Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຊົມເຊີຍ! ສປປ ລາວ ໄດ້ຮັບເລືອກຕັ້ງ ເປັນຮອງປະທານສະມັດຊາໃຫຍ່ ສປຊ ສະໄຫມທີ 76

Posted on 08/06/202108/06/2021 By ປະກາດ Pakaad No Comments on ຊົມເຊີຍ! ສປປ ລາວ ໄດ້ຮັບເລືອກຕັ້ງ ເປັນຮອງປະທານສະມັດຊາໃຫຍ່ ສປຊ ສະໄຫມທີ 76

ໃນຕອນເຊົ້າຂອງວັນທີ 7 ມີຖຸນາ 2021 ທີ່ ສຳນັກງານໃຫຍ່ ອົງການ ສປຊ ທີ່ນະຄອນນິວຢອກ, ສ. ອາເມລິກາ ໄດ້ມີກອງປະຊຸມແບບເປີດກວ້າງຂອງ ສະມັດຊາໃຫຍ່ ສປຊ ສະໄໝທີ 75 ຄັ້ງທີ 72, ພາຍໃຕ້ການເປັນປະທານຂອງທ່ານ ໂວນຄານ ບອສເກີ (Volkan Bozkir), ປະທານສະມັດຊາໃຫຍ່ ສປຊ ສະໄໝທີ 75. ໃນນັ້ນ, ກອງປະຊຸມໄດ້ມີການເລືອກຕັ້ງເອົາປະທານ-ຮອງປະທານສະມັດຊາໃຫຍ່ ສປຊ ສະໄໝທີ 76 ແລະ ເລືອກຕັ້ງເອົາປະທານຂອງ 6 ຄະນະກໍາມະການຫຼັກຂອງ ສະມັດຊາໃຫຍ່ ສປຊ ສະໄໝທີ 76.

ໃນການເລືອກຕັ້ງປະທານສະມັດຊາໃຫຍ່ ສປຊ ສະໄໝທີ 76 ໄດ້ມີຜູ້ລົງສະຫມັກສອງທ່ານຄື: ທ່ານ Zalmai Rassoul, ອະດີດລັດຖະມົນຕີການຕ່າງປະເທດ ອັຟການິສຖານ ແລະ ທ່ານ Abdulla Shahid (ລັດຖະມົນຕີກະຊວງການຕ່າງປະເທດ ຂອງ ມາວດິບ) ໂດຍຜ່ານການປ່ອນບັດແບບປິດລັບ. ຜົນການເລືອກຕັ້ງແມ່ນ ທ່ານ Abdulla Shahid ໄດ້ຮັບເລືອກຕັ້ງໃຫ້ເປັນປະທານສະມັດຊາໃຫຍ່ ສປຊ ສະໄຫມທີ 76. ພ້ອມກັນນັ້ນ, ກໍ່ໄດ້ມີການເລືອກຕັ້ງເອົາຮອງປະທານສະມັດຊາໃຫຍ່ ສປຊ ສະໄໝທີ 76 ຈໍານວນ 21 ປະເທດ ເຊິ່ງເປັນຕົວແທນຈາກແຕ່ລະພາກພື້ນ ບວກກັບສະມາຊິກຖາວອນຂອງສະພາຄວາມຫມັ້ນຄົງ ສປຊ, ໃນນັ້ນ ຈາກພາກພື້ນອາຊີ-ປາຊີຟິກ ມີ 4 ປະເທດໄດ້ຮັບເລືອກຄື: ບັງກະລາເດັດ, ກູເວດ; ສປປ ລາວ ແລະ ຟິລິບປິນ.

ການເຮັດຫນ້າທີ່ ຂອງ ປະທານ ແລະ ຮອງປະທານສະມັດຊາໃຫຍ່ ສປຊ ສະໄໝທີ 76 ແມ່ນຈະເລີ້ມຈາກ ເດືອນກັນຍາ 2021 ຫາ ເດືອນກັນຍາ 2022, ເຊິ່ງເປັນໄລຍະທີ່ມີຄວາມຫມາຍສໍາຄັນຍິ່ງ ໃນທ່າມກາງທີ່ສະພາບແວດລ້ອມສາກົນມີການຜັນແປຢ່າງໄວວາ ແລະ ຄາດຄະເນໄດ້ຍາກ, ໂດຍສະເພາະ ແມ່ນການຟື້ນຟູຈາກສະພາບວິກິດການອັນເກີດຈາກພະຍາດ ໂຄວິດ-19, ຂໍ້ຂັດແຍ່ງ ທີ່ຍັງເກີດຂຶ້ນຢູ່ບາງພາກພື້ນໃນໂລກ, ວິກິດການດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ ທີ່ຍັງສືບຕໍ່ເປັນໄພຂົ່ມຂູ່ ຕໍ່ປະຊາຄົມໂລກ. ການເຮັດຫນ້າທີ່ດັ່ງກ່າວ ຍັງເປັນການສືບຕໍ່ຍົກສູງບົດບາດ ຂອງ ສປປ ລາວ ໃນເວທີສາກົນ ໂດຍສະເພາະໃນເວທີ ສປຊ ໃຫ້ພົ້ນເດັ່ນຍິ່ງຂຶ້ນ ເຊິ່ງ ສປປ ລາວ ເຮົາຈະເຮັດໜ້າທີ່ເປັນປະທານບັນດາກອງປະຊຸມສາກົນຕ່າງໆ ໃນຂອບສະມັດຊາໃຫຍ່ ສປຊ, ກອງປະຊຸມລະດັບສູງຕ່າງໆ ເປັນຕົ້ນແມ່ນ ກອງປະຊຸມພາກອະພິປາຍທົ່ວໄປ ຂອງສະມັດຊາໃຫຍ່ ສປຊ ສະໄໝທີ 76 ທີ່ຈະໄຂຂຶ້ນ ໃນເດືອນ ກັນຍາ 2021 ຊຶ່ງຈະມີຜູ້ນຳຂັ້ນປະມຸກລັດ, ຫົວໜ້າລັດຖະບານ ແລະ ຜູ້ແທນຂັ້ນສູງຈາກ 193 ປະເທດສະມາຊິກເຂົ້າຮ່ວມ.

ການປະຕິບັດຫນ້າທີ່ດັ່ງກ່າວ ຍິ່ງຈະຕ້ອງໄດ້ເພີ້ມທະວີຄວາມເອົາໃຈໃສ່ຂຶ້ນກວ່າເກົ່າ ໂດຍສະເພາະ ແມ່ນໃນທ່າມກາງສະພາບທີ່ມີການຜັນແປຕະຫລອດເວລາ, ຮັບປະກັນການປະຕິບັດໜ້າທີ່ແບບເປັນກາງ, ໂປ່ງໄສ ແລະ ອີງຕາມກົດລະບຽບການດໍາເນີນຂອງ ສະມັດຊາໃຫຍ່ ສປຊ, ລວມທັງການປຶກສາຫາລືຮ່ວມກັບ ປະເທດສະມາຊິກ ສປຊ ກ່ຽວກັບ ບັນຫາສໍາຄັນຕ່າງໆ ທີ່ບໍ່ສາມາດຄາດຄະເນ ລ່ວງຫນ້າໄດ້ ເຊັ່ນ: ການລິເລີ້ມ ແລະ ດໍາເນີນການເຈລະຈາ ບັນດາຮ່າງຖະແຫຼງການ ແລະ ຮ່າງຍັດຕິຕ່າງໆ, ການປຶກສາຫາລື ແລະ ການຈາລະຈາລະຫວ່າງລັດຖະບານ ວ່າດ້ວຍການປະຕິຮູບສະພາຄວາມໝັ້ນຄົງ ສປຊ ປະຈໍາປີ 2022 ແລະ ກອງປະຊຸມຂອງຄະນະກໍາມະການສະເພາະກິດ ວ່າດ້ວຍການປະຕິຮູບສະມັດຊາໃຫຍ່ ສປຊ ປະຈໍາປີ 2022 ແລະ ການເຮັດໜ້າທີ່ສໍາຄັນອື່ນໆ ໂດຍອີງຕາມການມອບໝາຍຂອງ ປະທານສະມັດຊາໃຫຍ່ ສປຊ ສະໄຫມທີ 76.

ສະມັດຊາໃຫຍ່ ສປຊ ແມ່ນຫນຶ່ງໃນ 6 ອົງກອນຫລັກ ຂອງ ສປຊ ທີ່ໄດ້ຮັບການສ້າງຕັ້ງຂຶ້ນໂດຍພາຍໃຕ້ກົດບັດຂອງ ສປຊ ໃນປີ 1945, ມີບົດບາດຕັດສິນ ແລະ ຮັບຮອງເອົາບັນຫາສໍາຄັນຕ່າງໆຂອງໂລກ, ທັງເປັນເວທີໃນການຖະແຫລງດ້ານນະໂຍບາຍ ຂອງບັນດາ 193 ປະເທດສະມາຊິກ ສປຊ. ຜ່ານມາ ສປປ ລາວ ເຮົາເຄີຍໄດ້ຮັບເລືອກຕັ້ງ ໃຫ້ເປັນຮອງປະທານສະມັດຊາໃຫຍ່ ສປຊ ແລ້ວ 1 ຄັ້ງ ໃນໄລຍະກອງປະຊຸມສະມັດຊາໃຫຍ່ ສປຊ ສະໄຫມທີ 50, ໃນປີ 1995.

ແຫຼ່ງຂ່າວ: ກະຊວງການຕ່າງປະເທດ

Featured, ລັດຖະບານ

Post navigation

Previous Post: ຕິດເພີ່ມ 2​ ຄົນໃນຊຸມຊົນ ນະຄອນຫຼວງວຽງຈັນ
Next Post: ປະກົດການນ້ຳບາກມີສີຂຽວເຂັ້ມ ແລະເຮັດໃຫ້ປາຕາຍ ມາຮອດປະຈຸບັນໄດ້ເລີມຈາງແລະນ້ຳໃສເປັນປົກກະຕິແລ້ວ

Related Posts

ນໍ້ານົມແມ່ ຄືອາຫານມະຫັດສະຈັນຂອງລູກນ້ອຍ Featured
ອາກາດຮ້ອນຂຶ້ນຢູ່ໃນແຕ່ລະພາກ ແລະ ອາກາດຍັງຈະເຢັນ ຫາ ໜາວເຢັນ ຢູ່ແຂວງພາກເໜືອ Featured
ຄໍາສັ່ງສະບັບໃໝ່ຂອງແຂວງຈໍາປາສັກ Featured
ມີເສື້ອກັນໜາວແລ້ວບໍ່ ເພາະອາກາດສືບຕໍ່ເຢັນລົງທົ່ວທຸກພາກ Featured
ຂ່າວດີ! ແຜນການບໍລິການນ້ຳມັນປະຈຳວັນທີ 21-22 ມິຖຸນາ 2022 ຂອງປໍ້າ ລນລ Featured
8 ແຂວງພາກເໜືອ ສຳມະນາການຮ່ວມມືສາກົນໃນຂະແໜງ ຖວທ ລັດຖະບານ

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme