Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຊົມເຊີຍເຈົ້າໜ້າທີ່ໃຊ້ເວລາພຽງ 1 ວັນ ຈັບຜູ້ກໍເຫດລັກລົດວີໂກ້

Posted on 18/03/202118/03/2021 By ປະກາດ Pakaad No Comments on ຊົມເຊີຍເຈົ້າໜ້າທີ່ໃຊ້ເວລາພຽງ 1 ວັນ ຈັບຜູ້ກໍເຫດລັກລົດວີໂກ້

ພັທ ອໍາພອນ ຄໍາອຸ່ນພອນ ຮອງຫົວໜ້າພະແນກຕໍາຫຼວດ ກອງບັນຊາການ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ວັນທີ 5 ມີນາ 2021 ໄດ້ຮັບແຈ້ງຄວາມຈາກອໍານາດການປົກຄອງບ້ານແສງສະຫວ່າງ ວ່າ: ມີຄົນຮ້າຍລັກລົດໃຫຍ່ຍີ່ຫໍ້ວີໂກ້ ໝາຍເລກທະບຽນ (ກຜ 7269) ຢູ່ໜ່ວຍ 57 ບ້ານແສງສະຫວ່າງ ເມືອງໄຊເສດຖາ ຈາກນັ້ນຈິງໄດລົງ ສົມທົບກັບ ປກສ ກຸ່ມວັງຊາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງເກັບກຳຂໍ້ມູນຊັນນະສູດ ຮອດເວລາ 02:30 ໂມງ ຂອງວັນທີ 6 ມີນາ 2021 ຈິ່ງຈັບຜູ້ຕ້ອງສົງໃສໄດ້ ຜ່ານການສອບສວນ ຈິ່ງຮູ້ວ່າ ທ້າວ ພຸດທະວົງ ຫຼື ບ໋ອບບີ້ ອາຊີບຫວ່າງງານ ຢູ່ບ້ານຂາມງອຍ ເມືອງໄຊເສດຖາ ນວ ພ້ອມລົດຄັນດັ່ງກ່າວ.

ທ້າວ ພຸດທະວົງ ໄດ້ຍອມຮັບສາລະພາບວ່າ: ຕົນໄດ້ເສບຢາເສບຕິດມາແຕ່ປີ 2013 ເສບມື້ລະ 1-2 ເມັດ, ໃນວັນທີ 5 ມີນາ 2021 ເວລາປະມານ 12 ໂມງ ຕົນໄດ້ຂີ່ລົດຈັກຍີ່ຫຍໍ້ສະກຸບປີ້ ສີບົວ ເລກທະບຽນ ດທ 5979 ເລາະຕາມເສັ້ນທາງ ພໍມາຮອດໜ້າບໍລິສັດນໍ້າມັນເຊື້ອໄຟແຖວບ້ານແສງສະຫວ່າງ ໄດ້ເຫັນລົດເກັງສີຂາວ ຈອດຢູ່ແຄມທາງ ຕົນຈິ່ງເກີດມີແນວຄິດຢາກໄດ້ ຈຶ່ງຫາວິທີໄຂປະຕູລົດຄັນດັ່ງກ່າວ ແຕ່ເຈົ້າຂອງລົດເຫັນຈິ່ງຈັບຕົວ ສົ່ງໃຫ້ຫ້ອງການບ້ານແສງສະຫວ່າງ ແຕ່ຕົນໄດ້ເອົາຕົວລົບໜີໄປລີ້ຢູ່ຫຼັງເຮືອນຂອງປະຊາຊົນຫຼັງໜຶ່ງ.

ຈາກນັ້ນໄດ້ໃຊ້ມີດງັດເຂົ້າໄປໃນເຮືອນ ແລ້ວໄດ້ສັງເກດເຫັນກະແຈລົດໃຫຍ່ຫ້ອຍໄວ້ຢູ່ ຈິງໄດ້ລັກຂັບຂີ່ລົດວີໂກ້ ສີປອນ ເລກທະບຽນ ກຜ 7269 ກໍາແພງນະຄອນ ທີ່ຈອດໄວ້ຢູ່ໜ້າເຮືອນ ຫຼັງຈາກໄດ້ລົດແລ້ວໄດ້ຂັບຂີ່ລົດເລາະຕາມເສັ້ນທາງ 450 ປີ ມາຈອດໄວ້ເຮືອນຂອງຕົນ ມາຮອດເວລາ 02:30 ໂມງ ຂອງວັນທີ 6 ມີນາ 2021 ຈິ່ງຖືກເຈົ້າໜ້າທີ່ເຂົ້າກັກຕົວ, ພ້ອມຂອງກາງ.

ປັດຈຸບັນຄະດີດັ່ງກ່າວ ຍັງຢູ່ໃນຂັ້ນຕອນສືບສວນ-ສອບສວນ ຂອງເຈົ້າໜ້າທີ່ ເພື່ອຂະຫຍາຍຜົນຊອກຫາກຸ່ມແກ້ງທີ່ຮ່ວມຂະບວນການ ນຳມາລົງໂທດ ແລະ ເລັ່ງສະຫຼຸບສຳນວນ-ສຳເນົາຄະດີ ສົ່ງໃຫ້ອົງການໄອຍະການ ປະຊາຊົນເຂດ ນະຄອນຫຼວງວຽງຈັນ.

ສ່ວນລົດຄັນດັ່ງກ່າວ ພັທ ອໍາພອນ ຄໍາອຸ່ນພອນ ຮອງຫົວໜ້າພະແນກຕໍາຫຼວດ ກອງບັນຊາການ ປກສ ເມືອງໄຊເສດຖາ ໄດ້ມອບຄືນໃຫ້ເຈົ້າຂອງ ໜ້າຕາງຮັບໂດຍທ່ານ ວິໄລສອນ ແກ້ວພູທອນ ປະຊາຊົນບ້ານແສງສະຫວ່າງ ເມືອງໄຊເສດຖາ ນວ.

ໄພສັງຄົມ

Post navigation

Previous Post: ບໍລິສັດ ລາວ ໂມບາຍມັນນີ ຈໍາກັດຜູ້ດຽວ ແລະ ບໍລິສັດ ຊີ.ພີ.ລາວ ຈໍາກັດ ລົງນາມ ເຊື່ອມຕໍ່ລະບົບການຊຳລະຜ່ານ ເອັມ ມັນນີ
Next Post: ລາວໂທລະຄົມຈັບມື ກະຊວງ ປທສ ຮ່ວມມືພັດທະນາລະບົບບໍລິຫານ ແລະ ບໍລິການລັດແບບ Digital , ແລະ ການແຂ່ງຂັນ Makerthon Lao

Related Posts

ເຕັມຄັນລົດນັບໄດ້6ລ້ານເມັດ Featured
ຂີ່ລົດຟອດມາພ້ອມຂອງກາງ35ກິໂລກະຣາມ Featured
ຫ້ອງໃຕ້ດິນ ລັ ບ ຢູ່ ສ ວ ນ ຈັ ບ ໄ ປ ໝົດຄອບຄົວ Featured
ຄໍາຊີ້ແຈງຈາກບໍລິສັດເບຍລາວກໍລະນີລົດຂົນລັງເບຍເປົ່າຍັດຢາຈໍານວນມະຫາສານ Featured
ມ້າງແຫຼ່ງຜະລິດຢາເສດຕິດຄັ້ງໃຫຍ່ທີ່ ແຂວງອຸດົມໄຊ Featured
ຈັບໄວລຸ້ນ 2 ຄົນ ພ້ອມຂອງກາງເຮໂລອິນ 20 ແທ່ງ ຂ່າວສານບ້ານເມືອງ

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme