Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ປະກົດການນ້ຳບາກມີສີຂຽວເຂັ້ມ ແລະເຮັດໃຫ້ປາຕາຍ ມາຮອດປະຈຸບັນໄດ້ເລີມຈາງແລະນ້ຳໃສເປັນປົກກະຕິແລ້ວ

Posted on 08/06/202108/06/2021 By ປະກາດ Pakaad No Comments on ປະກົດການນ້ຳບາກມີສີຂຽວເຂັ້ມ ແລະເຮັດໃຫ້ປາຕາຍ ມາຮອດປະຈຸບັນໄດ້ເລີມຈາງແລະນ້ຳໃສເປັນປົກກະຕິແລ້ວ

ໃນໄລຍະທ້າຍເດືອນພຶດສະພາ ຫາຕົ້ນເດືອນມິຖຸນາ 2021 ນີ້ ສາຍນ້ຳບາກໄດ້ເກີດມີປະກົດການມີສີຂຽວເຂັ້ມ ແລະເຮັດໃຫ້ປາຕາຍຈຳນວນໜື່ງ, ຕໍ່ໍກັບສະພາບການທີ່ເກີດຂື້ນ ທ່ານ ສົມຫວັງ ພອນຄຳວົງສາ ເຈົ້າເມືອງນ້ຳບາກໄດ້ໃຫ້ສຳພາດວ່າ:

ຈຸດເກີດປະກົດການທີ່ນ້ຳບາກມີສີຂຽວເຂັ້ມ ແມ່ນຢູ່ເຂດວັງກໍໄຮ ເມືອງໄຊແຂວງອຸດົມໄຊ ເຊີ່ງນ້ຳບາກໄດ້ມີປະກົດການປ່ຽນສີ ແລະມີຝອດສີຂາວ ຈາກນັ້ນ ໄດ້ໄຫຼມາຕາມສາຍນ້ຳ ຜ່ານບັນດາບ້ານ ນັບແຕ່ເມືອງໄຊ ຫາເມືອງນ້ຳບາກ ແລະເມືອງງອຍ ເຮັດໃຫ້ປານ້ອຍຕາຍຈຳນວນໜື່ງ ເນື່ອງຈາກອຸນຫະພູມຂອງນ້ຳສູງປະມານ 34 ອົງສາ,

ແຕ່ມາ ຮອດປະຈຸບັນສະພາບຂອງນ້ຳບາກ ແມ່ນມີສະພາບປົກກະຕິແລ້ວ, ທ່ານເຈົ້າເມືອງນ້ຳບາກໃຫ້ຮູ້ຕື່ມວ່າ: ພາຍຫຼັງເກີດສະ ພາບການທີ່ກ່າວມານັ້ນ ອົງການປົກຄອງເມືອງ ໄດ້ອອກແຈ້ງການໃຫ້ປະຊາຊົນບໍ່ໃຫ້ຊົມໃຊ້ນ້ຳ ເປັນການຊົ່ວຄາວ ພ້ອມທັງໄດ້ປະສານສົມທົບກັບຂະແໜງການກ່ຽວ ຂ້ອງ ນັບທັງແຂວງ ແລະສູນກາງ ເພື່ອກວດກາສະພາບຕົວຈີງ

ຕາມການສັງ ລວມເບື້ອງຕົ້ນ ແມ່ນອາດຈະບໍ່ເກີດຈາກການປົນເປື້ອນຂອງສານເຄມີ ເນື່ອງຈາກຈຸດເກີດເຫດ ແມ່ນຢຸ່ຫ່າງໄກສອກຫຼີກ ແລະບໍ່ໃກ້ກັບໂຮງງານອຸດສາຫະກຳ.

ໂອກາດນີ້ ທ່ານເຈົ້າເມືອງນ້ຳບາກໄດ້ຮຽກຮ້ອງໃຫ້ປະຊາຊົນ ຢ່າຟ້າວພາກັນແຕກຕື່ນຫຼາຍຈົນເກີນໄປ ເຊີ່ງຄະນະນຳຂອງເມືອງ ຈະປະສານສົມທົບກັບທຸກພາກສ່ວນ ເພື່ອວິເຄາະວິໄຈສະພາບການທີ່ເກີດຂື້ນໃນໄລຍະຜ່ານມາ ພ້ອມທັງຕິດຕາມສະພາບທີ່ຈະເກີດຂື້ນໃນຕໍ່ໜ້າ ເພື່ອວາງແຜນແກ້ໄຂໃຫ້ທັນເຫດການ.

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ຊົມເຊີຍ! ສປປ ລາວ ໄດ້ຮັບເລືອກຕັ້ງ ເປັນຮອງປະທານສະມັດຊາໃຫຍ່ ສປຊ ສະໄຫມທີ 76
Next Post: ລັດຖະບານ ສ.ເກົາຫຼີ ມອບອຸປະກອນການແພດໃຫ້ແກ່ ສປປ ລາວ

Related Posts

ອາກາດຮ້ອນຢູ່ທົ່ວໄປ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ Featured
ເຈົ້າແຂວງໄຊຍະບູລີລົງຢ້ຽມຢາມກຸ່ມສະຫະກອນສົ່ງເສີມກະສິກຳເມືອງຫົງສາ ຂ່າວສານບ້ານເມືອງ
ເກີດແຜ່ນດິນໄຫວຫ່າງຈາກຕົວເມືອງໄຊສະຖານ ປະມານ 23 ກິໂລແມັດ Featured
ທ່ານ ພົນຕີ ຄຳລຽງ ອຸທະໄກສອນ ເຄື່ອນໄຫວຊຸກຍູ້ໂຄງການກໍ່ສ້າງໂຮງຮຽນການທະຫານທ້ອງຖິ່ນ ແຂວງໄຊສົມບູນ ຂ່າວສານບ້ານເມືອງ
ໜ້າສົງສານຫຼານນ້ອຍແລະຕູ້ທັງສອງ Featured
ແຈ້ງການ ແຂ່ງຂັນຂຽນບົດຄວາມ ຊິງເງິນລາງວັນ ມູນຄ່າ 10 ລ້ານກີບ ຂ່າວສານບ້ານເມືອງ

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme