Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ການອະນຸຍາດ ເຂົ້າ-ອອກ ນະຄອນຫຼວງວຽງຈັນ ໄລຍະລັອກດາວ

Posted on 11/05/202111/05/2021 By ປະກາດ Pakaad No Comments on ການອະນຸຍາດ ເຂົ້າ-ອອກ ນະຄອນຫຼວງວຽງຈັນ ໄລຍະລັອກດາວ

ພະແນກສາທາລະນະສຸກ ນວ ແຈ້ງການ ການອະນຸຍາດເອກະສານ ເຂົ້າ-ອອກ ນະຄອນຫຼວງວຽງຈັນ ແຕ່ນີ້ ເຖິງວັນທີ 20 ພຶດສະພາ 2021 ເລກທີ378/ພສທ ວັນທີ 10/05/2021

ເງື່ອນໄຂ! ເຂົ້າ-ອອກ ນະຄອນຫຼວງວຽງຈັນ ແຕ່ນີ້ຮອດ 20 ພຶດສະພາ, ພິດເສດຄົນຕ່າງແຂວງທີ່ມາຄ້າງ ຢາກກັບຄືນຖີ່ນຖານກັບໄດ້ ແຕ່ຕ້ອງມີບັດປະຈຳຕົວ ຫຼື ສຳມະໂນຄົວ ຢັ້ງຢືນ

ພະແນກສາທາລະນະສຸກ,​ ນະຄອນຫຼວງວຽງຈັນແຈ້ງການເຖິງ ພໍ່ແມ່ປະຊາຊົນຊາວນະຄອນຫຼວງວຽງຈັນ ແລະ ການຈັດຕັ້ງ ທຸກພາກສ່ວນ ທັງພາກລັດ ແລະ ເອກະຊົນ​ ເລື່ອງການອະນຸຍາດເອກະສານ ເດີນທາງເຂົ້າ -ອອກ ນະຄອນຫຼວງວຽງຈັນ ແຕ່ນີ້ເຖິງວັນທີ 20 ພຶດສະພາ 2021​ ຈະຕ້ອງໄດ້ປະກອບເອກະສານ ຂໍອະນຸຍາດ ເດີນທາງເຂົ້າ-ອອກ ນະຄອນຫຼວງວຽງຈັນ, ລາຍລະອຽດດັ່ງນີ້:

I. ການປະກອບເອກະສານ:

  1. ພະນັກງານໄປວຽກທາງລັດຖະການຢູ່ຕ່າງແຂວງ: ໃບອະນຸຍາດຢັ້ງຢືນ ຫຼື ໃບແຕ່ງຕັ້ງ ຈາກກົມກອງ.​
  2. ນິຕິບຸກຄົນ ຫຼື ບໍລິສັດເອກະຊົນ ໃຫ້ເຮັດໃບສະເໜີຈາກບໍລິສັດ.​
  3. ບຸກຄົນ ຫຼື ປະຊາຊົນທົ່ວໄປ ແມ່ນໃຫ້ເຮັດໃບສະເໜີຜ່ານນາຍບ້ານ, ກໍລະນີມີຍາດພີ່ນ້ອງເຈັບເປັນ ຕ້ອງມີໃບຢັ້ງຢືນຈາກໂຮງໝໍ ຫຼື ຖ້າຄົນເຈັບຢູ່ເຮືອນ ແມ່ນໃຫ້ມີໃບຢັ້ງຢືນຈາກນາຍບ້ານ.
  4. ຄົນຕ່າງແຂວງທີ່ມາຄ້າງຢູ່ນະຄອນຫຼວງວຽງຈັນ ຢາກກັບຄືນຖີ່ນຖານ ຕ້ອງມີ ສຳເນົາບັດປະຈຳຕົວ ຫຼື ສຳມະໂນຄົວ ຫຼື​ ໃບຢັ້ງຢືນທີ່ຢູ່ ຈາກປົກຄອງທ້ອງຖີ່ນ (ບ້ານ,ເມືອງ ຫຼື ແຂວງ).
  5. ສໍາລັບຊາວຕ່າງປະເທດ ທີ່ເຂົ້າມາ ສປປ ລາວ ທີ່ອາໃສຢູ່ນະຄອນຫຼວງວຽງຈັນ ພາຍໃນ 01 ເດືອນ ໃຫ້ມືໃບຢັ້ງຢືນ ກວດໂຄວິດ-19 ຈາກສູນວິເຄາະລະບາດວິທະຍາ

II. ເງື່ອນໄຂທີ່ອະນຸຍາດ :

  1. ບຸກຄົນ,ນິຕິບຸກຄົນ ພົນລະເມືອງລາວ ແລະ ຊາວຕ່າງປະເທດ ທີ່ຈະເດີນທາງອອກໄປຕ່າງແຂວງ ທຸກຄົນຈະຕ້ອງໄດ້ຮັບການຢັ້ງຢືນຈາກ ການປົກຄອງທ້ອງຖີ່ນ (ບ້ານ,ເມືອງ ຫຼື ແຂວງ) ປາຍທາງ; ສ່ວນການເຂົ້າມານະຄອນຫຼວງວຽງຈັນ ຈະຕ້ອງມີອະນຸຍາດ ຈາກສະເພາະກິດແຂວງກ່ຽວຂ້ອງກ່ອນ.
  2. ຂະບວນລົດຜູ້ນຳ, ລົດແພດສົ່ງຄົນເຈັບ, ລົດກູ້ໄພ, ລົດດັບເພີງ ແລະ ລົດຄະນະສະເພາະກິດ ສາມາດເຂົ້າ-ອອກ ໄດ້ເລີຍ .
  3. ຄົນຂັບລົດ ຂົນສົ່ງສິນຄ້າ ແມ່ນໃຫ້ຜ່ານ ອະນຸຍາດຈາກພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ), ຖ້າມີບຸກຄົນອື່ນໄປນຳລົດດັ່ງກ່າວ ຕ້ອງໄດ້ມາຜ່ານພະແນກສາທາລະນະສຸກນະຄອນຫຼວງວຽງຈັນ.
  4. ສະຖານທີ່ພົວພັນເອກະສານ ຢູ່ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ, ສົ່ງເອກະສານ ຜ່ານທາງ WhaApp 020 59194224, 02076280640 (ບໍ່ຮັບການຢືນເອກະສານ ໂດຍກົງ).

ໝາຍເຫດ: ເນື້ອໃນເອກະສານຈະຕ້ອງແຈ້ງຈຸດປະສົງເຫດຜົນຄວາມຈໍາເປັນ, ສະຖານທີ່, ປະເພດພາຫະນະ,ເລກທະບຽນ, ຊື່ຜູ້ຂັບລົດ, ເບີໂທລະສັບ, ຈຳນວນຄົນທີ່ຈະເດີນທາງຮ່ວມ, ກຳນົດວັນທີ່ ໄປ ແລະ ກັບ ຢ່າງຈະແຈ້ງ, ພ້ອມຕິດຄັດເອກະສານໃຫ້ຄົບຖ້ວນຕາມທີ່ໄດ້ລະບຸຢູ່ຂ້າງເທິງ.

Featured, ລັດຖະບານ, ແຈ້ງການ​

Post navigation

Previous Post: ເຈາະຕະຫຼາດຂະນົມຫວານ ຍອດຂາຍດີ ຂະຫຍາຍຕົວງ່າຍ ກຳໄລງາມ ໂຄງການຈັບຄູ່ທຸລະກິດອອນລາຍ ໄທ-ລາວ
Next Post: ຄະນະແພດ ແລະ ຊ່ຽວຊານຈາກ ສປ ຈີນ ເດີນທາງມາຊ່ວຍແກ້ໄຂການລະບາດພະຍາດໂຄວິດ-19 ຢູ່ແຂວງບໍ່ແກ້ວ

Related Posts

ເຮືອນຖືກໄຟໄໝ້ກ້ຽງສອງຫຼັງເຂດບ້ານດອນໜູນ Featured
ແຂວງເຊກອງອອກມາດຕະການສະບັບໃໝ່ Featured
ຄວາມຄືບໜ້າໂຄງການທາງດ່ວນນະຄອນຫຼວງ-ໄຊສົມບູນ-ຊຽງຂວາງ-ຫົວພັນ Featured
ເສຍຊີວິດໃໝ່ 3 ຕິດເຊື້ອໃໝ່ 251 Featured
ເປີດໂຄງການກໍ່ສ້າງ ສວນສາທາລະນະ ມິດຕະພາບລາວ-ຫວຽດນາມ Featured
ນະຄອນຫຼວງວຽງຈັນມີ158ບ້ານແດງ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme