະ ການລ່າ ສັດນ້ຳ-ສັດປ່າ ທີ່ແຂວງອຸດົມໄຊ Featured
ວາລະແຫ່ງຊາດມີຫຼາຍກວ່າ 9 ພັນບັນຊີ ທີ່ຕ້ອງກວດລ້າງຢູ່ນະຄອນຫຼວງວຽງຈັນ Featured
ລັດຖະມົນຕີຕ່າງປະເທດ ແຫ່ງສະຫະພັນຣັດເຊຍ ຢ້ຽມຢາມເຮັດວຽກຢູ່ ສປປ ລາວ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme