Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ໄຂຂຶ້ນຢ່າງເປັນທາງການ ກອງປະຊຸມຄັ້ງປະຖົມມະລຶກ ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ II

Posted on 07/04/202107/04/2021 By ປະກາດ Pakaad No Comments on ໄຂຂຶ້ນຢ່າງເປັນທາງການ ກອງປະຊຸມຄັ້ງປະຖົມມະລຶກ ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ II

ກອງປະຊຸມປະຖົມມະລຶກ ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ II ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 7 ເມສາ 2021 ນີ້ ຢູ່ຫ້ອງປະຊຸມໃຫຍ່ຂອງແຂວງ ໂດຍການເປັນປະທານຂອງທ່ານ ສາຍສະໝອນ ຄົມທະວົງ ປະທານສະພາປະຊາຊົນແຂວງ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳຂັນ ຈັນທະວີສຸກ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫຼວງພະບາງ, ມີສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 6, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ສະມາຊິກສະພາປະຊາຊົນແຂວງ, ຄະນະປະຈຳສະພາປະຊາຊົນແຂວງ, ຫົວຫນ້າ-ຮອງພະແນກການ, ອົງການຈັດຕັ້ງມະຫາຊົນຂອງແຂວງເຂົ້າຮ່ວມ.

ທ່ານ ສາຍສະໝອນ ຄົມທະວົງ ປະທານສະພາປະຊາຊົນແຂວງ ກ່າວໄຂກອງປະຊຸມຢ່າງເປັນທາງການວ່າ: ກອງປະຊຸມຄັ້ງນີ້ຈະໄດ້ສຸມໃສ່ຮັບຟັງການລາຍງານ ແລະພິຈາລະນາຮັບຮອງເອົາບາງບັນຫາສຳຄັນຂອງແຂວງຫຼວງພະບາງ ເປັນຕົ້ນແມ່ນ ຮັບຟັງການລາຍງານ ຜົນສຳເລັດການເລືອກຕັ້ງ ແລະຢັ້ງຢືນຄຸນລັກສະນະຂອງສະມາຊິກສະພາປະຊາຊົນແຂວງ, ພິຈາລະນາ ແລະຮັບຮອງເອົາໂຄງປະກອບກົງຈັກ ແລະບຸກຄະລາກອນຂອງສະພາປະຊາຊົນແຂວງຊຸດທີ II ເປັນຕົ້ນແມ່ນ ເລືອກຕັ້ງປະທານສະພາປະຊາຊົນ, ຮອງປະທານສະພາປະຊາຊົນ ແລະກໍາມະການຄະນະປະຈໍາສະພາປະຊາຊົນແຂວງຊຸດທີ II ຕາມການສະເໜີຂອງສະພາປະຊາຊົນຊຸດທີI, ເລືອກປະທານຄະນະກຳມະການ, ຮອງປະທານຄະນະກຳມະການ ແລະເລຂາທິການສະພາປະຊາຊົນແຂວງຊຸດທີII, ຕາມການສະເໜີຂອງສະພາປະຊາຊົນຊຸດທີI, ພ້ອມຍັງຈະໄດ້ພິຈາລານາ ແລະຮັບຮອງເອົາ ການແຕ່ງຕັ້ງຮອງເຈົ້າແຂວງ, ຮັບຟັງການລາຍງານໂດຍຫຍໍ້ຂອງອົງການປົກຄອງແຂວງກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແລະແຜນງົບປະມານ 5ປີ(2016-2020), ແຜນ5ປີ (2021-2025)ຂອງແຂວງ, ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານ 5 ປີ(2016-2020) ແລະທິດທາງແຜນການ 5ປີ (2021-2025)ຂອງອົງການໄອຍະການປະຊາຊົນແຂວງ ແລະສານປະຊາຊົນແຂວງ, ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານ 5ປີ(2016-2020) ແລະ ທິດທາງແຜນການ 5ປີ(2021-2025)ຂອງຄະນະປະຈຳສະພາປະຊາຊົນແຂວງຊຸທີ II.

ນອກນັ້ນໃນໄລຍະດຳເນີນກອງປະຊຸມຈະໄດ້ເປີດໂອກາດໃຫ້ປະຊາຊົນລາວບັນດາເຜົ່າໃນທົ່ວແຂວງຫຼວງພະບາງໄດ້ໃຊ້ສິດປະຊາທິປະໄຕ ເພື່ອສະເໜີບັນດາຄຳຄິດຄຳເຫັນ ອັນເປັນປະໂຫຍດຕໍ່ກອງປະຊຸມ ໂດຍຜ່ານໂທລະສັບສາຍດ່ວນ ໝາຍເລກ 071 156 ຕື່ມອີກ.
ກອງປະຊຸມຈະໄດ້ຮັບຟັງການຊັກຖາມຈາກສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 6, ສະມາຊິກສະພາປະຊາຊົນແຂວງ ແລະ ການຊີ້ແຈງຈາກພະແນກການຂອງແຂວງ ຈຳນວນຫນຶ່ງ ເຊິງກອງປະຊຸມຈະດຳເນີນໄປເປັນເວລາ 3 ວັນຈຶ່ງອັດລົງ.

ຂ່າວ: ເພັດສາຄອນ ສິມມະວົງ

Featured, ລັດຖະບານ

Post navigation

Previous Post: ແຈ້ງຂ່າວມໍລະນະກຳ ສະຫາຍ ວິດົງ ໄຊຍະສອນ, ສະຫາຍ ນາງ ແກ້ວສາຍໃຈ ໄຊຍະສອນ ແລະ ຍາດທີ່ເສຍຊີວິດຈາກ ອຸບັດຕິເຫດທາງນໍ້າ
Next Post: 8 ແຂວງພາກເໜືອ ສຳມະນາການຮ່ວມມືສາກົນໃນຂະແໜງ ຖວທ

Related Posts

ສະຫວັນນະເຂດເຄັ່ງຄັດມາດຕະການຮອດ 15 ພະຈິກ Featured
ຊົມເຊີຍ Food For Fighters LAOS ໂຮມນໍ້າໃຈ ເອົາອາຫານມອບໃຫ້ສັງຄົມ ສູ້ໄພ ໂຄວິດ-19 Featured
ເສຍຊີວິດ 8 ຄົນ ຕິດເພີ່ມ 1333 ຄົນ Featured
ແຂວງອຸດົມໄຊແຈ້ງການຂໍລະດົມທຶນແລະການຊ່ວຍເຫຼືອເພື່ອຮັບມືໂຄວິດ Featured
ຂ່າວດີ! ລູກຄ້າທະນາຄານລາວກໍ່ສ້າງ ຈະໄດ້ຮັບເງິນຄືນ ພາຍໃນເດືອນສິງຫາ 2021 Featured
ເສຍຊີວິດ 3 ຕິດເຊື້ອເພີ່ມ 165 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme