Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ພິທີເຊັນສັນຍາ ວ່າດ້ວຍການສະໜອງ ບໍລິການ ເງິນອຸດໜູນປະກັນສັງຄົມ ຜ່ານ ບໍລິການ ການເງິນດິຈິຕ້ອນ M Money

Posted on 31/03/202131/03/2021 By ປະກາດ Pakaad No Comments on ພິທີເຊັນສັນຍາ ວ່າດ້ວຍການສະໜອງ ບໍລິການ ເງິນອຸດໜູນປະກັນສັງຄົມ ຜ່ານ ບໍລິການ ການເງິນດິຈິຕ້ອນ M Money

ພິທີເຊັນສັນຍາ ວ່າດ້ວຍການສະໜອງ ບໍລິການ ເງິນອຸດໜູນປະກັນສັງຄົມ ຜ່ານ ບໍລິການ ການເງິນດິຈິຕ້ອນ M Money ລະຫວ່າງ ອົງການປະກັນສັງຄົມແຫ່ງຊາດ ແລະ ບໍລິສັດ ລາວໂມບາຍມັນນີ ຈໍາກັດຜູ້ດຽວ.

ໃນຕອນເຊົ້າ ຂອງ ວັນທີ 31 ມີນາ 2021 ທີ່ ໂຮງແຮມ ແລນມາກ, ນະຄອນຫລວງວຽງຈັນ ໄດ້ຈັດພິທີເຊັນສັນຍາວ່າດ້ວຍການເປັນຄູ່ຮ່ວມທຸລະກິດ ລະຫວ່າງ ອົງການປະກັນສັງຄົມແຫ່ງຊາດ ແລະ ບໍລິສັດ ລາວໂມບາຍມັນນີ ຈໍາກັດຜູ້ດຽວ ເພື່ອສະໜອງບໍລິການປະກັນສັງຄົມ ຜ່ານ ບໍລິການ ການເງິນດິຈິຕ້ອນ M Money ກະເປົາເງິນເທິງມືຖື,

ເປັນກຽດເຂົ້າຮ່ວມໂດຍ ທ່ານ ລີປ່າວ ຢ່າງ ຫົວຫນ້າຫ້ອງການ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ນາງ ແກ້ວ ຈັນທະວີໄຊ ຫົວຫນ້າອົງການປະກັນສັງຄົມແຫ່ງຊາດ ແລະ ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ.

ພິທີເຊັນເຊັນສັນຍາ ວ່າດ້ວຍການສະໜອງບໍລິການປະກັນສັງຄົມ ຜ່ານ ບໍລິການ ການເງິນດິຈິຕ້ອນ M Money ໃນຄັ້ງນີ້ ເປັນການຮ່ວມມື ລະຫວ່າງ 02 ບໍລິສັດດ້ວຍກັນ ແລະ ເປັນກຽດ ລົງນາມໂດຍ.

.

  • 1) ທ່ານ ນາງ ແກ້ວ ຈັນທະວີໄຊ ຫົວຫນ້າອົງການປະກັນສັງຄົມແຫ່ງຊາດ
  • 2) ທ່ານ ທັນສະໄໝ ຊາມຸນຕີ ຜູ້ອຳນວຍການ ບໍລິສັດ ລາວໂມບາຍມັນນີ ຈຳກັດຜູ້ດຽວ

ນອກຈາກນີ້ເຂົ້າຮ່ວມໃນພິທີ ຍັງມີຄະນະຜູ້ບໍລິຫານບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ, ຄະນະຜູ້ບໍລິຫານອົງການປະກັນສັງຄົມແຫ່ງຊາດ ແລະ ບໍລິສັດ ລາວໂມບາຍມັນນີ ຈໍາກັດຜູ້ດຽວ ພ້ອມດ້ວຍສື່ມວນຊົນ ກໍ່ໄດ້ໃຫ້ກຽດເຂົ້າຮ່ວມ ເພື່ອເກັບກຳຂ່າວໃນຄັ້ງນີ້ດ້ວຍ.

ຈຸດປະສົງຂອງການຈັດພິທີເຊັນສັນຍາຮ່ວມມືໃນຄັ້ງນີ້ ເພື່ອເປັນການເປີດໂຕຄູ່ຮ່ວມທຸລະກິດກັບ ອົງການ ປະກັນສັງຄົມແຫ່ງຊາດ ຢ່າງເປັນທາງການ ໃນການສະໜອງບໍລິການ ເງິນອຸດໜູນປະກັນສັງຄົມ ຜ່ານ ບໍລິການ ການເງິນດິຈິຕ້ອນ M Money ເພື່ອແນ່ໃສ່ຕອບສະໜອງຄວາມຕ້ອງການຂອງລູກຄ້າ ແລະ ເຮັດໃຫ້ການບໍລິການມີຄວາມ ສະດວກ ສະບາຍ ປອດໄພ ວອງໄວ ໄດ້ມາດຕະຖານສາກົນ ພາຍໃຕ້ຄຳຂວັນ ໃຫ້ຊີວິດງ່າຍຂຶ້ນ ຕາມຍຸກດິຈິຕ້ອນ.

ບໍລິການ ອົງການປະກັນສັງຄົມແຫ່ງຊາດ ເປັນຄູ່ຮ່ວມທຸລະກິດ ໃນການເປັນຜູ້ສະໜອງບໍລິການປະກັນສັງຄົມປະເພດຕ່າງໆ ໃຫ້ຜູ້ປະກັນຕົນ ໂດຍສະເພາະແມ່ນການຈ່າຍເງິນອຸດໜູນຕ່າງໆ ຜ່ານ M Money ກະເປົາເງິນເທິງມືຖື.

ການຮ່ວມມືທາງທຸລະກິດໃນຄັ້ງນີ້ ເປັນບາດກ້າວໜຶ່ງທີ່ສຳຄັນ ແລະ ເປັນບາດກ້າວທຳອິດໃນການຫັນການຊຳລະເງິນຮູບແບບໃຫມ່ຜ່ານ M Money ກະເປົາເງິນເທິງມືຖື ເຂົ້າໃນຫົວຫນ່ວຍທຸລະກິດ ທີ່ທັນສະໄຫມ ແລະ ມີຄວາມຈຳເປັນໃນການດຳລົງຊີວິດປະຈຳວັນຂອງຜູ້ຄົນໃນທົ່ວປະເທດ ເປັນສ່ວນຫນື່ງໃນການສ້າງທ່າແຮງ, ຊຸກຍູ້, ເສີມສ້າງ ແລະ ຜັນຂະຫຍາຍເສດຖະກິດດິຈິຕ້ອນ, ຫຼຸດຜ່ອນການນຳໃຊ້ເງິນສົດ ຕາມແຜນພັດທະນາເສດຖະກິດດິຈິຕ້ອນ ຂອງພັກ-ລັດ ໃຫ້ປະກົດຜົນເປັນຈິງ ຕາມວິໄສທັດຂອງ ບໍລິສັດ ລາວໂມບາຍມັນນີ ຈຳກັດຜູ້ດຽວ ເປັນຜູ້ນຳດ້ານການບໍລິການການເງິນດິຈິຕ້ອນ ໃນ ສປປ ລາວ

#MMoney
#ເອັມມັນນີກະເປົາເງິນເທິງມືຖື
#MoreSmartLifeInDigitalEra
#ໃຫ້ຊີວິດງ່າຍຂື້ນຕາມຍຸກດິຈິຕ້ອນ
#ງ່າຍສະດວກປອດໄພ

Featured, ທຸລະກິດ

Post navigation

Previous Post: ນັກຮຽນ ມສ ວຽງຈັນ ຮັບຮູ້ເຖິງຜົນຮ້າຍຂອງຢາເສບຕິດ
Next Post: ຈັບໄວລຸ້ນ 2 ຄົນ ພ້ອມຂອງກາງເຮໂລອິນ 20 ແທ່ງ

Related Posts

ຜົນສຳເລັດຂອງກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນມັງກອນ 2022 Featured
ພະຍາກອນອາກາດວັນທີ 25 ກຸມພາ 2022 Featured
ແຂວງຫົວພັນ ສືບຕໍ່ປະຕິບັດມາດຕະການປ້ອງກັນ ແລະ ສະກັດກັ້ນເຊື້ອພະຍາດໂຄວິດ-19 Featured
ສະພາບໂຄວິດມື້ນີ້ ປົວດີ 169 ຕິດໃໝ່ 273 Featured
ແຂວງຈໍາປາສັກ ອອກຄໍາສັງ ປະຕິບັດມາດຕະການ ເຄັ່ງຄັດຮອດ 17/9/2021 Featured
ຊົມເຊີຍ Food For Fighters LAOS ໂຮມນໍ້າໃຈ ເອົາອາຫານມອບໃຫ້ສັງຄົມ ສູ້ໄພ ໂຄວິດ-19 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme