Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ເສົ້າໃຈ! ຜູ້ຕິດເຊື້ອ ໂຄວິດ-19 ເສຍຊີວິດ ກໍລະນີທີ 7 ຢູ່ແຂວງຈໍາປາສັກ

Posted on 30/07/202130/07/2021 By ປະກາດ Pakaad No Comments on ເສົ້າໃຈ! ຜູ້ຕິດເຊື້ອ ໂຄວິດ-19 ເສຍຊີວິດ ກໍລະນີທີ 7 ຢູ່ແຂວງຈໍາປາສັກ

30/7/2021 ແຂວງຈໍາປາສັກມີຜູ້ຕິດເຊື້ອໂຄວິດ -19 ໃໝ່ ຈໍານວນ 38 ຄົນ ແລະ ມີຜູ້ເສຍຊິວິດ 1 ຄົນ.

ໃນວັນທີ 30 ກໍລະກົດ 2021 ນີ້, ທ່ານ ດຣ ວຽງສີ ສຸພັກດີ ຫົວໜ້າພະແນກສາທາລະນະສຸກແຂວງ ໄດ້ຕາງໜ້າຄະນະສະເພາະກິດປ້ອງກັນ,ຄວບຄຸມ ແລະແກ້ໄຂການລະບາດພະຍາດ ໂຄວິດ-19 ແຂວງຈໍາປາສັກ ໄດ້ຖະແຫຼງຂ່າວກ່ຽວກັບການຄວບຄຸມການລະຍາດພະຍາດໂຄວິດ -19 ວ່າ:

ຜ່ານການກວດວິເຄາະທົ່ວແຂວງມີຜູ້ຕິດເຊື້ອໂຄວິດ -19 ໃໝ່ ຈໍານວນ 38 ຄົນ.ໃນນັ້ນເມືອງຊະນະສົມບູນ 3 ຄົນ,ເມືອງບາຈຽງ 1 ຄົນ,ເມືອງປະທຸມພອນ 2 ຄົນ,ເມືອງໂພນທອງ 2 ຄົນ,ເມືອງຈຳປາສັກ 6 ຄົນ,ເມືອງສຸຂຸມາ 6 ຄົນ,ເມືອງມຸນລະປາໂມກ 1 ຄົນ,ເມືອງໂຂງ 5 ຄົນແລະແຂວງສາລະວັນ 10 ຄົນ,ແຂວວອັດຕາປື 1 ຄົນ,ແຂວງສະຫວັນນະເຂດ1ຄົນ.

ເຊິ່ງແມ່ນ ແຮງງານນຳເຂົ້າທັງໜົດ,ຕົວເລກສະສົມທົ່ວແຂວງມີຜູ້ຕິດເຊື້ອ 1.656 ຄົນ,ປົວຫາຍດີແລ້ວ 806 ຄົນ,ອອກໂຮງໝໍມື້ນີ້ 52 ຄົນ.ຍັງສືບຕໍ່ປິ່ນປົວຢູ່ໂຮງໝໍບໍລະເວນ 106 ກອງທັບ,ໂຮງໝໍພາກສະໜາມວິທະຍາໄລການເງິນພາກໃຕ້ ແລະ ຢູ່ໂຮງໝໍເມືອງໂພນທອງລວມຈໍານວນທັງໝົດ 848 ຄົນ.ພິເສດມີເຫດການບໍ່ເພິ່ງປາຖະໜາຢູ່ແຂວງຈໍາປາສັກຄື: ມີຜູ້ເສຍຊີວິດ 1 ຄົນ ເຊິ່ງແມ່ນແຮງງານລາວ ຕິດເຊື້ອມາຈາກປະເທດເພື່ອນບ້ານ.

ຜູ້ກ່ຽວມີພະຍາດຊໍາເຮື້ອ ເຊັ່ນ: ເບົາຫວານ,ຄວາມດັນ.

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ລາຄາໄຂ່ຈະກັບມາສູ່ສະພາບປົກກະຕິໃນອີກ 2-3 ເດືອນຂ້າງໜ້າ
Next Post: ເມືອງສັງທອງ ແຈ້ງການດ່ວນ 2 ບ້ານແດງ ຕ້ອງລັອກດາວ ພົບຄົນຕິດເຊື້ອ ໂຄວິດ-19

Related Posts

ກອງປະຊຸມໃຫຍ່ຄັ້ງທີ X ຂອງສະຫະພັນແມ່ຍິງແຂວງສະຫວັນນະເຂດ ຂ່າວສານບ້ານເມືອງ
ຟູດແພນດ້າ ມອບເຂົ້າສານຈຳນວນ 1 ໂຕນ ແລະ ເຄື່ອງໃຊ້ສອຍອັນຈຳເປັນ ໃຫ້ກັບປະຊາຊົນແຂວງໄຊຍະບູລີ! Featured
ລັດຖະບານໄດ້ຄົ້ນຄວ້າແລ້ວຈະບໍ່ຂາຍຫຸ້ນທະນາຄານການຄ້າ Featured
ລັດມີນະໂຍບາຍການນໍາເຂົ້າລົດໄຖນາ ເພື່ອຫລຸດຜ່ອນຂັ້ນຕອນ ແລະ ຕົ້ນທຶນໃນການຜະລິດກະສິກໍາ ຂ່າວສານບ້ານເມືອງ
ພົບເຫັນຫຼາຍໂຄງການລົງທຶນຂອງລັດບໍ່ໂປ່ງໃສແລະມູນຄ່າສູງເກີນໄປ Featured
ເອັດສຊີຈີ ສານຕໍ່ມອບທຶນການສຶກສາລະດັບປະລິນຍາຕີ ໃນໂຄງການ “SCG Sharing the Dream” ປີທີ 9 ຈຸດປະກາຍຄວາມໄຝ່ຝັນ ພ້ອມພັກດັນ ສູ່ອະນາຄົດທີ່ດີ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme