Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຄະນະແພດ ແລະ ຊ່ຽວຊານຈາກ ສປ ຈີນ ເດີນທາງມາຊ່ວຍແກ້ໄຂການລະບາດພະຍາດໂຄວິດ-19 ຢູ່ແຂວງບໍ່ແກ້ວ

Posted on 12/05/202112/05/2021 By ປະກາດ Pakaad No Comments on ຄະນະແພດ ແລະ ຊ່ຽວຊານຈາກ ສປ ຈີນ ເດີນທາງມາຊ່ວຍແກ້ໄຂການລະບາດພະຍາດໂຄວິດ-19 ຢູ່ແຂວງບໍ່ແກ້ວ

ວັນທີ 11 ພຶດສະພາ 2021 ນີ້, ທີ່ໂຮງແຮມໝອນທອງ ແຂວງບໍ່ແກ້ວ ໄດ້ມີພິທີຕ້ອນຮັບຄະນະແພດ ແລະ ຊ່ຽວຊານ ຈາກ ສປ ຈີນ ທີ່ເດີນທາງມາຊ່ວຍການແກ້ໄຂສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ແຂວງບໍ່ແກ້ວໃຫ້ກຽດຕ້ອນຮັບໂດຍ ທ່ານ ດຣ ບຸນຍາເວດ ວົງຄຳຊາວ , ຫົວໜ້າພະແນກສາທາລະນະສຸກແຂວງ,

ພ້ອມດ້ວຍຄະນະສະເພາະກິດ ແຂວງບໍ່ແກ້ວ ຕະຫຼອດຮອດພະນັກງານແພດໝໍ. ການລົງເຄື່ອນໄຫວຂອງຄະນະແພດ ແລະ ຊ່ຽວຊານ ຈາກ ສປ ຈີນ ຄັ້ງນີ້ ມີຊ່ຽວຊານຈາກ ສປຈີນ 9 ທ່ານ ຈາກກະຊວງສາທາລະນະສຸກ 3 ທ່ານ ເຊິ່ງ ຈະໄດ້ພົບປະກັບການນຳແຂວງ,ປະຊຸມຮ່ວມກັບຄະນະສະເພາະກິດແຂວງ ແລະ ຮັບຟັງການລາຍງານສະພາບການລະບາດຂອງພະຍາດໂຄວິດ-19.

ແລກປ່ຽນຄໍາເຫັນຮ່ວມກັນ ກ່ອນຈະລົງເບິ່ງການປະຕິບັດວຽກງານຕົວຈິງ ຈາກທີມແພດທີ່ພົວປີ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ໂຮງໝໍແຂວງ,ເມືອງ ແລະ ເຂດເສດຖະກິດພິເສດສາມຫຼ່ຽມຄຳ. ເພື່ອແກ້ໄຂການລະບາດຂອງເຊື້ອພະຍາດໂຄວິດ-19ໃຫ້ໝົດໄປຈາກແຂວງບໍ່ແກ້ວໂດຍໄວແນໃສ່ຟື່ນຟູແຂວງບໍ່ແກ້ວໃຫ້ຄືນສູ່ສະພາບເດີມ.

ຂ່າວ:ຄຳພັນ ແກ້ວມະນີ

ຫນັງສືພິມບໍ່ແກ້ວ

Uncategorized

Post navigation

Previous Post: ການອະນຸຍາດ ເຂົ້າ-ອອກ ນະຄອນຫຼວງວຽງຈັນ ໄລຍະລັອກດາວ
Next Post: ຮູບ X Ray ປອດທີ່ຖືກທຳລາຍຈາກເຊື້ອໂຄວິດ-19

Related Posts

ຄະນະສະເພາະກິດເຕືອນ ເຄື່ອງກວດໂຄວິດແບບໄວຍັງບໍ່ຮັບປະກັນຄວາມຖືກຕ້ອງ Uncategorized
ແຈ້ງການ ຊີ້ແຈ້ງ ເລື້ອງຄົນໂດດຕຶກຕາຍ ຢູ່ແຂວງບໍ່ແກ້ວເປັນຂ່າວປອມ!!!! Uncategorized
ດ່ວນ !!! ສືບຕໍ່ໂຈະການຮຽນ-ການສອນໃນຂອບເຂດທົ່ວປະເທດ Uncategorized
ມູນນິທິກອງທຶນ ແບ່ງປັນຊຶ່ງກັນ ແລະ ກັນ ມອບອຸປະກອນການແພດ ໃຫ້ລັດຖະບານລາວ ມູນຄ່າຫຼາຍກວ່າ 1 ລ້ານໂດລາ Uncategorized
ສ້າງຂົວເບຕົງເສີມເຫຼັກຂ້າມນໍ້າພະນາຍ ໂດຍໃຊ້ງົບປະມານ 5 ຕື້ກີບໃນການສ້າງຂົວໃຫມ່ ໃຫ້ໄດ້ມາດຕະຖານຂຶ້ນ Uncategorized
ສຳເລັດສົ່ງເສີມສິນຄ້າໄທສົ່ງອອກຕະຫຼາດລາວ, ມູນຄ່າສູງກວ່າ 34,5 ລ້ານບາດ Uncategorized

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme