Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ເມືອງຫຼວງນໍ້າທາເສຍຫາຍໜັກຈາກນໍ້າຖ້ວມ ທາງການເລັ່ງຊ່ວຍເຫຼືອ

Posted on 29/07/202129/07/2021 By ປະກາດ Pakaad No Comments on ເມືອງຫຼວງນໍ້າທາເສຍຫາຍໜັກຈາກນໍ້າຖ້ວມ ທາງການເລັ່ງຊ່ວຍເຫຼືອ

ຜົນກະທົບຈາກໄພນໍ້າຖ້ວມ ເຮັດໃຫ້ຂົງເຂດກະສິກຳໄດ້ຮັບຜົນເສຍຫາຍ

ຕາມການລາຍງານຈາກ ທ່ານ ມານິດ ແສງທອງຮັກ ຫົວໜ້າຂະແໜງປູກຝັງ ພະແນກກະສິກຳ ແລະ ປ່າໄມ້ ແຂວງຫລວງນໍ້າທາ ເມື່ອບໍ່ດົນນີ້ວ່າ: ໃນລະຫວ່າງວັນທີ 18-21 ກໍລະກົດ ຜ່ານມາ ຢູ່ແຂວງຫລວງນໍ້າທາ ໄດ້ມີຝົນຕົກແຮງຕິດຕໍ່ກັນຫລາຍວັນ ເຮັດໃຫ້ແມ່ນໍ້າຫລາຍສາຍມີປະລິມານນໍ້າເພີ່ມຂຶ້ນສູງ ແລະ ເກີດໄພນໍ້າຖ້ວມ ບ້ານ, ເຮືອນ ແລະ ເນື້ອທີ່ທຳການຜະລິດຂອງປະຊາຊົນ,

ເນື້ອທີ່ປູກເຂົ້າປີ ຂອງປະຊາຊົນ 52 ບ້ານ ໃນ 4 ເມືອງໄດ້ຮັບຜົນກະທົບຄື: ເມືອງຫລວງນໍ້າທາ, ວຽງພູຄາ, ເມືອງສິງ ແລະ ເມືອງລອງ, ເນື້ອທີ່ທຳການຜະລິດຖືກນໍ້າຖ້ວມ 516 ເຮັກຕາ, ຜົນເສຍຫາຍເບື້ອງຕົ້ນ ມີເຮືອນປະຊາຊົນເສຍຫາຍ 25 ຫລັງ, ເລົ້າເຂົ້າ 1 ຫລັງ, ໂຮງງານ 2 ໂຮງງານ, ເນື້ອທີ່ທຳການຜະລິດກະສິກໍາ 344 ເຮັກຕາ, ໜອງປາ 5 ໜອງ ແລະ ຊົນລະປະທານ 71 ແຫ່ງ.

ຕໍ່ສະພາບການດັ່ງກ່າວ, ຄະນະນໍາ ພະແນກກະສິກໍາ ແລະ ປ່າໄມ້ແຂວງຫລວງນໍ້າທາ ຮ່ວມກັບຂະແໜງປູກຝັງ ໄດ້ເອົາໃຈໃສ່ລົງຊຸກຍູ້ຕິດຕາມ, ເກັບກໍາຂໍ້ມູນ ຜົນກະທົບ ແລະ ຜົນເສຍຫາຍເບື້ອງຕົ້ນ ຮ່ວມກັບຫ້ອງການກະສິກຳ ແລະ ປ່າໄມ້ ແຕ່ລະເມືອງ ແລະ ອົງການປົກຄອງບ້ານ ເພື່ອຊ່ວຍຟື້ນຟູຜົນກະທົບດ້ານການຜະລິດກະສິກໍາເຊັ່ນ: ສວນພືດຜັກ, ເຂົ້ານາປີ ແລະ ສວນອ້ອຍ, ພ້ອມທັງແນະນຳໃຫ້ປະຊາຊົນໃຫ້ມີສະຕິ ແລະ ຕິດຕາມພະຍາກອນອາກາດປະຈໍາວັນ ແລະ ໃຫ້ຕິດຕາມພະຍາດ, ແມງໄມ້ ສັດຕູພືດ ທີ່ອາດຈະເກີດຂຶ້ນຫລັງນໍ້າຖ້ວມ ເປັນຕົ້ນ ບົ້ງຮໍາໃບເຂົ້າ, ດ້ວງກໍ, ແມງບົ່ວລະບາດ ແລະພະຍາດຮາກເຂົ້າເນົ່າ.

ຖ້າພົບເຫັນແມ່ນໃຫ້ລາຍງານຕໍ່ອົງການປົກຄອງບ້ານ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ຫລື ຂະແໜງປູກຝັງ ພະແນກກະສິກຳ ແລະ ປ່າໄມ້ແຂວງ ເພື່ອແກ້ໄຂໃຫ້ທ່ວງທັນເວລາ.

ຂ່າວ: ອຸ້ມ ສົມນໍວັນ

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ລະດັບນໍ້າເຊບັ້ງໄຟ ຂຶ້ນສີແດງແລ້ວ! ຂໍໃຫ້ມີສະຕິລະວັງຕົວ
Next Post: ລາຄາໄຂ່ຈະກັບມາສູ່ສະພາບປົກກະຕິໃນອີກ 2-3 ເດືອນຂ້າງໜ້າ

Related Posts

ຂ່າວດີ! ລູກຄ້າທະນາຄານລາວກໍ່ສ້າງ ຈະໄດ້ຮັບເງິນຄືນ ພາຍໃນເດືອນສິງຫາ 2021 Featured
ວັກຊິນໄຟເຊີ 799.110 ໂດສ໌ ໂດຍການຊ່ວຍເຫຼືອຂອງ ສະຫະລັດອາເມລິກາຮອດ ສປປລາວ ແລ້ວ Featured
ເຕືອນການເດີນທາງ ທາງພູເກົ້າຫຼັກຍັງຫຍຸ້ງຍາກ Featured
ລົດ 22 ລໍ້ ເສຍຫຼັກປີ້ນລົງຂ້າງທາງ ເສຍຊີວິດຄາທີ່ 1 ຄົນ ບາດເຈັບ 1 ຄົນ Featured
ຊຸມຊົນຍັງລະບາດໜັກມີເສຍຊີວີດອີກສອງຄົນ Featured
ທ່ານອຸປະທູດການາດາເຂົ້າຢ້ຽມຢາມ ທ່ານຮອງເຈົ້າແຂວງສະຫວັນນະເຂດ ພ້ອມປຶກສາຫາລືການພັດທະນາເສດຖະກິດ-ສັງຄົມຂອງແຂວງ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme