Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ເອັມຈີໄອ ຊ່ວຍຫ້ອງທົດລອງແບບຕູ້ຄອນເທັນເນີ ແກ່ ສປປລາວ ເພື່ອຕ້ານການລະບາດຂອງ ໂຄວິດ-19

Posted on 17/03/202222/03/2022 By ປະກາດ Pakaad No Comments on ເອັມຈີໄອ ຊ່ວຍຫ້ອງທົດລອງແບບຕູ້ຄອນເທັນເນີ ແກ່ ສປປລາວ ເພື່ອຕ້ານການລະບາດຂອງ ໂຄວິດ-19

ບໍລິສັດ ເອັມຈີໄອ ເທັກ ຈໍາກັດ, ເປັນບໍລິສັດ ຊັ້ນນໍາກ່ຽວກັບ ນະວັດຕະກໍາ ແລະ ວິທະຍາສາດສຸຂະພາບຂອງໂລກ, ໄດ້ມີການພັດທະນາ ຫ້ອງທົດລອງ ຈໍາປາ LSEA, ເຊິ່ງເປັນສູນກວດແຫ່ງທໍາອິດຂອງພາກສ່ວນທີ່ສາມໃນປະເທດລາວ ໂດຍພາຍໃຕ້ການສະໜັບສະໜູນຂອງ ພັນທະມິດເສດຖະກິດ ວິທະຍາສາດ ສຸຂະພາບ (LSEA) ຂອງຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ແລະ ບໍລິສັດ ຮ່ວມພັດທະນາ ສີທັນດອນ ຈໍາກັດ (STD) ເພື່ອຊ່ວຍໃຫ້ ສປປລາວ ເພີ່ມຄວາມສາມາດໃນການ ກວດ ໂຄວິດ-19 ແລະ ກະກຽມຄວາມພ້ອມເພື່ອເປີດຊາຍແດນ ໃນປີ 2022. ໂຄງການນີ້ມີມູນຄ່າ 11 ລ້ານໂດລາສະຫະລັດ, ໄດ້ມີການສົ່ງມອບ ຕູ້ຄອນເທັນເນີ ຫ້ອງທົດລອງແກ່ ໂຮງໝໍ ແຂວງຈໍາປາສັກ ໃນວັນທີ 17 ມີນາ 2022 ທີ່ຜ່ານມາ.

ພາຍໃຕ້ແຜນງານ ການທ່ອງທ່ຽວເຂດສີຂຽວ, ລັດຖະບານ ສປປລາວ ໄດ້ອານຸຍາດເປີດຊາຍແດນບາງບ່ອນ ເພື່ອຕອນຮັບນັກທ່ອງທ່ຽວ ແລະ ເປັນການກະຕຸ້ນ ຂະແໜງການທ່ອງທ່ຽວ ແຕ່ ວັນທີ 1 ມັງກອນ 2022, ແຕ່ກໍ່ຍັງປະເຊີນກັບບັນຫາ ການແຜ່ລະບາດຂອງໂຄວິດ-19 ພາຍໃນຊຸມຊົນ, ເຊິ່ງມີຄວາມຈໍາເປັນຕ້ອງໄດ້ປັບປຸງ ລະບົບ ການປ້ອງກັນ ແລະ ຄວບຄຸມ ໃຫ້ດີກວ່າເກົ່າ.

ຕູ້ຄອນເທັນເນີ ຫ້ອງທົດລອງນີ້ ມີຄວາມຍາວ 12 ແມັດ ແລະ ໄດ້ຖືກອອກແບບເພື່ອຮອງຮັບ ການເກັບຕົວຢ່າງໄດ້ຈໍານວນຫຼາຍ. ຫ້ອງທົດລອງນີ້ ປະກອບດ້ວຍ ລະບົບກວດອັດຕະໂນມັດ ຂອງເອັມໄອຈີ ທີ່ສາມາດກວດໄດ້ 3000 ຕົວຢ່າງ ຕໍ່ມື້, ແລະ ຍັງສາມາດກວດໄດ້ຮອດ 30,000 ຕົວຢ່າງ ຫາກເຮັດການກວດ ແບບລວມ 10 ຕົວຢ່າງ ໃນ 1 ຫຼອດ. ສະນັ້ນ, ມັນຈະຊ່ວຍໃຫ້ການກວດຫາເຊື້ອມີສັກກະຍະພາບ ແລະ ປະສິດທິພາບຂຶ້ນ.

ຫ້ອງທົດລອງນີ້ ມີການໃຊ້ງານງ່າຍ ແລະ ບໍ່ໃຊ້ເວລາຫຼາຍ ໃນການກວດຫາເຊື້ອ, ເນື່ອງຈາກມັນມີລະບົບເຮັດວຽກແບບອັດຕະໂນມັດ ສອງລະບົບ ຄື MGISP-960 ກະກຽມຕົວຢ່າງ ແລະ MGISTP-7000 ການສົ່ງຕົວຢ່າງ, ເຊິ່ງເປັນການຫຼຸດຜ່ອນການໃຊ້ບຸກຄະລາກອນ ແລະ ການເຮັດວຽກດ້ວຍຄົນ ສົ່ງຜົນໃຫ້ປະຢັດເວລາແລະໄດ້ຜົນໄດ້ຮັບທີ່ດີກວ່າ.

ຫ້ອງທົດລອງນີ້ຍັງມາພ້ອມກັບ ນໍ້າຢາໃຊ້ໃນການສະກັດ ແລະ ອຸປະກອນປ້ອງກັນ, ເປັນຫ້ອງທົດລອງເພື່ອຄວາມປອດໄພທາງຊີວິພາບ ລະດັບ 2 ທີ່ມີລະບົບ ລະບາຍອາກາດທີ່ທັນສະໄໝ ແລະ ການຄວບຄຸມແຮງດັນ ແລະ ການຂ້າເຊື້ອ, ເຊິ່ງແບບເປັນ 3 ເຂດສໍາຄັນ ຄື: ຫ້ອງກະກຽມນໍ້າຢາ, ຫ້ອງກະກຽມຕົວຢ່າງ ແລະ ຫ້ອງເພີ່ມຂະຫຍາຍຈຳນວນສານພັນທຸກຳ.

ດ້ວຍນະວັດຕະກໍາຂອງ ເອັມໄອຈີ, ຫ້ອງທົດລອງ ຕູ້ຄອນເທັນເນີ ໄດ້ຮັບການອອກແບບເພື່ອໃຫ້ການຂົນສົ່ງສະດວກສະບາຍ ແລະ ສາມາດຕິດຕັ້ງໄວ້ຕາມເດີນ ເຊັ່ນ ເດີ່ນກິລາ, ໃນຊຸມຊົນ, ໂຮງໝໍເມືອງ, ພະແນກສາທາລະນະສຸກ ຫຼື ຢູ່ໃສກໍ່ໄດ້ທີ່ເຫັນວ່າເໝາະສົມ ໃນສະຖານະການທີ່ເລັ່ງດ່ວນ ທີ່ຕ້ອງເກັບຕົວຢ່າງ ກວດຫາເຊື້ອຈໍານວນຫຼາຍ ເພື່ອເປັນການປະຢັດເວລາໃນການຂົນສົ່ງຕົວຢ່າງທີ່ເກັບໄດ້ໄປກວດບ່ອນອື່ນ ແລະ ທັງສາມາດເຮັດແບບກວດໄວ ໃຫ້ແກ່ຄົນທີ່ຕ້ອງການນໍາອີກ. ຍິ່ງໄປກວ່ານີ້ ຫ້ອງທົດລອງນີ້ ຍັງສາມາດໃຊ້ເປັນ ສູນຕິດຕາມ ການກາຍພັນຂອງໄວຣັດ, ສາມາດເປັນເຄື່ອງມືອະເນກປະສົງ ໃນການຄວາມຄຸມ ການລະບາດຂອງພະຍາດ ໃນສະພາບການທີ່ຄາດບໍ່ເຖິງແບບນີ້.

ທ່ານ ດຣ. ຣອຍ ແທນ, ຜູ້ຈັດການທົ່ວໄປຂອງ MGI ອາຊີ ປາຊີຟິກ ໄດ້ກ່າວວ່າ “ໃນຖານະທີ່ ເອັມໄອຈີ ເປັນ ບໍລິສັດທີ່ມີຄວາມຮັບຜິດຊອບສູງໃນການດໍາເນີທຸລະກິດຢູ່ລະດັບໂລກ, ບໍ່ພຽງແຕ່ປະເທດລາວຈະໄດ້ຮັບຜົນປະໂຫຍດ, ແຕ່ຢູ່ໃນພາກພື້ນອາຊີຕາເວັນອອກສຽງໃຕ້ ແລະ ທົ່ວໂລກເຊັ່ນກັນ. ນັບຕັ້ງແຕ່ການເລີ່ມຕົ້ນຂອງໂລກລະບາດ, MGI ໄດ້ມີບົດບາດສໍາຄັນໃນການຕໍ່ສູ້ຕ້ານ ໂຄວິດ-19 ໂດຍໃຫ້ຊຸມຊົນ ແລະ ລັດຖະບານເພີ່ມຄວາມສາມາດໃນການຂະຫຍາຍການກວດໃຫ້ກ້ວາງຂວາງຂຶ້ນອີກລະດັບ ແລະ ເພີ່ມປະສິດທິພາບໃນການກວດ, ໃນຂະນະທີ່ຮັບປະກັນຄວາມປອດໄພ ໃນສະພາບແວດລ້ອມການເຮັດວຽກຂອງແພດພະຍາບານແຖວຫນ້າ, ການແຜ່ລະບາດຂອງໂລກ ໂຄວິດ-19 ທົ່ວໂລກນັ້ນໄດ້ເຮັດໃຫ້ລະບົບສາທາລະນະສຸກໄດ້ເຈິສິ່ງທີ່ທ້າທາຍ, ຈົນເຖິງປະຈຸບັນ MGI ໄດ້ພະຍາຍາມຕໍ່ສູ້ ແລະ ສະຫນອງລະບົບອັດຕະໂນມັດໃຫ້ຫຼາຍກວ່າ 70 ປະເທດ, ລວມທັງສິງກະໂປ, ໄທ, ມາເລເຊຍ, ຊາອຸດິອາຣາເບຍ ແລະ ສະຫະລັດອາຫລັບເອມິເລດ”

Dr Khamsing Keothongku , ຜູ້ອຳນວຍການໂຮງໝໍແຂວງຈຳປາສັກໄດ້ກ່າວໄວ້ວ່າ: “ໃນການຮ່ວມມືຂອງການສ້າງຕັ້ງຫ້ອງວິເຄາະຈໍາປາສາຍໃໝ ລະຫວ່າງ ໂຮງໝໍ ແຂວງ ຈໍາປາສັກ ແລະ ບໍລິສັດ ຮ່ວມພັດທະນາສີທັນດອນ ຈໍາກັດ ແມ່ນມີປະໂຫຍດທີ່ດີີສຸດຕໍ່ການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ໃນຂອບເຂດແຂວງຈໍາປາສັກ ແລະ ແຂວງອ້ອມຂ້າງ,ປະກອບດ້ວຍເຄື່ອງຈັກກວດທີ່ທັນສະໄໝ ແລະ ເພື່ອເປັນພັດການພັດທະນາບຸກຄະລາກອນທາງການແພດ ຂອງໂຮງໝໍ ແຂວງຈໍາປາສັກ ໃຫ້ມີຄວາມຊໍານິຊໍານານໃນການກວດຫາເຊື້ອພະຍາດດັ່ງກ່າວ.”

ນອກຈາກໝູນໃຊ້ຫ້ອງທົດລອງ ຈໍາປາ LSEA ໃນໄລຍະລະບາດຂອງ ໂຄວິດ-19 ແລ້ວ, ໃນໄລຍະຍາວ ຫ້ອງທົດລອງແຫ່ງນີ້ ຈະເປັນໂຄງລ່າງພື້ນຖານສໍາຄັນ ສໍາບັບວຽກງານສາທາລະນະສຸກ ຂອງປະເທດລາວ ແລະ ຈະສືບຕໍ່ ໃນການຊ່ວຍ ປ້ອງກັນ ແລະ ຄວບຄຸມ ພະຍາດຕ່າງໆ ເຊັ່ນ ມາເລເລຍ, ໄຂ້ຍຸງ, ແລະ ອື່ນໆ.

Featured, ສຸຂະພາບ

Post navigation

Previous Post: ນະຄອນຫຼວງວຽງຈັນ +440 ທົ່ວປະເທດ +874
Next Post: ດ່ວນທີ່ສຸດ ລາຄານໍ້າມັນຂຶ້ນອີກຮອບ ເລີ່ມ 18 ມີນາ 2022

Related Posts

ມື້ດຽວເພີ່ມອີກ 1504 ຄົນ Featured
ສປປລາວ ຫາລືກຽມຄວາມພ້ອມ ເປັນປະທານກອງປະຊຸມອາຊຽນ ປີ 2024 Featured
ພະຍາກອນອາກາດ ປະຈໍາວັນທີ 22 ເມສາ 2022 Featured
ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມ ພັດແຮງຢູ່ບາງທ້ອງຖິ່ນ Featured
ແຈ້ງການຈາກ ປກສ ນະຄອນຫຼວງວຽງຈັນ Featured
ມາເລເຊຍມອບວັກຊິນໃຫ້ສປປລາວ 283.400 ໂດສ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme