Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ແຮງງານກັບຈາກປະເທດເພື່ອນບ້ານພົບຄົນຕິດເຊື້ອ+67 ຄົນ ຕິດພາຍໃນ +1

Posted on 09/07/202109/07/2021 By ປະກາດ Pakaad No Comments on ແຮງງານກັບຈາກປະເທດເພື່ອນບ້ານພົບຄົນຕິດເຊື້ອ+67 ຄົນ ຕິດພາຍໃນ +1

ຄະນະສະເພາະກິດ ຖະແຫຼງຂ່າວ ເຊົ້າວັນທີ 9/7/2021 ນີ້ວ່າ: ມາຮອດວັນທີ 8 ກໍລະກົດ 2021 ໄດ້ກວດວິເຄາະທັງໝົດ 1,460 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 68 ຄົນ.

  • ນະຄອນຫຼວງວຽງຈັນ +7
  • ສະຫວັນນະເຂດ +40
  • ຈຳປາສັກ +19
  • ຄຳມ່ວນ +1 ແລະ
  • ແຂວຽງຈັນ +1

ໃນນັ້ນ ກໍລະນີນຳເຂົ້າມີ 67 ຄົນ ຈາກ ຈາກນະຄອນຫຼວງວຽງຈັນ 7, ສະຫວັນນະເຂດ 40 ກໍລະນີ, ຈຳປາສັກ 19 ກໍລະນີ ຄຳມ່ວນ 1 ກໍລະນີ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ໂດຍຖືກຕ້ອງຕາມກົດໝາຍ.

ການຕິດເຊື້ອໃນຊຸມຊົນມີ 1 ຄົນ ຈາກ ແຂວງວຽງຈັນ ທີ່ມີປະຫວັດສຳຜັດໃກ້ຊິດ ນຳຜູ້ຕິດເຊື້ອເກົ່າ.

ມາຮອດມື້ນີ້ ຕົວເລກຜູ້ຕິດເຊື້ອສະສົມທັງໝົດ 2,537 ຄົນ, ເສຍຊີວິດສະສົມ 3 ຄົນ (ບໍ່ມີກໍລະນີເສຍຊີວິດໃໝ່) ແລະ ກໍາລັງປິ່ນປົວ ທັງໝົດ 427 ຄົນ.
ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ

ວັນທີ 8 ກໍລະກົດ ມີຜູ້ເດີນທາງເຂົ້າມາ ຕາມຈຸດຜ່ານດ່ານຕ່າງໆ ໃນສປປ ລາວ ທັງໝົດ 2,514 ຄົນ ເຊິ່ງທັງໝົດ ແມ່ນຖືກເກັບຕົວຢ່າງກວດຊອກຫາເຊື້ອ ແລະ ເຂ້ົ້າໄປຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ 14 ວັນ;

ປັດຈຸບັນ ທົ່ວປະເທດ ມີສູນຈຳກັດບໍລິເວນ ທີ່ຍັງເປີດຢູ່ 49 ສູນ ແລະ ມີຜູ້ຈຳກັດບໍລິເວນ 4,979 ຄົນ.
ປະຈຸບັນ ຈຳນວນບ້ານແດງ ໃນນະຄອນຫຼວງວຽງຈັນ ແມ່ນມີ 05 ບ້ານ (ບໍ່ມີບ້ານແດງໃໝ່) ໃນ 04 ເມືອງ ຄື: ເມືອງຈັນທະບູລີ, ໄຊທານີ, ໄຊເສດຖາ ແລະ ນາຊາຍທອງ.

ສຳລັບ ບ້ານທີ່ສິ້ນສຸດການເປັນເຂດແດງ ມາເປັນເຂດເຫຼືອງ ມີ 4 ບ້ານ ຄື:

  • ບ້ານໂພນຕ້ອງສະຫວາດ ເມືອງຈັນທະບູລີ
  • ບ້ານເກົ້າລ້ຽວ ເມືອງ ສີໂຄດຕະບອງ
  • ບ້ານໂນນແກ້ວ ເມືອງ ສີໂຄດຕະບອງ
  • ບ້ານຫ້ວຍເຕີຍ ເມືອງໄຊທານີ

ຂ່າວສານບ້ານເມືອງ

Post navigation

Previous Post: “ ກຽມພ້ອມຮັບມືກັບອາການແພ້ທ້ອງຖືພາ?”
Next Post: “ ປະໂຫຍດລໍ້າຄ່າຈາກນົມແມ່?”

Related Posts

ບຸນນະມັດສະການ ພຣະທາດຫຼວງວຽງຈັນ ປີ 2020 ຈັດ 3 ມື້ 3 ຄືນ Featured
ມາແນ່ນອນພາຍຸໄລອອນຣັອກ LIONROCK Featured
ຂ່າວດ່ວນເລື່ອນການລົງທະບຽນເບີຮອດທ້າຍເດືອນມີນາປີໜ້າ Featured
ສື່ມວນຊົນກອງທັບ ເອົາໃຈໃສ່ປັບປຸງກໍ່ສ້າງພັດທະນາຕົນເອງເພື່ອຕອບສະໜອງ ກັບໜ້າທີ່ການເມືອງ ໃນໄລຍະໃໝ່ ຂ່າວສານບ້ານເມືອງ
ປະຊາຊົນບ້ານປາກກະດິງ ພົບເງິນເບ້ຍບູຮານ ອາຍຸຫຼາຍຮ້ອຍປີ Featured
ພີທີທີ ລາວ ຊີ້ແຈ້ງ ກໍລະນີປໍ້າ ວຽງຈະເລີນ ເປັນການກະທໍາ ໂດຍພາລະການ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme