Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ພະຍາກອນອາກາດປະຈຳວັນທີ 15 ພະຈິກ 201

Posted on 15/11/202115/11/2021 By ປະກາດ Pakaad No Comments on ພະຍາກອນອາກາດປະຈຳວັນທີ 15 ພະຈິກ 201

ພະຍາກອນອາກາດ ເວລາ 7:00 ໂມງເຊົ້າວັນທີ 15 ພະຈິກ 2021 ເຖິງເວລາ 7:00 ໂມງເຊົ້າວັນທີ 16/11/2021.

ມວນອາກາດເຢັນທີ່ມີລະດັບປານກາງ ຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກ ພາກຂອງປະເທດລາວ ສົມທົບກັບກະແສລົມມໍລະສຸມຕາເວັນອອກສ່ຽງ ເໜືອພັດປົກຄຸມ ເຊິ່ງຈະເຮັດໃຫ້ອາກາດເຢັນ ຫາໜາວເຢັນໃນແຕ່ລະ ພາກ ແລະ ຍັງຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງພາກ ເໜືອ ແລະ ຕົກປານກາງຢູ່ບາງທ້ອງຖິ່ນແຂວງພາກໃຕ້ ພ້ອມມີລົມ ພັດແຮງເປັນບາງໂອກາດ.

ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຍັງຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມ ຂອງຝົນເທົ່າກັບ 20% ຂອງພາກ, ອຸນຫະພູມໃນລະຫວ່າງ 12-29 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດເຢັນ ຫາໜາວເຢັນ ພ້ອມມີ ໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ແຂວງ ຫລວງນໍ້າທາ ແລະ ອຸດົມໄຊ ຫລືເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 20% ຂອງພາກ, ອຸນຫະພູມໃນລະຫວ່າງ 19-31 ອົງສາ.

ນະຄອນຫລວງວຽງຈັນ: ມີເຝື້ອປົກຄຸມເປັນບາງສ່ວນ ແລະ ອາກາດ ເຢັນ ພ້ອມມີລົມພັດແຮງເປັນບາງໂອກາດ, ອຸນຫະພູມໃນລະຫວ່າງ 20-31 ອົງສາ.

ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງ ສະຫວັນນະເຂດ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການ ປົກຫຸ້ມຂອງຝົນເທົ່າກັບ 20% ຂອງພາກ, ອຸນຫະພູມໃນລະຫວ່າງ 20-30 ອົງສາ.

ແຂວງໄຊສົມບູນ: ອາກາດໜາວເຢັນ ພ້ອມມີໝອກບາງປົກຫຸ້ມ ຢູ່ທົ່ວໄປ, ອຸນຫະພູມໃນລະຫວ່າງ 12-26 ອົງສາ.

ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດເຢັນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກ ຫຸ້ມຂອງຝົນເທົ່າກັບ 40% ຂອງພາກ, ອຸນຫະພູມໃນລະຫວ່າງ 21-31 ອົງສາ.

ເຂດພູພຽງບໍລະເວນ: ອາກາດໜາວເຢັນ ແລະ ຈະມີຝົນຕົກໃນລະດັບ ຄ່ອຍ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30%, ອຸນຫະພູມ ໃນລະຫວ່າງ 13-26 ອົງສາ.

Uncategorized, ພະຍາກອນອາກາດປະຈໍາວັນ

Post navigation

Previous Post: ສືບຕໍ່ມາດຕະການເລີ່ມ 15/11/2021 ເປັນຕົ້ນໄປ
Next Post: ເອກະສານທາງການມາດຕະການສະບັບໃໝ່ 15 ພະຈິກ ເປັນຕົ້ນໄປ

Related Posts

ໜາວເຢັນຫາໜາວເຢັນຫລາຍໃນແຂວງພາກເໜືອແລະເຂດພູພຽງບໍລະເວນ Featured
ອຸຕຸແຈ້ງເຕືອນລະວັງໄພນໍ້າຖ້ວມນໍ້ານອງ Featured
ພະຍາກອນອາກາດ ວັນທີ 24 ກໍລະກົດ 2022 Featured
ມວນອາກາດເຢັນຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກດ້ວຍກໍາລັງປານກາງ ຫາແຮງ Featured
ຫຼາຍພາກ ອາກາດຮ້ອນ ແລະ ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ Featured
ນາຍົກລັດຖະມົນຕີ ຕ້ອນຮັບປະທານສະພາແຫ່ງຊາດ ສສ ຫວຽດນາມ Uncategorized

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme