Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຈັບໄວລຸ້ນ 2 ຄົນ ພ້ອມຂອງກາງເຮໂລອິນ 20 ແທ່ງ

Posted on 31/03/202131/03/2021 By ປະກາດ Pakaad No Comments on ຈັບໄວລຸ້ນ 2 ຄົນ ພ້ອມຂອງກາງເຮໂລອິນ 20 ແທ່ງ

ວັນທີ 25 ມີນາ 2021,ເຈົ້າໜ້າທີ່ ປກສ ເມືອງໃໝ່ ແຂວງຜົ້ງສາລີ ສາມາດຈັບໄວລຸ້ນ 2 ຄົນ ຊື່: ທ້າວ ເຊັງກຶ ອາຍຸ 23 ປີ ຢູ່ບ້ານຫ້ວຍຍໍາ ເມືອງໄຊ ແຂວງອຸດົມໄຊ ແລະ ທ້າວ ຈຶຕົງ ອາຍຸ 18 ປີ ຢູ່ບ້ານທອງໃຕ້ ເມືອງໂພນທອງ ແຂວງຫຼວງພະບາ ພ້ອມເຮໂຣອິນ 20 ແທ່ງ ຊຸກເຊື່ອງໃນກະເປົາພາຍ ສີດໍາຂອງພວກກ່ຽວ ໄປດຳເນີນຄະດີ.

ເຈົ້າໜ້າທີ່ ປກສ ເມືອງໃໝ່ ເປີດເຜີຍວ່າ: ຄະດີຢາເສບຕິດດັ່ງກ່າວ.ໃນເບື້ອງຕົ້ນ, ເຈົ້າໜ້າທີ່ ປກສເມືອງໃໝ່ ໄດ້ລົງປະຕິບັດວຽກງານວິຊາສະເພາະ ຕັ້ງຈຸດກວດກາຄົນເຂົ້າ-ອອກເມືອງ ຕາມເສັ້ນທາງຫຼວງ ( ເສັ້ນ ທາງ 02 E ) ເຂດຊາຍແດນລະຫວ່າງບ້ານຫ້ວຍຈິກ ຫາ ບ້ານສົບນ້າວ ,ຮອດເວລາປະ ມານ 14:00 ໂມງ ຂອງວັນດັ່ງກ່າວ ກໍໄດ້ພົບເຫັນ ພວກກ່ຽວ ທັງ2 ຄົນ ຂັບຂີ່ລົດຈັກເວບ 100 ສີຟ້າດໍາ ບໍ່ມີປ້າຍທະບຽນ ມາແຕ່ທາງບ້ານສົບນ້າວ ມຸ່ງໜ້າເຂົ້າເທດສະບານເມືອງໃໝ່ ຈຶ່ງໄດ້ລັດກວດກາລົດຈັກຄັນດັ່ງກ່າວ. ແຕ່ໃນເວລາ, ເຈົ້າໜ້າທີ່ກວດຄົ້ນຢູ່ນັ້ນ, ໄດ້ມີ1 ຄົນແລ່ນໜີ ແຕ່ເຈົ້າໜ້າທີ່ ກໍສາມາດກັກຕົວໄດ້ ພ້ອມທັງກວດຄົ້ນ ພົບເຫັນຂອງກາງຢາເສບຕິດ ປະເພດເຮໂຣອິນ ຈໍານວນ 20 ແທ່ງ ໄປດຳເນີນການສອບສວນ.

ປັດຈຸບັນຄະດີດັ່ງກ່າວ, ເຈົ້າໜ້າທີ່ພະແນກຕຳ ຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຜົ້ງສາລີ ພວມສືບຕໍ່ດໍາເນີນການສອບສວນຂະຫຍາຍຜົນຫາຜູ້ທີ່ຮ່ວມກັນຊື້ຂາຍຢາເສບຕິດ ມາດໍາເນີນຄະດີຕາມກົດໝາຍ.

ຂ່າວສານບ້ານເມືອງ, ໄພສັງຄົມ

Post navigation

Previous Post: ພິທີເຊັນສັນຍາ ວ່າດ້ວຍການສະໜອງ ບໍລິການ ເງິນອຸດໜູນປະກັນສັງຄົມ ຜ່ານ ບໍລິການ ການເງິນດິຈິຕ້ອນ M Money
Next Post: ສປ ຈີນ ມອບວັກຊິນປ້ອງກັນ ໂຄວິດ-19 ໃຫ້ ສປປ ລາວ ອີກ 8 ແສນໂດສ

Related Posts

ບອກຕໍ່ໆກັນແດ່! ເສັ້ນທາງແຕ່ຫລັງຄັງ-ບົວລະພາ ຍັງບໍ່ສາມາດສັນຈອນໄປໄດ້ Featured
ຂົວຫັກແລ້ວ ເຂດບ້ານດອນຮຽງ ເມືອງໝື່ນ (ມີຄລິບ) Featured
ການຕິດຕໍ່ຂອງພະຍາດ Monkeypox ໝາກສຸກລີງ Featured
ຈັບແກ້ງຄ້າຢາທີ່ບ້ານດອນໜູນໄດ້ 4 ຄົນ ພ້ອມຍຶດຊັບຈໍານວນຫຼາຍ Featured
ຜູ້ລົງຮັບສະໝັກເລືອກຕັ້ງ ເປັນ ສສຊ ຊຸດທີ IX ເຂດເລືອກຕັ້ງທີ 18 ລົງເຄື່ອນໄຫວຫາສຽງ ຢູ່ເມືອງລ້ອງແຈ້ງ ແຂວງໄຊສົມບູນ ຂ່າວສານບ້ານເມືອງ
ຮອດມື້ນີ້ບ້ານແດງນະຄອນຫຼວງວຽງຈັນ173ບ້ານແລ້ວ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme