Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ວັນທີ່ 3 ພຶດສະພາ ໄດ້ມີພິທີມອບ-ຮັບ ແລະ ເປີດນໍາໃຊ້ ໂຮງໝໍພາກສະໜາມລ້ານຊ້າງ

Posted on 03/05/202107/05/2021 By ປະກາດ Pakaad No Comments on ວັນທີ່ 3 ພຶດສະພາ ໄດ້ມີພິທີມອບ-ຮັບ ແລະ ເປີດນໍາໃຊ້ ໂຮງໝໍພາກສະໜາມລ້ານຊ້າງ

ພິທີມອບ-ຮັບ ແລະເປີດນໍາໃຊ້ ໂຮງໝໍພາກສະໜາມລ້ານຊ້າງ ຈັດຂຶ້ນຕອນບ່າຍວັນທີ 3 ພຶດສະພາ 2021 ຢູ່ບ້ານດອນກອຍ ເມືອງສີສັດຕະນາກ, ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ປະທານຄະນະສະເພາະກິດເພື່ອປ້ອງກັນ ແລະຄວບຄຸມການລະບາດຂອງພະຍາດໂຄວິດ19 ຂັ້ນສູນກາງ ແລະພາກສ່ວນກ່ຽວຂ້ອງ. ໂຮງໝໍພາກສະໝາມລ້ານຊ້າງ ສ້າງຂຶ້ນພາຍໃນ 7 ວັນ ມີຂະຫນາດ 303 ຕຽງນອນ, ແບ່ງອອກເປັນ 2 ເຂດ ຄື: ເຂດ A ມີ 168 ຕຽງນອນ ແລະ ເຂດ B ມີ135 ຕຽງນອນ, ມີຫ້ອງສຸກເສີນເບື້ອງຕົ້ນຂະໜາດ 5 ຕຽງນອນ.

ສະເພາະເຂດ A ວັນທີ 3 ພຶດສະພາສາມາດຮອງຮັບຄົນເຈັບໄດ້ແລ້ວ, ສຳລັບເຂດ B ຈະສາມາດນໍາໃຊ້ໄດ້ໃນວັນທີ 5 ພຶດສະພາ 2021 ທ່ານພັນທະຈິດ ອິນທິລາດ ປະທານບໍລິສັດ ອິນທຣາ ຄໍປໍເຣຊັນ ຈຳກັດຜູ້ດຽວລາຍງານໃຫ້ຮູ້ວ່າ: ການສ້າງໂຮງໝໍສະໜາມລ້ານຊ້າງ ໄດ້ຮັບການຊີ້ນໍາຢ່າງໃກ້ຊິດ, ທັງປະກອບສ່ວນດ້ານເຫື່ອແຮງ ແລະ ສິຕິປັນຍາຈາກການນຳ, ອ້າຍນ້ອງພະນັກງານ ທັງຈາກສູນກາງ, ນະຄອນຫລວງວຽງຈັນ ແລະ ໄດ້ຮັບການຊ່ວຍເຫລືອ ຈາກພາກທຸລະກິດ ເປັນຕົ້ນ ກຸ່ມບໍລິສັດ ເອໄອເອຟ, ບໍລິສັດທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈຳກັດຜູ້ດຽວ, ບໍລິສັດ ອິນທຣາ ຄໍປໍເຣຊັນ ຈຳກັດຜູ້ດຽວ, ໂດຍໄດ້ປະກອບສ່ວນດ້ານແຮງງານຈາກອ້າຍນ້ອງທະຫານ ນະຄອນຫລວງວຽງຈັນ, ບໍລິສັດທີ່ຮັບກໍ່ສ້າງ, ບໍລິສັດ ອະນາໄມ ພີເອສ ທີ່ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການກໍ່ສ້າງ ແລະ ກະກຽມໂຮງໝໍແຫ່ງນີ້ ຢ່າງບໍ່ມີເວັນ ບໍ່ມີຄືນ ແລະ ບໍ່ຮຽກຮ້ອງຜົນປະໂຫຍດຫຍັງຕອບແທນ

ໃນສະໜາມຮົບຕ້ານໂຄວິດຄັ້ງນີ້, ຈຶ່ງເຮັດໃຫ້ໂຮງໝໍແຫ່ງນີ້ ສາມາດຮອງຮັບຄົນເຈັບທີ່ຕິດເຊື້ອພະຍາດໂຄວິດ ເຂົ້າປິ່ນປົວໄດ້ພາຍໃນວັນທີ 3 ພຶດສະພານີ້. ໂອກາດນີ້ ທ່ານກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ປະທານຄະນະສະເພາະກິດເພື່ອປ້ອງກັນ ແລະຄວບຄຸມການລະບາດຂອງພະຍາດໂຄວິດ19 ຂັ້ນສູນກາງ ກ່າວວ່າ: ໃນນາມຄະນະສະເພາະກິດຂັ້ນສູນກາງ ສະແດງຄວາມຂອບໃຈເປັນຢ່າງສູງ ແລະຕີລາຄາສູງ ຕໍ່ການປະກອບສ່ວນຂອງບັນດາບໍລິສັດ ທີ່ຮ່ວມກັນໃນການຫັນສະຖານທີ່ດ້ານກິລາໃຫ້ມາເປັນໂຮງໝໍພາກສະໜາມ ເພື່ອຮັບໃຊ້ວຽກງານອັນຮີບດ່ວນ ແລະຈໍາເປັນທີ່ສຸດ ທີ່ເກີດຂຶ້ນຢູ່ໃນປະເທດຂອງພວກເຮົາ, ນີ້ສະແດງໃຫ້ເຫັນເຖິງການເສຍສະລະອັນສູງສົ່ງ ການຕື່ນຕົວປະກອບສ່ວນທີ່ສໍາຄັນຂອງຕົນເອັງໃນພາລະກິດລວມຂອງບ້ານຂອງເມືອງ , ນີ້ສະແດງໃຫ້ເຫັນຄວາມຮັກຊາດ ຮັກບ້ານເກີດເມືອງນອນ ຮັກລະບອບໃໝ່ຂອງພວກເຮົາໃນການຊ່ວຍເຫລືອປະຊາຊົນພີ່ນ້ອງຮ່ວມຊາດໃຫ້ຫລຸດພົ້ນຈາກໄພອັນຕະລາຍ, ເຊິ່ງຜ່ານມາກໍມີຫລາຍບໍລິສັດໄດ້ໃຫ້ການຊ່ວຍເຫລືອມາແລ້ວ

ຍ້ອນແນວນັ້ນ ຈຶ່ງສະເໜີໃຫ້ພວກເຮົານໍາໃຊ້ສະຖານທີ່ແຫ່ງນີ້ໃຫ້ເກີດປະໂຫຍດສູງສຸດຫລາຍເທົ່າທີ່ຈະຫລາຍໄດ້. ທ່ານກິແກ້ວ ໄຂຄໍາພິທູນ ໄດ້ຍົກໃຫ້ເຫັນບົດຮຽນຈາກການຕໍ່ສູ້ກັບພະຍາດໂຄວິດ19 ໃນໄລຍະຜ່ານມາວ່າ: ອັນທີ່ໜຶ່ງ ແມ່ນພັກ-ລັດຂອງພວກເຮົາມີຄວາມສະດຸ້ງໄວ, ສະກັດກັ້ນໄວ້ຫົວທີ ນີ້ສະແດງເຖິງຄວາມເປັນຫ່ວງເປັນໄຍຂອງພັກ-ລັດພວກເຮົາໃນການນໍາພາປະເທດຊາດ, ອັນທີສອງປະຊາຊົນບັນດາເຜົ່າມີຄວາມຕື່ນຕົວປະຕິບັດຄໍາສັ່ງຢ່າງເຂັ້ມງວດ ແຕ່ລະຄົນໄດ້ເປັນເຈົ້າການ ແລະປະກອບສ່ວນຮ່ວມມືກັບລັດຖະບານ, ອັນທີສາມ ພວກເຮົາໄດ້ນໍາໃຊ້ທຸກພາຫະນະທີ່ມີ ປຸກລະດົມສັງຄົມເຂົ້າຮ່ວມ ໃຫ້ການຊ່ວຍເຫລືອດ້ານຕ່າງໆຢ່າງທັນການ ລວມທັງປະຊາຊົນ, ທະຫານ, ຕໍາຫລວດ ອໍານາດການປົກຄອງ ທຸກຂັ້ນ ລວມທັງວິຊາການແພດໝໍ ເຊິ່ງຕົນເອັງມີຄວາມສ່ຽງຢູ່ແລ້ວ ແຕ່ຕ້ອງໄດ້ໃຫ້ການຊ່ວຍເຫລືອປິ່ນປົວຄົນເຈັບຫລາຍມື້ຕິດຕໍ່ກັນໂດຍບໍ່ໄດ້ພັກຜ່ອນ ນອກຈາກນັ້ນພວກເຮົາຍັງໄດ້ຮັບການຊ່ວຍເຫລືອແລກປ່ຽນຂໍ້ມູນຂ່າວສານກັບສາກົນ ແລະປະເທດຕ່າງໆ, ສະນັ້ນພວກເຮົາຕ້ອງອີງໃສ່ບົດຮຽນເຫລົ່ານີ້ ເພື່ອຕໍ່ສູ້ກັບພະຍາດຮ້າຍນີ້, ປະຈຸບັນຢູ່ນະຄອນຫລວງວຽງຈັນບາງອັນກໍມີແລ້ວ ແຕ່ບາງອັນກໍຕ້ອງພິຈາລະນາເບິ່ງເພື່ອເປັນບົດຮຽນໃຫ້ຫລາຍແຂວງຕື່ມອີກ.

Uncategorized, ຂ່າວສານບ້ານເມືອງ

Post navigation

Previous Post: ກຸ່ມບ້ານຊຽງດາວ ເມືອງເມິງ ແຂວງບໍ່ແກ້ວ ເຂັ້ມງວດຕ້ານວຽກງານປ້ອງກັນໂຄວິດ-19
Next Post: ຍອດຜູ້ຕິດເຊື້ອແຂວງບໍ່ແກ້ວ ແຊ່ງແຂວງຈຳປາສັກແລ້ວ !!!!

Related Posts

ລັດຖະບານໄຟຂຽວການນໍາເຂົ້າ-ການຜະລິດ ແລະ ນໍາໃຊ້ລົດໄຟຟ້າໃນປະເທດ Featured
ຂໍ້ມູນຄົນຕິດເຊື້ອໃໝ່ 6 ຄົນ ນະຄອນຫຼວງວຽງຈັນ Featured
ແຈ້ງການເພີ່ມເຕີມຂອງແຂວງຫຼວງພະບາງໃນການຮັບມືໂຄວິດ19 Featured
ກະບະເສຍຫຼັກຕົກໜອງທາງໄປເມືອງວຽງໄຊ Featured
ໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ) ທົບທວນການຈັດຕັ້ງປະຕິບັດແຜນປະຕິບັດງານ 6 ເດືອນຕົ້ນປີ ແລະ ກຳນົດທິດທາງແຜນການ 6 ເດືອນທ້າຍປີ 2020 ຂ່າວສານບ້ານເມືອງ
ສະພາແຫ່ງຊາດ ຮັບຮອງເອົາມະຕິ ກອງປະຊຸມ ຈໍານວນ 8 ສະບັບ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme