Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຂໍຂອບໃຈ ສປ ຈີນ ຈະສົ່ງ ວັກຊິນ ໃຫ້ ສປປ ລາວ ອີກ 400.000 ໂດສ

Posted on 13/08/202113/08/2021 By ປະກາດ Pakaad No Comments on ຂໍຂອບໃຈ ສປ ຈີນ ຈະສົ່ງ ວັກຊິນ ໃຫ້ ສປປ ລາວ ອີກ 400.000 ໂດສ

ສປ.ຈີນ ຈະສະໜອງວັກຊີນປ້ອງກັນໂຄວິດ-19 ໃຫ້ລາວອີກ 4 ແສນໂດສໃນໄວໆນີ້.

ໃນໂອກາດມອບ-ຮັບວັກຊີນຊີໂນຟາມຂອງຈີນ 1,000,000 ໂດສຢ່າງເປັນທາງການຢູ່ທີ່ກະຊວງສາທາລະນະສຸກເມື່ອວັນທີ 11 ສິງຫານີ້, ທ່ານ ຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປລາວໄດ້ກ່າວກັບທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວວ່າ: ກອງທັບປົດປ່ອຍປະຊາຊົນຈີນຈະສະໜອງວັກຊີນປ້ອງກັນໂຄວິດ-19 ແລະອຸປະກອນການແພດທີ່ຈໍາເປັນໃຫ້ກັບກອງທັບປະຊາຊົນລາວອີກ 400,000 ໂດສພາຍ ໃນໄວໆນີ້.

ທ່ານ ຈ່ຽງຈ້າຍຕົ່ງ ກ່າວວ່າ: ໃນຖານະທີ່ ສປ ຈີນ ແລະ ສປປ ລາວເປັນຄູ່ຮ່ວມຊາຕາກຳ, ຝ່າຍຈີນໄດ້ໃຫ້ຄວາມສຳຄັນສູງຕໍ່ການຮ່ວມມືການຕ້ານພະຍາດໂຄວິດ-19 ກັບຝ່າຍລາວ ໂດຍໄດ້ມອບວັກຊີນເກືອບ 3 ລ້ານໂດສໃຫ້ແກ່ລາວ ແລະຈະສືບຕໍ່ມອບວັກຊີນ ພ້ອມອຸປະກອນການແພດທີ່ຈຳເປັນອີກຊຸດໃຫ້ແກ່ລາວອີກ 400,000 ໂດສໃນໄວໆນີ້ ເພື່ອປະກອບສ່ວນໃຫ້ລັດຖະບານລາວບັນລຸເປົ້າໝາຍການສັກວັກຊີນໃຫ້ກັບປະຊາກອນເຖິງໄດ້ 50% ພາຍໃນປີ 2021.

ທ່ານ ຈ່ຽງຈ້າຍຕົ່ງ ກ່າວຕື່ມວ່າ: ພາຍໃຕ້ສະຖານະການທີ່ພະຍາດໂຄວິດ-19 ພວມລະບາດຢູ່ທົ່ວໂລກ, ການສັກວັກຊີນໃຫ້ປະຊາຊົນໃຫ້ທົ່ວເຖິງ ຢູ່ບັນດາປະເທດກຳລັງພັດທະນານັ້ນເປັນສິ່ງທ້າທາຍອັນໜຶ່ງ. ຈີນໄດ້ປະຕິບັດຕາມຄຳໝັ້ນສັນຍາທີ່ເອົາວັກຊີນເປັນຜະລິດຕະພັນສາທາລະນະຢ່າງສະເໝີຕົ້ນສະເໝີປາຍ ເຊິ່ງໄດ້ມອບວັກຊີນໃຫ້ແກ່ບປະເທດຕ່າງໆຫຼາຍກວ່າ 770 ລ້ານໂດສ ເຊິ່ງເປັນອັນດັບ 1 ຂອງໂລກ.

ຂ່າວແຈ້ງວ່າ: ໄລຍະຜ່ານມາເຖິງປັດຈຸບັນ ສປ ຈີນໄດ້ສະໜອງອຸປະກອນການແພດ ໂດຍສະເພາະຢາວັກຊີນໃຫ້ ສປປ ລາວມາແລ້ວ 5 ຄັ້ງ ລວມທັງໝົດ 2,900,000 ໂດສ ເພື່ອປະກອບສ່ວນເຂົ້າໃນການປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງໂຄວິດ-19 ໃນປະເທດລາວ ກໍ່ຄືພາກພື້ນ ແລະສາກົນ.

Featured, ຂ່າວສານບ້ານເມືອງ, ລັດຖະບານ

Post navigation

Previous Post: ຕິດເຊື້ອເພີ່ມ 305 ຄົນ ມີໃນຊຸມຊົນ 20 ໃນ 5 ແຂວງ
Next Post: ແຈ້ງການ ລັອກດາວ ນະຄອນປາກເຊແລ້ວ

Related Posts

ການນໍາ ປກສ ເຂົ້າອວຍພອນ ການນໍາ ປ້ອງກັນປະເທດ Featured
ຄໍາສັ່ງດ່ວນລ໋ອກດາວ ປິດກິດຈະກໍາຕ່າງໆ ພາຍໃນແຂວງເຊກອງ 12 ສິງຫາ 2021 ເປັນຕົ້ນໄປ. Featured
ຜ່ອນຜັນຫຼາຍມາດຕະການ ແຕ່ຍັງສືບຕໍ່ປິດຮ້ານບັນເທີງແລະຄາຣະໂອເກະ Featured
ພະຍາກອນອາກາດ ປະຈຳວັນທີ່ 23 ມິຖຸນາ 2022 Featured
ຫຼຸດລົງຕໍ່ເນື່ອງ ໂຄວິດ-19 ສປປລາວ +273 (ເສຍຊີວິດ 1) Featured
ຂ່າວດີປັບລາຄານໍ້າມັນລົງອີກຄັ້ງ ເລີ່ມ 15 ກັນຍາ 2022 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme