ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ຮັບການຄັດເລືອກເປັນເລຂາຄະນະພັກກະຊວງປ້ອງກັນປະເທດສະໄໝທີ V
ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ພາຍໃຕ້ຄໍາຂວັນ: ຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ປອດໄພ. ຕັ້ງໜ້າປັບປຸງ, ກໍ່ສ້າງກອງທັບປະຊາຊົນລາວ ທັງ 3 ປະເພດກໍາລັງ ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ, ຈົງຮັກພັກດີຕໍ່ພັກ, ຕໍ່ລະບອບໃໝ່, ຕໍ່ປະເທດຊາດ ແລະ ປະຊາຊົນ ໄດ້ອັດລົງດ້ວຍຜົນສໍາເລັດຢ່າງສະຫງ່າງາມ ໃນວັນທີ 19 ພະຈິກ 2020 ນີ້, ພາຍຫຼັງທີ່ໄດ້ດໍາເນີນມາເປັນເວລາ 2 ວັນ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະພັກກະຊວງ ລັດຖະມົນຕີກະຊວງປ້ອງກັນປະເທດ,

ໂດຍໃຫ້ກຽດເຂົ້າຮ່ວມກອງປະຊຸມຂອງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ມີບັນດາສະຫາຍຄະນະເລຂາທິການສູນກາງພັກ, ກໍາມະການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ບັນດາສະຫາຍຄະນະພັກກະຊວງ, ຄະນະພັກນະຄອນຫຼວງ, ກະຊວງປ້ອງກັນຄວາມສະຫງົບ, ສະຫະພັນນັກຮົບເກົ່າ, ພະນັກງານປະຕິວັດອາວຸໂສ, ວີລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ພ້ອມດ້ວຍຜູ້ແທນກອງປະຊຸມເຂົ້າຮ່ວມທັງໝົດ 253 ສະຫາຍ, ເພດຍິງ 2 ສະຫາຍ.
ຕະຫຼອດໄລຍະດໍາເນີນກອງປະຊຸມ, ບັນດາສະຫາຍຜູ້ແທນໄດ້ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນເຂົ້າໃນການຄົ້ນຄວ້າປະກອບຄໍາເຫັນຕໍ່ບົດລາຍງານການເມືອງຂອງຄະນະພັກກະຊວງປ້ອງກັນປະເທດ ໂດຍສະເພາະແມ່ນສະຫຼຸບຕີລາຄາການນໍາພາຈັດຕັ້ງປະຕິບັດໜ້າທີ່ປ້ອງກັນຊາດກໍຄືການປັບປຸງກໍ່ສ້າງກໍາລັງກອງທັບໃນຊຸມປີຜ່ານມາ ພ້ອມທັງຮັບຮອງເອົາທິດທາງແຜນການວຽກງານຈຸດສຸມໃນ 5 ປີຕໍ່ໜ້າ (2021-2025), ທັງນີ້ກໍເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໜ້າທີ່ປ້ອງກັນຊາດ ແລະ ການປັບປຸງກໍສ້າງພັກ-ກໍ່ສ້າງກໍາລັງປະກອບອາວຸດປ້ອງກັນຊາດໃນທຸກດ້ານມີຄວາມໜັກແໜ້ນ ເຂັ້ມແຂງ ຕາມແນວທາງປ່ຽນແປງໃໝ່ທີ່ມີຫຼັກການຂອງພັກ ຮັບປະກັນໃຫ້ແກ່ກໍາລັງປະກອບອາວຸດຍາມໃດກໍມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ.

ກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກກະຊວງປ້ອງກັນປະເທດຈໍານວນ 33 ສະຫາຍ ເຊິ່ງມີລາຍຊື່ດັ່ງນີ້: ສະຫາຍ ພົນເອກ ຈັນສະຫມອນ ຈັນຍາລາດ, ສະຫາຍ ພົນໂທ ທອງລອຍ ສີລິວົງ, ສະຫາຍພົນໂທ ສຸວອນ ເລືອງບຸນມີ, ສະຫາຍ ພົນຕີ ວົງຄໍາ ພົມມະກອນ, ສະຫາຍ ພົນຕີ ສອນທອງ ພົມລາວົງ, ສະຫາຍ ພົນຕີ ຈັນທອງ ສອນຕະອາດ, ສະຫາຍ ພົນຕີ ປະສິດ ທ່ຽງທໍາ, ສະຫາຍ ພົນຈັດຕະວາ ວໍລະສານ ວິລັດດາວົງ, ສະຫາຍ ພົນຈັດຕະວາ ວົງສອນ ອິນປານພິມ, ສະຫາຍ ພົນຈັດຕະວາ ວົງສັກ ພັນທະວົງ, ສະຫາຍ ພົນຕີ ຄໍາຫຼ້າ ພັນໄຊຍະສຸກ, ສະຫາຍ ພົນຈັດຕະວາ ຄໍາເພັດ ສີຊານົນ, ສະຫາຍ ພົນຕີ ສະຫວ່າງໄຊ ສິນນະວົງ, ສະຫາຍ ພົນຈັດຕະວາ ສາຍໃຈ ກົມມະສິດ, ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ, ສະຫາຍ ພົນຕີ ສີດາລໍ ຈົ່ງເຕັງເຈ້ຍຊາ, ສະຫາຍ ພັນເອກ ໄພວັນ ຈັນທະພົມມາ, ສະຫາຍ ພົນຕີ ທອງວັນ ຈັນທະວົງ, ສະຫາຍ ພັນເອກ ແສງມະນີວອນ ຄໍາມະນີ, ສະຫາຍ ພົນຈັດຕະວາ ບຸນສູງ ຢາທໍ່ຕູ້, ສະຫາຍ ພັນເອກ ຈັນດີ ສີລິວົງສັກ, ສະຫາຍ ພົນຈັດຕະວາ ບຸນຊູ ດວງຄໍາມີ, ສະຫາຍ ພົນຈັດຕະວາ ສອນທອງ ແກ້ວລໍຄໍາ, ສະຫາຍ ພັນເອກ ເດືອນສະຫວັນ ສາຍພິມຄໍາປະທຸມ, ສະຫາຍ ພັນເອກ ສົມພອນ ມິດຕະພອນ, ສະຫາຍ ພົນຈັດຕະວາ ສີທາ ດວງມາລາ, ສະຫາຍ ພົນຈັດຕະວາ ພັນແສງ ບຸນພັນ, ສະຫາຍ ພົນຈັດຕະວາ ຄອນສະຫວັນ ມິງຈໍາປາບານ, ສະຫາຍ ພົນຈັດຕະວາ ທອງພັນ ສຸທໍາມະວົງ, ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ, ສະຫາຍ ພັນເອກ ວົງສັກ ສີພັນດອນ, ສະຫາຍ ພົນຈັດຕະວາ ວັນທອງ ບຸດຕະວົງ, ສະຫາຍ ພົນຈັດຕະວາ ແກ້ວສຸວັນ ອິນທະວົງສາ. ພ້ອມນີ້, ກອງປະຊຸມໄດ້ເລືອກຕັ້ງເອົາຜູ້ແທນສົມບູນ 51 ສະຫາຍ, ສໍາຮອງ 4 ສະຫາຍ ໄປຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ.
ກອງປະຊຸມຄົບຄະນະຄັ້ງປະຖົມມະລືກຂອງຄະນະບໍລິຫານງານພັກກະຊວງສະໄຫມທີ V ໄດ້ເປັນເອກະພາບເລືອກຕັ້ງເອົາ ຄະນະປະຈໍາຄະນະພັກກະຊວງປ້ອງກັນປະເທດ ຈໍານວນ 11 ຄື: ສະຫາຍ ພົນເອກ ຈັນສະຫມອນ ຈັນຍາລາດ, ສະຫາຍ ພົນໂທ ທອງລອຍ ສີລິວົງ, ສະຫາຍ ພົນໂທ ສຸວອນ ເລືອງບຸນມີ, ສະຫາຍພົນຕີ ວົງຄໍາ ພົມມະກອນ, ສະຫາຍ ພົນຕີ ສອນທອງ ພົມລາວົງ, ສະຫາຍ ພົນຕີ ຈັນທອງ ສອນຕະອາດ, ສະຫາຍ ພົນຕີ ປະສິດ, ສະຫາຍ ພົນຈັດຕະວາ ວົງສອນ ອິນປານພິມ, ສະຫາຍພົນຈັດຕະວາ ສາຍໃຈ ກົມມະສິດ, ສະຫາຍ ພົນຈັດຕະວາ ວໍລະສານ ວິລັດດາວົງ, ສະຫາຍ ພົນຈັດຕະວາ ຄໍາເພັດ ສີຊານົນ ເປັນຄະນະປະຈໍາພັກ.

ກອງປະຊຸມໄດ້ເປັນເອກະສັນປະຊາມະຕິເລືອກເອົາເລຂາ, ຮອງເລຂາຄະນະພັກກະຊວງ ເຊິ່ງມີບັນດາສະຫາຍດັ່ງນີ້: ສະຫາຍ ພົນເອກ ຈັນສະຫມອນ ຈັນຍາລາດ ເປັນເລຂາຄະນະພັກ, ສະຫາຍ ພົນໂທ ທອງລອຍ ສີລິວົງ ເປັນຮອງເລຂາຄະນະພັກ, ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ເປັນຮອງເລຂາຄະນະພັກ. ກອງປະຊຸມໄດ້ເປັນເອກະສັນຢ່າງສົມບູນປ່ອນບັດເລືອກຕັ້ງເອົາ ປະທານ-ຮອງປະທານກວດ ກາພັກ, ເຊິ່ງມີບັນດາສະຫາຍດັ່ງນີ້: ສະຫາຍ ພົນຕີ ສອນທອງ ພົມລາວົງ ເປັນປະທານກວດກາພັກ, ສະຫາຍ ພັນເອກ ຈັນດີ ສີລິວົງສັກ ເປັນຮອງປະທານກວດກາພັກ ແລະ ສະຫາຍ ພັນເອກ ທອງດໍາ ພົງສະຫວັດ ເປັນຮອງປະທານກວດກາພັກ.
ໃນພິທີອັນມີຄວາມໝາຍສໍາຄັນນີ້, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ປະທານຄະນະກໍາມະການ ປກຊ-ປກສ ສູນກາງ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມຕໍ່ກອງປະຊຸມໃຫຍ່ເຊີ່ງສະຫາຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຄວາມເອົາໃຈໃສ່ຊີ້ນໍາ-ນໍາພາຂອງຄະນະພັກກະຊວງປ້ອງກັນປະເທດ ກໍຄືຄະນະພັກຂັ້ນຕ່າງໆຕໍ່ການຈັດ ຕັ້ງປະຕິບັດ ມະຕິວ່າດ້ວຍ 4 ແຜນງານໃຫຍ່ 26 ໂຄງການ, ສ້າງໄດ້ຜົນງານ ແລະ ມີຜົນສໍາເລັດຫຼາຍດ້ານ, ກໍາລັງປ້ອງກັນຊາດໄດ້ປະກອບສ່ວນຢ່າງຕັ້ງໜ້າ ແລະ ສົມກຽດໃນການປະຕິບັດໜ້າທີ່ຍຸດທະສາດ, ເສີມຂະຫຼາຍທາດແທ້ ແລະ ມູນເຊື້ອອັນສະຫງ່າງາມ, ເຊີດຊູສະຕິລະວັງຕົວກຽມພ້ອມສູ້ຮົບ, ເປັນກໍາລັງຫຼັກແຫຼ່ງເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ, ປົກປັກຮັກສາເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ໄດ້ຢ່າງໝັ້ນຄົງ, ຮັບປະກັນໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ ແລະ ສີວິໄລ.

ສະຫາຍໄດ້ເນັ້ນໜັກໃຫ້ສືບຕໍ່ເສີມຂະຫຍາຍມູນເຊື້ອສ້າງກອງທັບປະຊາຊົນລາວ ໃຫ້ກາຍເປັນກໍາລັງ ແລະ ພາຫະນະອັນແຫຼມຄົມ ແລະ ເປັນກໍາລັງທີ່ເດັດດ່ຽວ ຍຶດຫມັ້ນບົດບາດການນໍາພາເດັດຂາດ ໂດຍກົງ ແລະ ຮອບດ້ານ ຂອງພັກ, ປັບປຸງອົງຄະນະພັກກະຊວງປ້ອງກັນປະເທດ ໃຫ້ປອດໃສ, ເຂັ້ມແຂງ, ຫນັກແຫນ້ນ ທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ, ຍົກສູງຄວາມສາມາດນໍາພາຢ່າງຮອບດ້ານ ແລະ ຄວາມສາມາດສູ້ຮົບຂອງຄະນະນະພັກທຸກຂັ້ນ, ທຸກພາວະ ແລະ ທຸກກໍລະນີ, ປັບປຸງກໍ່ສ້າງກໍາລັງປະກອບອາວຸດ ທຸກປະເພດກໍາລັງ ຕາມທິດຫັນເປັນທັນສະໄຫມ ໂດຍສຸມໃສ່ປັບປຸງກໍ່ສ້າງກໍາລັງດ້ານວິຊາສະເພາະ ໄປຄຽງຄູ່ກັບດ້ານການເມືອງແນວຄິດ, ແບບແຜນຊີ້ນໍາບັນຊາ ແລະ ດ້ານການຈັດຕັ້ງ, ຮັບປະກັນໃຫ້ໄດ້ 3 ຮຸ່ນ, ສືບຕໍ່ຫັນກໍາລັງລົງສູ່ຮາກຖານ, ປັບປຸງຮາກຖານການເມືອງພັດທະນາ ເຂດຫ່າງໄກສອກຫຼີກ, ເຂດພູດອຍຊົນເຜົ່າ, ເຂດຊາຍແດນ ແລະ ເຂດຍຸດທະສາດສໍາຄັນ, ເສີມຂະຫຍາຍມູນເຊື້ອເພີ່ມພູນຜະລິດຜົນ ແລະ ປະຢັດມັດທະຍັດຕາມທິດ “ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ”.