Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ປະທານປະເທດ ແຫ່ງ ສປປ ລາວ ສົ່ງສານອວຍພອນ ປີໃໝ່ສາກົນ ຕ້ອນຮັບ ຄ.ສ 2022

Posted on 01/01/202201/01/2022 By ປະກາດ Pakaad No Comments on ປະທານປະເທດ ແຫ່ງ ສປປ ລາວ ສົ່ງສານອວຍພອນ ປີໃໝ່ສາກົນ ຕ້ອນຮັບ ຄ.ສ 2022

“ພໍ່ແມ່ ພີ່ນ້ອງປວງຊົນລາວທັງຊາດ ທີ່ເຄົາລົບຮັກ !

ເພື່ອນມິດສະຫາຍ ທີ່ນັບຖື ແລະ ຮັກແພງທັງຫລາຍ !

ປີເກົ່າ ຄສ 2021 ໃກ້ຈະຈາກພວກເຮົາໄປແລ້ວ, ປີໃໝ່ ຄສ 2022 ກໍ່ຈະໄດ້ມາແທນທີ່.

ປີ ຄສ 2021 ຜ່ານມານັ້ນ, ມີຫລາຍເຫດການສໍາຄັນໄດ້ເກີດຂຶ້ນ ໃນປະເທດຂອງພວກເຮົາ ທັງທາງດ້ານການເມືອງ, ເສດຖະກິດ ແລະ ສັງຄົມ… ຢ່າງທີ່ເຫັນປະຈັກຕາ ເຖິງວ່າປີຜ່ານມາ ພວກເຮົາໄດ້ປະເຊີນກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫລາຍປະການກໍ່ຕາມ, ແຕ່ປະເທດເຮົາກໍ່ຍັງສາມາດປົກປັກຮັກສາສະເຖຍລະພາບ ທາງການເມືອງ ໄວ້ໄດ້ຢ່າງໜັກແໜ້ນ, ມີຄວາມສະຫງົບຮຽບຮ້ອຍທາງສັງຄົມໃນລະດັບອັນແນ່ນອນ, ເສດຖະກິດ ກໍ່ມີບາດກ້າວຂະຫຍາຍຕົວຕາມທີ່ວາງແຜນເອົາ ໄວ້, ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ສືບຕໍ່ໄດ້ຮັບການປັບປຸງດີຂຶ້ນ, ປະຊາຊົນລາວ ໃນທົ່ວປະເທດ ໄດ້ຮ່ວມແຮງຮ່ວມໃຈກັນຜ່ານຜ່າ ບັນດາອຸປະສັກ ແລະ ຄວາມຫຍຸ້ງຍາກນາໆປະການ ດ້ວຍຄວາມເປັນເຈົ້າ, ປະຊາຊົນລາວໃນທົ່ວປະເທດ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາມະຕິຂອງພັກ, ນະໂຍບາຍຂອງລັດ, ຂໍ້ ຕົກລົງຂອງສະພາແຫ່ງຊາດ ແລະ ແຜນປະຕິບັດງານຂອງລັດຖະບານ ໄດ້ເປັນຢ່າງດີ.

ປີໃໝ່ ຄສ 2022 ນີ້ ຈະເປັນປີໜຶ່ງທີ່ປະເທດຊາດເຮົາ ຈະມີທັງຄວາມສະດວກ, ມີເງື່ອນໄຂຫລາຍຂຶ້ນ ໃນການພັດທະນາປະເທດອັນແສນຮັກຂອງພວກເຮົາ ໃຫ້ມີບາດກ້າວໃໝ່ທີ່ດີຂຶ້ນຕື່ມອີກ, ແຕ່ເວລາດຽວກັນ ພວກເຮົາກໍ່ຍັງຈະປະເຊີນກັບອຸປະສັກ ແລະ ຄວາມທ້າທາຍຕ່າງໆ ທີ່ບໍ່ອາດຈະຫລີກລ່ຽງໄດ້.

ດັ່ງນັ້ນ, ປີໃໝ່ 2022 ນີ້ ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງປວງຊົນລາວທຸກຖ້ວນໜ້າ ຈົ່ງສຸມທຸກກຳລັງແຮງ, ກຳລັງໃຈ ແລະ ສະຕິປັນຍາ ເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດເຮົາ ໃຫ້ບັນລຸຈຸດໝາຍທີ່ວາງໄວ້, ນໍາເອົາປະເທດຊາດ ຂອງພວກເຮົາໄປສູ່ບາດກ້າວໃໝ່ຂອງການພັດທະນາ ເຮັດໃຫ້ປະຊາຊົນ ມີຄວາມຮົ່ມເຢັນເປັນສຸກ, ສັງຄົມມີຄວາມສະຫງົບ, ສັນຕິຕໍ່ໄປ.

ຂໍອວຍພອນອັນປະເສີດ ໃຫ້ທຸກໆທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສຸກ ສົມບູນທັງກາຍ ແລະ ໃຈ, ມີຜົນສຳເລັດໃນໜ້າທີ່ການງານ, ປາຖະໜາສິ່ງໃດກໍ່ໃຫ້ໄດ້ດັ່ງຄວາມມຸ້ງຫວັງທຸກປະການ.

ຂໍໃຫ້ການຕ້ອນຮັບປີໃໝ່ ປີ ຄສ 2022 ນີ້ ຈົ່ງເບີກບານມ່ວນຊື່ນ ແລະ ມີສະຕິຕໍ່ການປ້ອງກັນໄພອັນຕະລາຍຈາກ Covid-19 ດ້ວຍເທີ້ນ.

ຂໍຂອບໃຈ”

ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປລາວ

Featured, ຂ່າວສານບ້ານເມືອງ, ລັດຖະບານ

Post navigation

Previous Post: ໄຊຍະບູລີ ແຈ້ງການສະບັບໃໝ່ ເຂັ້ມງວດມາດຕະການຮັບມືໂຄວິດ
Next Post: ຕ້ອນຮັບປີໃໝ່ ອາກາດຍັງຄົງໜາວເຢັນທົ່ວທຸກພາກ ໂດຍສະເພາະຕອນເຊົ້າ

Related Posts

ມວນອາກາດເຢັນທີ່ປະເທດຈີນ ຍັງຈະສືບຕໍ່ແພ່ລົງມາປົກຄຸມຢູ່ທົ່ວທຸກ ພາກຂອງປະເທດລາວ Featured
ແຈ້ງການ ຫັນຮ້ານແລກປ່ຽນເງິນຕາ ໄປເປັນຮ້ານຕົວແທນຂອງທະນາຄານທຸລະກິດ Featured
ລັດຖະບານ ສ ເກົາຫລີ ຊ່ວຍເຫລືອ ເຂົ້າ 1.320 ໂຕນ ໃຫ້ ສປປ ລາວ Featured
ອາກາດຮ້ອນ ແລະ ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນ Featured
ໂຄວິດຍັງສືບຕໍ່ລະບາດໃນຊຸມຊົນເປັນວົງກວ້າງໃນ 11ແຂວງ Featured
ຂໍ້ມູນຄົນຕິດເຊື້ອໃໝ່ 3 ຄົນ ແລະສະຖານທີ່ສ່ຽງ ນະຄອນຫຼວງວຽງຈັນ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme