Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຮູບ X Ray ປອດທີ່ຖືກທຳລາຍຈາກເຊື້ອໂຄວິດ-19

Posted on 12/05/202112/05/2021 By ປະກາດ Pakaad No Comments on ຮູບ X Ray ປອດທີ່ຖືກທຳລາຍຈາກເຊື້ອໂຄວິດ-19

ຕາມທີ່ຮູ້ວ່າພະຍາດໂຄວິດ-19 ມັນອັນຕະລາຍຫລາຍ ແລະ ຖ້າໃຜເປັນແລ້ວ ພະຍາດນັ້ນຈະເຂົ້າໄປທຳລາຍປອດຂອງຜູ້ທີ່ຕິດເຊື້ອ ເຮັດໃຫ້ມີບາດແຜຢູ່ປອດຂອງຜູ້ທີ່ຕິດເຊື້ອດັ່ງນັ້ນແລ້ວ ຂໍໃຫ້ທຸກຄົນໃຊ້ຊີວິດຢ່າງມີສະຕິຢ່າປະຫມາດກັບພະຍາດນີ້ເດັດຂາດ ດັ່ງເຊັ່ນຜູ້ທີ່ຕິດເຊື້ອພະຍາດໂຄວິດ-19 ໄດ້ໂພສດຢູ່ເຟສດບຸກຂອງຜູ້ກ່ຽວວ່າ:

ຂອບໃຈຫມູ່ຄູ່ຄົນຮັກແພງທີ່ໂທເຂົ້າມາຖາມຂ່າວຄາວໂດຍບໍ່ຂາດສາຍ ຂອບໃຈທຸກຄົນທີ່ເປັນຫ່ວງ ອາການຂ້ອຍຕອນນີ້ດີຂື້ນເລື້ອຍໆ ອີກບໍ່ດົນຫມໍກໍ່ຈະໃຫ້ກັບບ້ານແລ້ວ. ຢາກບອກວ່າມັນເປັນພະຍາດທີ່ອັນຕະລາຍຫລາຍ ຢາກໃຫ້ທຸກຄົນຢ່າປະຫມາດ ມັນບໍ່ແມ່ນເລື້ອງລໍ້ຫລີ້ນ. ຂ້ອຍໄດ້ຊື່ວ່າເປັນຄົນໄຂ້ຄົນຫນຶ່ງທີ່ລອດຕາຍຈາກໂຄວິກ ໂດຍອາການລົງປອດຫາຍໃຈດ້ວຍໂຕເອງບໍ່ໄດ້ ຕ້ອງໄດ້ໃສ່ເຄື່ອງຊ່ວຍຫາຍໃຈ (ອົກຊີ 15ລິດ) ເຊິ່ງເວລາປົວຫາຍດີແລ້ວ ມັນກໍ່ຈະຝາກບາດແຜໄວ້ໃນປອດຂອງເຮົາ ເຊິ່ງກວ່າຈະກັບມາສົມບູນປົກະຕິກະຈະຕ້ອງໃຊ້ໄລຍະເວລາອີກ ຢ່າງຕ່ຳເຄິ່ງປີ. (ສິ່ງສຳຄັນໃນຕອນນີ້ທີ່ຫ່ວງກະຄືພໍ່ແມ່ທີ່ຍັງປິ່ນປົວຢູ່ໂຮງຫມໍ ຕອນນີ້ເຮັດຫຍັງຫລາຍບໍ່ໄດ້ ມີແຕ່ຮັກສາໂຕເອງ ແລະຄອງຟັງຂ່າວພວກເພີ່ນໄປເລື້ອຍໆ ແລະ ຫວັງວ່າທຸກຢ່າງຈະກັບມາເປັນປົກະຕິຄືນ)

ຮູ້ແບບນີ້ ຂໍໃຫ້ທຸກຄົນລະມັດລະວັງແລະມີສະຕິໃນການໃຊ້ຊີວິດໃຫ້ດີ

Uncategorized

Post navigation

Previous Post: ຄະນະແພດ ແລະ ຊ່ຽວຊານຈາກ ສປ ຈີນ ເດີນທາງມາຊ່ວຍແກ້ໄຂການລະບາດພະຍາດໂຄວິດ-19 ຢູ່ແຂວງບໍ່ແກ້ວ
Next Post: ຫຼາຍພາກສ່ວນລົງກວດກາໂຄງການກໍ່ສ້າງສະໜາມບິນສາກົນ ເຂດຖະກິດພິເສດສາມຫຼ່ຽມຄຳ ແຂວງບໍ່ແກ້ວ

Related Posts

ສຳເລັດສົ່ງເສີມສິນຄ້າໄທສົ່ງອອກຕະຫຼາດລາວ, ມູນຄ່າສູງກວ່າ 34,5 ລ້ານບາດ Uncategorized
ຂ່າວດ່ວນ! ມີຄໍາສັ່ງດ່ວນ ລັອກດາວ ເມືອງສາລະວັນ 5-19/9/2021 Uncategorized
SVA ຈັດຝຶກອົບຮົມຄວາມຮູ້ທັກສະການສອນຫ້ອງຄວບ ທີ່ຫລວງພະບາງ Uncategorized
ຢືນຢັນຊາວຈີນທີ່ມາແຕ່ແຂວງອຸດົມໄຊ ຮອດຫຼວງພະບາງ ໄດ້ຜ່ານກັກກັນຕາມລະບຽບແລ້ວ ແຕ່ຈະມີການກວດຫາເຊື້ອໂຄວິດ 19 ຕື່ມອີກ Uncategorized
ລະເມີດແຈ້ງການນີ້ ປັບໃໝສູງສຸດ 10.000.000 ກີບ Uncategorized
ຄະນະສະເພາະກິດເຕືອນ ເຄື່ອງກວດໂຄວິດແບບໄວຍັງບໍ່ຮັບປະກັນຄວາມຖືກຕ້ອງ Uncategorized

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme