ໂດຍຕອບສະໜອງຕາມຄຳເຊີນ ຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ນາງ ມາຣີສ ເພນ (Marise Payne), ລັດຖະມົນຕີກະຊວງການຕ່າງປະເທດ ແລະ ລັດ ຖະມົນຕີຮັບຜິດຊອບວຽກງານແມ່ຍິງ ແຫ່ງ ອົດສະຕຣາລີ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມ ຢາມ ສປປ ລາວ ຢ່າງເປັນທາງ ການ ໃນລະຫວ່າງວັນທີ 24-25 ກຸມພາ 2022, ຊຶ່ງຈຸດປະ ສົງຂອງການຢ້ຽມຢາມໃນຄັ້ງນີ້ ແມ່ນເພື່ອສືບຕໍ່ສົ່ງເສີມສາຍພົວພັນມິດຕະ ພາບ ແລະ ການຮ່ວມມືອັນດີງາມ ທັງເປັນການສະເຫຼີມສະຫຼອງ ວັນແຫ່ງການສ້າງຕັ້ງ ສາຍພົວພັນການທູດ ອັນຍາວນານ ແລະ ຕໍ່ເນື່ອງ ລະຫວ່າງ ສອງປະເທດ ຄົບຮອບ 70 ປີ.

ໃນໂອກາດການຢ້ຽມຢາມຄັ້ງນີ້, ທ່ານ ນາງ ມາຣີສ ເພນ ໄດ້ພົບປະສອງຝ່າຍກັບ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ຊຶ່ງທັງສອງຝ່າຍ ໄດ້ຕີລາຄາສູງ ຕໍ່ການສາຍພົວພັນອັນດີງາມ ແລະ ຕໍ່ເນື່ອງຂອງສອງຊາດ ຕະ ຫຼອດ 70 ປີ ທີ່ຜ່ານມາ.

ພ້ອມກັນນີ້, ໄດ້ມີການແລກປ່ຽນ ແລະ ປຶກສາຫາລື ກ່ຽວກັບການຮ່ວມມືສອງຝ່າຍທີ່ຜ່ານມາ ແລະ ທິດ ທາງແຜນການຮ່ວມມືໃນຕໍ່ໜ້າຂອງສອງປະເທດ ເປັນຕົ້ນແມ່ນ ການຊ່ວຍເຫຼືອຂອງອົດສະຕຣາລີ ໃນການຮັບມື ແລະ ແກ້ໄຂການແຜ່ລະບາດຂອງ ພະຍາດໂຄວິດ 19, ການຊ່ວຍເຫຼືອດ້ານສ້າງຊັບ ພະຍາກອນມະນຸດ, ປ້ອງກັນຊາດ, ການຄ້າ ແລະ ການລົງທຶນ, ພື້ນຖານໂຄງລ່າງ, ກະສິກໍາ ແລະ ບັນຫາລະເບີດທີ່ຍັງບໍ່ທັນແຕກ (UXO) ຢູ່ ສປປ ລາວ. ພ້ອມກັນນີ້, ທັງສອງຝ່າຍ ຍັງໄດ້ໃຫ້ຄໍາໝັ້ນສັນຍາ ທີ່ຈະເຮັດວຽກຮ່ວມກັນ ໃນກອບການຮ່ວມມື ອາຊຽນ ໃນໂອກາດ ທີ່ ສປປ ລາວ ເປັນປະເທດປະສານງານ ການພົວພັນອາຊຽນ-ອົດສະຕຣາລີ (2021- 2024) ແລະ ອົດສະຕຣາລີ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະໃຫ້ການສະໜັບສະໜູນ ແກ່ການກະກຽມຄວາມພ້ອມ ຂອງ ສປປ ລາວ ໃນການເປັນປະທານອາຊຽນ ປີ 2024. ນອກຈາກນັ້ນ, ຍັງໄດ້ປຶກສາຫາລື ບັນຫາພາກພື້ນ ແລະ ສາກົນ ທີ່ທັງສອງຝ່າຍມີຄວາມສົນໃຈຮ່ວມກັນ.

ໃນໂອກາດການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນຄັ້ງນີ້, ທ່ານ ນາງ ມາຣີສ ເພນ ຍັງໄດ້ມີໂອກາດເຂົ້າຢ້ຽມຂໍ່ານັບ ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ ສໍານັກງານນາຍົກລັດຖະມົນຕີ ໃນວັນທີ 24 ກຸມພາ 2022, ຊຶ່ງ ທ່ານໄດ້ຢໍ້າຄືນ ທີ່ຈະສືບຕໍ່ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນບັນດາໂຄງການຮ່ວມມືສອງຝ່າຍ ທີ່ຈັດຕັ້ງປະຕິ ບັດໃນຜ່ານມາ ແລະ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍ່ໄດ້ຕີລາຄາສູງຕໍ່ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນຄັ້ງນີ້, ຊຶ່ງເປັນນິມິດໝາຍອັນດີ ໃນການສົ່ງເສີມການຮ່ວມມືຂອງສອງປະເທດໃນອະນາຄົດ ແລະ ໄດ້ສະເໜີຝ່າຍອົດສະຕຣາລີ ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນການຈັດຕັ້ງແຜນພັດທະນາເສດ ຖະກິດແຫ່ງຊາດ 5 ປີ ຄັ້ງທີ 9 (2021-2025), ການຈັດຕັ້ງປະຕິ ບັດວ່າລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ວ່າລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ລວມທັງການສະເໜີໃຫ້ຝ່າຍອົດສະຕຣາລີ ພິຈາລະນາ ນຳເຂົ້າແຮງງານ ຈາກ ສປປ ລາວ.

ນອກຈາກນີ້, ໃນວັນທີ 25 ກຸມພາ 2022, ທ່ານ ນາງ ມາຣີສ ເພນ ຍັງໄດ້ກ່າວປະຖະກະຖາ ໃນຫົວຂໍ້: ສະເຫຼີມ ສະຫຼອງ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ ທີ່ ສູນການຮ່ວມມື ແລະ ການຝຶກອົບຮົມສາກົນ (ICTC) ເປັນກຽດເຂົ້າຮ່ວມໂດຍ ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ Paul Kelly, ເອກອັກຄະລັດຖະ ທູດ ອົດສະຕຣາລີ ປະຈໍາ ສປປ ລາວ ແລະ ມີບັນດາຜູ້ຕາງໜ້າຈາກ ກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນ ກາງພັກ, ຄະນະໂຄສະນາອົບຮົມສູນກາງພັກ ແລະ ສະຖາບັນການເມືອງ ແລະ ການປົກຄອງແຫ່ງ ຊາດ ເຂົ້າຮ່ວມຢ່າງພ້ອມພຽງ. ທ່ານ ນາງ ມາຣີສ ເພນ ຍັງໄດ້ຢໍ້າຄືນ ທີ່ຈະສືບຕໍ່ໃຫ້ການຊ່ວຍເຫຼືອບັນດາໂຄງການຕ່າງໆ ທີ່ກໍາລັງຈັດຕັ້ງປະຕິບັດຢູ່ ສປປ ລາວ ຂອງ ອົດສະຕຣາລີ ເປັນຕົ້ນແມ່ນ ໂຄງການຄຸນນະພາບ ແລະ ເຂົ້າ ເຖິງການສຶກສາ ຢູ່ ສປປ ລາວ ໂຄງການທີ 2 (Basic Education Quality and Access in Lao PDR), ສູນລາວ-ອົດສະຕຣາລີ ເພື່ອສະໜັບ ສະໜູນການພັດທະນາເສດຖະ ກິດ ແລະ ສັງຄົມ, ໂຄງການຄູ່ຮ່ວມມືແມ່ນໍ້າຂອງ-ອົດສະ ຕຣາລີ (Mekong-Australia Partnership), ຄະນະກໍາມະການແມ່ນໍ້າຂອງ (MRC) ແລະ ໂຄງການ ຄູ່ຮ່ວມມືດ້ານພື້ນຖານໂຄງລ່າງ (Partnership for Infrastructure program). ໃນວັນດຽວກັນນີ້, ທ່ານຍັງໄດ້ພົບປະກັບ ທ່ານ ທອງສະຫວັນ ພົມວິ ຫານ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເພື່ອປຶກສາຫາລື ກ່ຽວກັບທິດທາງການຮ່ວມ ມື ໃນຕໍ່ໜ້າ.
ໃນທາມກາງບັນຍາກາດ ທີ່ທັງ ສອງປະເທດ ຮ່ວມກັນສະເຫຼີມສະຫຼອງ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດຄົບຮອບ ໃນຄັ້ງນີ້, ທັງສອງຝ່າຍໄດ້ເຫັນດີໃນດ້ານຫຼັກການ ທີ່ຈະຍົກລະດັບສາຍພົວພັນຂອງສອງປະເທດອັນຍາວນານ ແລະ ຕໍ່ເນື່ອງຕະຫຼອດ 7 ທົດສະວັດທີ່ຜ່ານ ເປັນການພົວພັນຮ່ວມມືແບບຮອບດ້ານ (Comprehensive Partnership).
ຂ່າວ-ພາບ: ກົມການຂ່າວ ກະຊວງການຕ່າງປະເທດ