Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ປະທານປະເທດ ຮ່ວມປູກຕົ້ນໄມ້ ສະຫລອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ

Posted on 01/06/202201/06/2022 By ປະກາດ Pakaad No Comments on ປະທານປະເທດ ຮ່ວມປູກຕົ້ນໄມ້ ສະຫລອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ

ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 42 ປີ (1 ມິຖຸນາ 1980-1 ມິຖຸ ນາ 2022 ແລະ ວັນເດັກນ້ອຍສາກົນ ຄົບຮອບ 98 ປີ (ວັນທີ 1 ມິຖຸນາ 1924-1 ມິຖຸນາ 2022), ຫ້ອງວ່າການສູນກາງພັກ ແລະ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ໄດ້ຈັດພິທີປູກຕົ້ນໄມ້ ແລະ ສະເຫລີມສະຫລອງວັນເດັກນ້ອຍສາກົນ ຂຶ້ນທີ່ຫ້ອງວ່າການສູນກາງພັກ,

ໃຫ້ກຽດເຂົ້າຮ່ວມ ມີສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ພ້ອມດ້ວຍພັນລະຍາ ແລະ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິກາສູນກາງພັກ, ຮອງປະທານປະເທດ ພ້ອມດ້ວຍພັນລະຍາ ແລະ ສະຫາຍ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ, ມີບັນດາ ຄະນະນຳຫ້ອງວ່າການສູນກາງພັກ, ຄະນະນຳຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ພ້ອມດ້ວຍພະນັກງານທົ່ວຫ້ອງວ່າການສູນກາງພັກ ແລະ ນ້ອງນ້ອຍຊາວໜຸ່ມເຍົາວະຊົນ ເຂົ້າຮ່ວມດ້ວຍບັນຍາກາດຟົດຟື້ນ ແລະ ເບີກບານມ່ວນຊື່ນ.

ໃນໂອກາດສໍາຄັນນີ້, ນ້ອງນ້ອຍເຍົາວະຊົນ ໄດ້ມີໂອກາດຜູກແພແດງ ເຍົາວະຊົນທັນວາ ໃຫ້ ການນໍາ ແລະ ອ່ານກາບກອນ “ຄວາມປາຖະໜາ ຕໍ່ກັບເຍົາວະຊົນລາວຍຸກໃໝ່” ເພື່ອສະແດງຄວາມເຄົາລົບຮັກ ແລະ ຈົດຈໍາຄໍາສັ່ງສອນ ຂອງຜູ້ນໍາເຮົາ.

ພ້ອມນີ້, ກໍເພື່ອເປັນການປຸກລະດົມ ໃຫ້ທົ່ວສັງຄົມເຫັນໄດ້ຄວາມສໍາຄັນ ແລະ ຍົກສູງໃນວຽກງານປົກປ້ອງສິດທິເດັກ ກໍຄື ວຽກງານແມ່ ແລະ ເດັກ, ເອົາໃຈໃສ່ລ້ຽງດູເບິ່ງແຍງໃຫ້ເຂົາເຈົ້າ ໄດ້ເຕີບໂຕ ແລະ ເຕີບໃຫຍ່ຕາມໄວຈະເລີນພັນ, ມີໂອກາດໄດ້ເຂົ້າເຖິງລະບົບຮັກສາສຸຂະພາບ ແລະ ລະບົບການສຶກສາຢ່າງທົ່ວເຖິງ, ທັງເປັນການປູກຈິດສຳນຶກ ໃຫ້ແກ່ເດັກນ້ອຍ ມີສ່ວນຮ່ວມແຕ່ເຍົາໄວ ໃນການການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ມີຄວາມຕື່ນໂຕພ້ອມກັນປູກຕົ້ນໄມ້ໃຫ້ຫລາຍຂຶ້ນ, ໃຫ້ເປັນຂະບວນຟົດຟື້ນ ພ້ອມທັງເອົາໃຈໃສ່ປົກປັກຮັກສາປ່າໄມ້ ກໍຄື ຊັບພະຍາກອນທຳມະຊາດ ໃຫ້ມີຄວາມອຸດົມສົມບູນ, ເພາະເດັກນ້ອຍໃນວັນນີ້ ຈະກາຍເປັນຜູ້ສືບທອດພາລະກິດ ຂອງຊາດໃນອະນາຄົດ.

ນອກນັ້ນ, 3 ອົງການຈັດຕັ້ງມະຫາຊົນ ຂອງຫ້ອງວ່າການສູນກາງພັກ ໄດ້ນໍາພາຫລານນ້ອຍເຍົາວະຊົນ ໄປທ່ຽວຊົມອານຸສອນສະຖານ ປະທານ ໄກສອນ ພົມວິຫານ ເພື່ອຮໍ່າຮຽນເອົາຄຸນສົມບັດສິນທໍາປະຕິວັດ, ແບບແຜນດໍາລົງຊີວິດ ແລະ ແບບແຜນເຮັດວຽກຂອງເພີ່ນ, ຝືກຝົນຫລໍ່ຫລອມ ໃຫ້ກາຍເປັນເດັກມີລະບຽບວິໄນ, ມີຈິດໃຈບຸກບືນຮໍ່າຮຽນ, ມີຄວາມເຄົາລົບພໍ່ແມ່, ຄູອາຈານ, ຮັກຜູ້ນໍາ ແລະ ປະເທດຊາດຂອງຕົນ. ພ້ອມນີ້ ກໍຍັງໄດ້ເຂົ້າທ່ຽວຊົມຫ້ອງປະຊຸມສູນກາງພັກ ແລະ ເຂົ້າຮ່ວມກິດຈະກໍາສົນທະນາ, ຖາມ-ຕອບ, ອ່ານຄໍາກອນ ເພື່ອເປັນການສ້າງທັກສະ ໃນການຮຽນຮູ້ ແລະ ມອບຂອງຂວັນ ເພື່ອສ້າງຄວາມເບີກບານມ່ວນຊື່ນ ໃຫ້ແກ່ນ້ອງນ້ອຍເຍົາວະຊົນ.

Uncategorized

Post navigation

Previous Post: ສານຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວເນື່ອງໃນໂອກາດ ວັນເດັກນ້ອຍສາກົນ 1 ມິຖຸນາ 2022
Next Post: ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມ ພັດແຮງຢູ່ບາງທ້ອງຖິ່ນ

Related Posts

ວັນທີ່ 3 ພຶດສະພາ ໄດ້ມີພິທີມອບ-ຮັບ ແລະ ເປີດນໍາໃຊ້ ໂຮງໝໍພາກສະໜາມລ້ານຊ້າງ Uncategorized
ພະຍາກອນອາກາດປະຈຳວັນທີ 15 ພະຈິກ 201 Uncategorized
ສຳເລັດສົ່ງເສີມສິນຄ້າໄທສົ່ງອອກຕະຫຼາດລາວ, ມູນຄ່າສູງກວ່າ 34,5 ລ້ານບາດ Uncategorized
ລາຄານໍ້າມັນລົງ ເລີ່ມ 6 ກໍລະກົດ 2022 Uncategorized
ລະເມີດແຈ້ງການນີ້ ປັບໃໝສູງສຸດ 10.000.000 ກີບ Uncategorized
ຮູບ X Ray ປອດທີ່ຖືກທຳລາຍຈາກເຊື້ອໂຄວິດ-19 Uncategorized

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme