Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຫຼາຍພາກສ່ວນລົງກວດກາໂຄງການກໍ່ສ້າງສະໜາມບິນສາກົນ ເຂດຖະກິດພິເສດສາມຫຼ່ຽມຄຳ ແຂວງບໍ່ແກ້ວ

Posted on 13/05/202115/05/2021 By ປະກາດ Pakaad No Comments on ຫຼາຍພາກສ່ວນລົງກວດກາໂຄງການກໍ່ສ້າງສະໜາມບິນສາກົນ ເຂດຖະກິດພິເສດສາມຫຼ່ຽມຄຳ ແຂວງບໍ່ແກ້ວ

ໃນວັນທີ 11 ພຶດສະພາ 2021 ນີ້, ສະຫາຍ ພັນໂທ ທອງໄຂ ສີຍາລາດ ຮອງເລຂາຄະນະພັກ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງບໍ່ແກ້ວ ແລະ ສະຫາຍ ພັນເອກ ຈັນທະລາ ໄຊຍະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ລົງກວດກາໂຄງການກໍ່ສ້າງສະໜາມບິນສາກົນ ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ໂດຍຕິດພັນກັບການສະກັດກັ້ນການລັກລອບເຂົ້າ-ອອກເຂດ.

ເປັນກຽດເຂົ້າຮ່ວມຂອງ ສະຫາຍ ຄຳແຍງ ຄອນໄຊຍະກິດ ເລຂາພັກເມືອງ ເຈົ້າເມືອງໆຕົ້ນເຜິ້ງ ມີ ປກຊ-ປກສ ແຂວງ, ປກສ-ປກຊ ເມືອງ, ປກຊ ເຂດເສດຖະກິດ, ລປພ ເຂດ, ຄະນະຄຸ້ມຄອງເຂດ ຕະຫຼອດຮອດວິຊາການປະຈໍາບ່ອນກໍ່ສ້າງເຂົ້າຮ່ວມ.

ເພື່ອຕອບຕ້ານ ແລະ ປ້ອງກັນການແຜ່ລະບາດຂອງພະຍາດລະບາດໂຄວິດ-19 ຫຼາຍພາກສ່ວນໄດ້ເປັນເຈົ້າການປະຕິບັດຕາມມາດຕະການຕ່າງໆ ທີ່ຂັ້ນເທິງວາງອອກ ເວົ້າລວມ ເວົ້າສະເພາະ ຢູ່ເຂດກໍ່ສ້າງສະໜາມບິນສາກົນເຂດເສດຖະກິດພິເສດສາມຫຼ່ຽມຄຳ ແມ່ນມີຄວາມເຂັ້ມງວດ.

ການຈັດຕັ້ງປະຕິບັດມາດຕະການຕ່າງໆ ທີ່ຂັ້ນເທິງວາງອອກໃນການສະກັດກັ້ນ ແລະ ຕອບຕ້ານກັບພະຍາດໂຄວິດ-19 ຢູ່ເຂດດັ່ງກ່າວໄດ້ຈັດຕັ້ງກວດກາຄົນເຂົ້າ-ອອກ ເຊິ່ງໃນໄລຍະຜ່ານມາການຈັດຕັ້ງປະຕິບັດແມ່ນມີຄວາມສະຫງົບໂດຍພື້ນຖານ. ການສັນຈອນໄປມາແມ່ນມີຄວາມເປັນລະບຽບຮຽບຮ້ອຍສາມາດຮັບປະກັນໄດ້ຕາມມາດຕະການປ້ອງກັນພະຍາດໂຄວິດ-19 ແຕ່ເຖິງຢ່າງໃດກໍ່ຕາມ ການເຂົ້າ-ອອກ ເຂດຕ້ອງໄດ້ຮັບອະນຸຍາດຈາກຜູ້ຊີ້ນຳເຂດດັ່ງກ່າວໂດຍໄດ້ນຳໃຊ້ມາດຕະການຢ່າງເດັດຂາດຫ້າມເຂົ້າ-ອອກເຂດ ຖ້າບໍ່ໄດຮັບອະນຸຍາດ.

ສະນັ້ນ, ຄະນະຮັບຜິດຊອບດ່ານດັ່ງກ່າວ ຈຶ່ງຮຽກຮ້ອງມາຍັງພະນັກງານລັດທຸກພາກສ່ວນ ແລະ ຫົວໜ່ວຍທຸລະກິດຕະຫຼອດຮອດເຖິງພໍ່ແມ່ປະຊາຊົນ ຕ້ອງເປັນເຈົ້າການນຳກັນ ເພື່ອພ້ອມ ກັນປະຕິບັດມາດຕະການຕ່າງໆທີ່ຂັ້ນເທິງວາງອອກ ແນໃສ່ເຮັດໃຫ້ການສະກັດກັ້ນ ແລະ ຕອບຕ້ານພະຍາດໂຄວິດ-19 ໃຫ້ຫຼຸດໜ້ອຍຖອຍລົງ ແລະ ໃຫ້ໝົດໄປຈາກປະເທດຂອງພວກເຮົາ.

ໂດຍ: ວໍລະສິດ ພິດສະຫາຍ.

ຫນັງສືພິມບໍ່ແກ້ວ

Uncategorized

Post navigation

Previous Post: ຮູບ X Ray ປອດທີ່ຖືກທຳລາຍຈາກເຊື້ອໂຄວິດ-19
Next Post: ຫນັງສືຂໍທິດຊີ້ນຳ ເຖິງລັດຖະມົນຕີກະຊວງສຶກສາທິການ ໃຫ້ນັກຮຽນຜ່ານຂຶ້ນຫ້ອງໂດຍບໍ່ຕ້ອງເສັງ

Related Posts

ດ່ວນ !!! ສືບຕໍ່ໂຈະການຮຽນ-ການສອນໃນຂອບເຂດທົ່ວປະເທດ Uncategorized
ລາຄານໍ້າມັນລົງ ເລີ່ມ 6 ກໍລະກົດ 2022 Uncategorized
ຂໍ້ມູນປະຫວັດການເຄື່ອນໄຫວຂອງຜູ້ຕິດເຊື້ອໂຄວິດ ທັງສອງ ຂອງວັນທີ 20 ເມສາ 2021 Uncategorized
ພິທີສະຫຼຸບ ແລະ ຍ້ອງຍໍຜົນງານ ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ຕາມຊາຍແດນ ລາວ-ໄທ Uncategorized
ສຳເລັດສົ່ງເສີມສິນຄ້າໄທສົ່ງອອກຕະຫຼາດລາວ, ມູນຄ່າສູງກວ່າ 34,5 ລ້ານບາດ Uncategorized
ນາຍົກລັດຖະມົນຕີ ຕ້ອນຮັບປະທານສະພາແຫ່ງຊາດ ສສ ຫວຽດນາມ Uncategorized

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme