Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

JDB ມອບເຂົ້າສານໜຽວ ມູນຄ່າ 100 ລ້ານກີບ ຊ່ວຍນັກສຶກສາຕົກຄ້າງຢູ່ຫໍພັກ

Posted on 04/06/202104/06/2021 By ປະກາດ Pakaad No Comments on JDB ມອບເຂົ້າສານໜຽວ ມູນຄ່າ 100 ລ້ານກີບ ຊ່ວຍນັກສຶກສາຕົກຄ້າງຢູ່ຫໍພັກ

ທະນາຄານຮ່ວມພັດທະນາ Joint Development Bank (JDB) ມອບເຂົ້າສານໜຽວ ມູນຄ່າ 100 ລ້ານກີບ ໃຫ້ກະຊວງສຶກສາທິການ ແລະ ກິລາ ເພື່ອຊ່ວຍເຫຼືອນັກສຶກສາທີ່ຕົກຄ້າງໃນຫໍພັກ ໃນສະຖາບັນການສຶກສາຕ່າງ ທີ່ໄດ້ຮັບຜົນກະທົບ ຈາກໂຄວິດ-19.

ໃນຕອນເຊົ້າ ວັນທີ 3 ມິຖຸນາ 2021, ຢູ່ທີ່ກະຊວງສຶກສາທິການ ແລະ ກິລາ, ທ່ານ ວິໄລ ສີພະພອນ ຜູ້ອຳນວຍການໃຫຍ່ ທະນາຄານຮ່ວມພັດທະນາ (JDB), ທ່ານ ຄໍາຊູ ຢ່າງ ຮອງຜູ້ອໍານວຍການໃຫຍ່ ພ້ອມດ້ວຍ ທ່ານ ປອ. ບົວວອນ ຈັນທະນີເລີດ ຫົວໜ້າຫ້ອງການທະນາຄານຮ່ວມພັດທະນາ ພ້ອມດ້ວຍຄະນະໄດ້ນໍາເອົາເຂົ້າສານໜຽວຈໍານວນ 15 ໂຕນ ແລະ ຜ້າອັດປາກ-ອັດດັງຈໍານວນນື່ງ ມູນຄ່າ 100 ລ້ານກວ່າກີບ ໄປມອບໃຫ້ກະຊວງສຶກສາທິການ ແລະ ກິລາ ເພື່ອຊ່ວຍເຫຼືອບັນເທົາທຸກໃຫ້ນັກສຶກສາທີ່ຕົກຄ້າງ ຢູ່ຫໍພັກຂອງບັນດາສະຖາບັນການສຶກສາຕ່າງໆ ໃນນະຄອນຫຼວງວຽງຈັນ ທີ່ໄດ້ຮັບຜົນກະທົບ ຈາກການແຜ່ລະບາດ ຂອງພະຍາດໂຄວິດ-19.

ເປັນກຽດກ່າວຮັບໂດຍ ທ່ານ ຮສ ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີທ່ານ ນາງ ຂັນທະລີ ສິຣິພົງພັນ ຮອງລັດຖະມົນຕີ ແລະ ບັນດາຫົວໜ້າກົມຕ່າງ ອ້ອມຂ້າງກະຊວງສຶກສາທິການ ແລະ ກິລາ ກໍໄດ້ເຂົ້າຮ່ວມຢ່າງພ້ອມພຽງ.ໂອກາດດັ່ງກ່າວ ທ່ານ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ມາຍັງປະທານສະພາບໍລິຫານທະນາຄານຮ່ວມພັດທະນາ ທີ່ໄດ້ມີນໍ້າໃຈອັນສູງສົ່ງ ເຫັນໄດ້ຄວາມຈໍາເປັນ ແລະ ຄວາມຫຍຸ້ງຍາກຂອງບັນດານັກສຶກສາທີ່ຕົກຄ້າງໃນຫໍພັກໃນສະຖາບັນການສຶກສາຕ່າງໆຍ້ອນຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ເປັນການປະກອບສ່ວນທີ່ສໍາຄັນ ໃນການແບ່ງເບົາໃຫ້ນັກສຶກສາ ທີ່ຕົກຄ້າງໃນຫໍພັກ ໄດ້ຮັບການບັນເທົາທຸກ ແລະ ມີກໍາລັງໃຈທີ່ດີ ເພື່ອຕ້ານການລະບາດຂອງພະຍາດ ໂຄວິດ-19 ແລະ ທ່ານຍັງໄດ້ອວຍພອນໃຫ້ທຸລະກິດ ຂອງທະນາຄານຮ່ວມພັດທັດທະນາ ໃຫ້ມີຄວາມຈະເລີນຮຸ່ງເຮືອງຢ່າງບໍ່ຢຸດຢັ້ງ.

ໂອກາດດັ່ງກ່າວ ທ່ານ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ມາຍັງປະທານສະພາບໍລິຫານທະນາຄານຮ່ວມພັດທະນາ ທີ່ໄດ້ມີນໍ້າໃຈອັນສູງສົ່ງ ເຫັນໄດ້ຄວາມຈໍາເປັນ ແລະ ຄວາມຫຍຸ້ງຍາກຂອງບັນດານັກສຶກສາທີ່ຕົກຄ້າງໃນຫໍພັກໃນສະຖາບັນການສຶກສາຕ່າງໆຍ້ອນຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ເປັນການປະກອບສ່ວນທີ່ສໍາຄັນ ໃນການແບ່ງເບົາໃຫ້ນັກສຶກສາ ທີ່ຕົກຄ້າງໃນຫໍພັກ ໄດ້ຮັບການບັນເທົາທຸກ ແລະ ມີກໍາລັງໃຈທີ່ດີ ເພື່ອຕ້ານການລະບາດຂອງພະຍາດ ໂຄວິດ-19 ແລະ ທ່ານຍັງໄດ້ອວຍພອນໃຫ້ທຸລະກິດ ຂອງທະນາຄານຮ່ວມພັດທັດທະນາ ໃຫ້ມີຄວາມຈະເລີນຮຸ່ງເຮືອງຢ່າງບໍ່ຢຸດຢັ້ງ.

ການກຸສົນ

Post navigation

Previous Post: ຂ່າວດ່ວນ! ສນຍ ອອກແຈ້ງການ ສະບັບໃໝ່ ສືບຕໍ່ ປະຕິບັດມາດຕະການ ຮອດ 19 ມິຖຸນາ 2021
Next Post: ມູນນິທິກອງທຶນ ແບ່ງປັນຊຶ່ງກັນ ແລະ ກັນ ມອບອຸປະກອນການແພດ ໃຫ້ລັດຖະບານລາວ ມູນຄ່າຫຼາຍກວ່າ 1 ລ້ານໂດລາ

Related Posts

ຍີ່ປຸ່ນຈະຊ່ວຍ ສະໜອງວັກຊິນ ແກ່ປະເທດທີ່ກໍາລັງພັດທະນາ ມູນຄ່າ 1 ຕື້ ໂດລາ ການກຸສົນ
foodpanda ຮ່ວມກັບ ໂຄງການແລ່ນເພື່ອນ້ອງ ມອບອຸປະກອນການແພດ ໃຫ້ໂຮງໝໍ 9 ຕົວເມືອງ, ມູນຄ່າ 56,000,000 ກີບ Featured
ຂ່າວບຸນມະຫາກຸສົນ ຫລໍ່ພຣະພຸດທະຮູບໃຫຍ່ອົງຕື້ຈອມສີ ການກຸສົນ
USAID ຊ່ວຍເຫຼືອ 2,4 ລ້ານໂດລາເພື່ອສ້າງຄວາມເຂັ້ມແຂງໃນວຽກງານສັກວັກຊີນກັນ ໂຄວິດ-19 ໃນ ສປປ ລາວ Featured
ເອັດສຊີຈີ ສານຕໍ່ມອບທຶນການສຶກສາ ໃນໂຄງການ “SCG Sharing the Dream” ປີທີ 10 Featured
ໜ້າສົງສານ! ໄຟໄໝ້ເຮືອນເຫຼືອແຕ່ເຄື່ອງຄາຄີງ ທີ່ເມືອງພຽງ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme