Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ສປ ຈີນ ມອບວັກຊິນປ້ອງກັນ ໂຄວິດ-19 ໃຫ້ ສປປ ລາວ ອີກ 8 ແສນໂດສ

Posted on 31/03/202131/03/2021 By ປະກາດ Pakaad No Comments on ສປ ຈີນ ມອບວັກຊິນປ້ອງກັນ ໂຄວິດ-19 ໃຫ້ ສປປ ລາວ ອີກ 8 ແສນໂດສ

ລັດຖະບານ ແລະກອງທັບປະຊາຊົນຈີນ ຊ່ວຍເຫລືອວັກຊີນປ້ອງກັນ ໂຄວິດ-19 ສປປ ລາວ ອີກ ຈໍານວນ 800.000ໂດສ

ວັກຊີນປ້ອງກັນໂຄວິດ 19 ທີ່ລັດຖະບານ ແລະກອງທັບ ສປ ຈີນ ໃຫ້ການຊ່ວຍເຫລືອ ສປປ ລາວ ຄັ້ງທີສາມ ຈໍານວນ 800.000 ໂດສ ໄດ້ມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ໃນຕອນຄໍ່າ ວັນທີ 31 ມີນາ 2021ນີ້, ໂດຍການເຂົ້າຮ່ວມ ແລະຮັບເຄື່ອງຊ່ວຍເຫຼືອຄັ້ງນີ້ໂດຍ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ພ້ອມດ້ວຍຄະນະ, ຕາງໜ້າຝ່າຍຈີນກ່າວມອບໂດຍທ່ານ ຈ່ຽງ ຈ້າຍຕົ່ງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ .

ທ່ານ ພັນຄໍາ ວິພາວັນ ຕາງໜ້າໃຫ້ພັກ ລັດຖະບານ ແລະ ປະຊາຊົນລາວ ກ່າວສະແດງຄວາມຂອບໃຈຢ່າງສູງໄປຍັງພັກ, ລັດຖະບານ ແລະ ປະຊາຊົນຈີນ ອ້າຍນ້ອງ ທີ່ເວລາໃດ ກໍ່ໄດ້ສະແດງຄວາມເປັນຫ່ວງເປັນໃຍ ແລະໃຫ້ການຊ່ວຍເຫຼືອອັນລ້ໍາຄ່າ ແກ່ລັດຖະບານ ກໍຄືປະຊາຊົນລາວຕະຫຼອດມາ ເຊິ່ງເປັນການສະແດງເຖິງການເປັນເພື່ອນມິດສະຫາຍອ້າຍນ້ອງທີ່ເປັນມູນເຊື້ອ, ສາຍພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານ, ຫມັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ທີ່ແທ້ຈິງ. ການຊ່ວຍເຫຼືອຄັ້ງນີ້, ເປັນການປະກອບສ່ວນອັນສໍາຄັນ ທີ່ເປັນຫຼັກຄ້ໍາປະກັນໃຫ້ລັດຖະບານ ກໍ່ຄືປະຊາຊົນລາວ ມີກໍາລັງແຮງໃຈເພີ່ມຂຶ້ນ ເພື່ອຕໍ່ສູ້ກັບພະຍາດໂຕຮ້າຍກາດນີ້ ແລະເປັນພູມຄຸ້ມກັນໃຫ້ແກ່ ສປປ ລາວ ໃນການຮັບມືກັບການລະບາດຂອງພະຍາດໂຄວິດ-19 ໄດ້ຢ່າງມີປະສິດທິພາບສູງຂຶ້ນຕື່ມ.

ທ່ານ ຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ກ່າວວ່າ: ການຊ່ວຍເຫຼືອຄັ້ງນີ້ ບໍ່ພຽງແຕ່ໄດ້ສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບສູງຂອງຈີນໃນການຊ່ວຍເຫຼືອປະເທດພວມພັດທະນາເທົ່ານັ້ນ, ແຕ່ຍັງໄດ້ສ່ອງແສງໃຫ້ເຫັນເຖິງທາດແທ້ຂອງຄູ່ຮ່ວມຊາຕາກໍາລາວ-ຈີນ ໃນການຊ່ວຍຊູຍູ້ໜູນກັນອີກດ້ວຍ. ຈີນຍິນດີຄຽງຄູ່ກັບຝ່າຍລາວ ເພື່ອປະກອບສ່ວນເຂົ້າໃນການສ້າງຄູ່ຮ່ວມຊາຕາກໍາທາງດ້ານສາທາລານະສຸກຂອງມວນມະນຸດ ເພື່ອນໍາເອົາຜົນປະໂຫຍດໄປສູ່ປະຊາຊົນທົ່ວໂລກ. ມາຮອດປະຈບັນ ສ ປ ຈີນ ໃຫ້ການຊ່ວຍເຫລືອ ວັກຊິນປ້ອງກັນໂຄວິດ19 ແກ່ ສປປ ລາວ ແລ້ວ 3ຄັ້ງ ມີຫລາຍກວ່າ 1 ລ້ານໂດສ.

ພາບແລະຂ່າວ: Lao National Radio

Featured, ການກຸສົນ, ຂ່າວສານບ້ານເມືອງ

Post navigation

Previous Post: ຈັບໄວລຸ້ນ 2 ຄົນ ພ້ອມຂອງກາງເຮໂລອິນ 20 ແທ່ງ
Next Post: ມອບ-ຮັບໜ້າທີ່ ລັດຖະມົນຕີ ກະຊວງສາທາລະນະສຸກ

Related Posts

ມື້ນີ້ສືບຕໍ່ໜາວເຢັນລົງອີກ 1-2 ອົງສາ Featured
ກະຊວງການເງິນແຈ້ງເຊີນເຂົ້າສະເໜີລົດໄຟຟ້າ Ev Featured
ມອບເງິນ 300 ລ້ານກີບຊ່ວຍວັດຜາໂອສູ້ໄພວິກິດໂຄວິດ Featured
ໂທດສູງສຸດຕິດຄຸກຕະຫຼອດຊີວິດພ້ອມປັບໃໝ 150ລ້ານກີບ Featured
ປັບປຸງຄ່າແຮງງານຂັ້ນຕໍ່າສຸດຢູ່ ສປປ ລາວ ຄັ້ງທີ I ຈາກ 1.100.000 ກີບ ມາເປັນ 1.200.000 ກີບ Featured
ປະຕິທິນບູຮານລາວ ວັດປ່າໂພນເພົາ ຄສ 2022 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme